ທ.ບຸນຍັງວໍຣະຈິດອາຈໄດ້ ເລື່ອນຂັ້ນ

ສິດນີ
2016.01.20
F-BounNhang ທ່ານບຸນຍັງວໍຣະຈິດ ຮອງ ປະທານປະເທດລາວ ຕ້ອນຮັບ Lieutenant-General Ngo Xuan Lich and Vietnamese military political delegates (ຮູປຖ່າຍ Oct. 2011)
Citizen Journalist

ແຫລ່ງຂ່າວ ຈາກພາຍໃນ ກ່ຽວກັບ ກອງປະຊຸມ ໃຫຽ່ ຄັ້ງທີ 10 ຂອງພັກ ປະຊາຊົນ ປະຕິວັດລາວ ກ່າວຕໍ່ ເອເຊັຽ ເສຣີ ໃນຕອນແລງ ຂອງ ວັນທີ 20 ມົກກະຣາ 2016 ວ່າ ມີຜູ້ສມັກ ຮັບເລືອກຕັ້ງ ເປັນ ກັມມະການ ສູນກາງພັກ 77 ຄົນ ໃນນັ້ນຈະ ເລືອກເອົາ 69 ຄົນ ເປັນ ກັມມະການ ສູນກາງພັກ ສົມບູນ ແລະ ຈະມີ ກັມມະການ ສຳລອງອີກ 8 ຄົນ. ມີການ ຄາດກັນວ່າ ຜູ້ນຳໜ້າ 4 ຄົນ ໃນບັນຊີໃໝ່ ນັ້ນຈະມີ:

1-ທ່ານ ບຸນຍັງ ວໍຣະຈິດ ກັມມະການ ກົມການເມືອງ ສູນກາງພັກ, ຜູ້ປະຈຳການ ຄນະ ເລຂາທິການ ສູນກາງພັກ.

2- ຍານາງ ປານີ ຢາທໍ່ຕູ້ ກັມມະການ ກົມການເມືອງ ສູນກາງພັກ, ປະທານ ສະພາ ແຫ່ງຊາດ.

3- ທ່ານ ທອງລຸນ ສີສຸລິດ ກັມມະການ ກົມການເມືອງ ສູນກາງພັກ, ຣັຖມົນຕຣີ ກະຊວງ ການຕ່າງ ປະທສ

4- ທ່ານ ບຸນທອງ ຈິດມະນີ ກັມມະການ ກົມການເມືອງ ສູນກາງພັກ, ປະທານ ຄນະ ກັມມະການ ກວດກາ ພັກ-ຣັຖ ສູນກາງ.

ແຫລ່ງຂ່າວ ເວົ້າອີກວ່າ ກັມມະການ ກົມການເມືອງ ສູນກາງພັກ ຊຸດ ປັດຈຸບັນ ທີ່ມີ 10 ຄົນນັ້ນ ຈະຍັງເຫລືອ 6 ຄົນ ເພາະວ່າ 4 ຄົນ ຈະບໍ່ໄດ້ ເປັນຕໍ່ໄປ ຄື:

ທ່ານ ຈູມມາລີ ໄຊຍະສອນ,

ທ່ານ ທອງສິງ ທຳມະວົງ,

ທ່ານ ອາຊາງ ລາວລີ

ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ

ຍ້ອນວ່າມີ ທ່າອ່ຽງໄປ ນິຍົມ ສປຈີນ ຫລາຍ. ພ້ອມກັນນັ້ນ ກໍມີການ ຄາດກັນວ່າ ທ່ານ ບຸນຍັງ ວໍຣະຈິດ ຈະໄດ້ເປັນ ເລຂາທິການ ໃຫຽ່ ຄນະ ບໍຣິຫານງານ ສູນກາງພັກ ແທນ ທ່ານ ຈູມມາລີ ໄຊຍະສອນ. ດັ່ງ ແຫລ່ງຂ່າວ ກ່າວວ່າ:

"ຄົງບໍ່ພົ້ນ ທ່ານ ບຸນຍັງ ເພາະວ່າ ເພີ່ນບໍ່ອ່ຽງໄປ ຈີນ ເພີ່ນອ່ຽງໄປ ວຽດນາມ ຫັ້ນນະ".

ນອກຈາກ ຕໍາແໜ່ງ ສາຍພັກແລ້ວ ສຳຫລັບ ການຈັດວາງ ຜູ້ທີ່ຈະມາ ເປັນນາຍົກ ຣັຖມົນຕຣີ ຄົນຕໍ່ໄປ ແທນ ທ່ານ ທອງສິງ ທຳມະວົງ ນັ້ນຄາດວ່າ ຈະແມ່ນ ທ່ານ ທອງລຸນ ສີສຸລິດ.

ການເລືອກຕັ້ງ ຜູ້ນໍາພັກ ປະຊາຊົນ ປະຕິວັດ ລາວ ທີ່ ຈະມີຂຶ້ນນີ້ ແມ່ນວັນທີ 21 ມົກກະຣາ 2016 ແລະ ຈະປະກາດ ຜົລຂອງການ ເລືອກຕັ້ງ ໃນ ວັນທີ 22 ມົກກະຣາ ຂນະທີ່ ຍັງມີການ ຖົກຖຽງກັນ ຢູ່ໃນ ກອງປະຊຸມ ກ່ຽວກັບ ການເລືອກ ຕົວບຸກຄົນ ທີ່ຈະຂຶ້ນ ຮັບຕຳແໜ່ງ ຜູ້ປະຈຳການ ຄນະ ເລຂາທິການ ສູນກາງພັກ ແລະ ນາຍົກ ຣັຖມົນຕຣີ ຣະຫວ່າງ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ບຸນທອງ ຈິດມະນີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.