ສປປລາວຍັງບໍ່ພ້ອມສໍາລັບ AEC
2015.09.17
ທ່ານ ຟິລ ໂຣເບິຕສັນ ຮອງ ຫົວໜ້າ ອົງການ ສິ້ງຊອມ ເບິ່ງການ ປະຕິບັດ ສິດທິ ມະນຸດ ຫຼື Human Rights Watch ປະຈຳ ຂົງເຂດ ເອເຊັຽ, ໃຫ້ ຄຳເຫັນ ເຣື່ອງການ ເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ຊອງ ສປປລາວ, ໃນ ທ້າຍປີ ນີ້ ວ່າ, ສະພາບການ ໃນ ປະເທດ ລາວ ປັດຈຸບັນ, ທັງ ຣັຖບານ ແລະ ປະຊາຊົນ ຍັງບໍ່ໄດ້ ຕຣຽມພ້ອມ ຢ່າງ ພຽງພໍ ແລະ ຍັງ ປະເຊີນກັບ ປັນຫາ ທ້າທາຍ ຫຼາຍດ້ານ ທີ່ ຈະຕ້ອງໄດ້ ເລັ່ງ ແກ້ໄຂ. ທ່ານກ່າວວ່າ:
"ກໍບໍ່ພ້ອມ ຄົນລາວ ບາງຄົນ ກໍເຂົ້າໄປ ຢູ່ວຽງຈັນ ບາງຄົນໄປ ສວັນນະເຂດ, ຈຳປາສັກ, ເຂົາ ກໍນຶກ ບໍ່ອອກວ່າ ຊິໄປໃສ ເພື່ອ ຫາເງິນ ລ້ຽງ ຄອບຄົວ ໄດ້, ນອກຈາກ ຈະຕ້ອງໄປ ປະເທດ ທີ 3, ມາຢູ່ ໄທ ກໍຖືກ ເອົາລັດ ເອົາປຽບ ຫຼາຍຄົນ. ຣັຖບານ ລາວ ລ້າສະໄໝ ເຫັນໄດ້ ຊັດ ແມ່ນ ແນວຄິດ ເຣື້ອງ ສິດທິ ມະນຸດຊັຍຊົນ, ລາວ ເຂົາ ບໍ່ເຂົ້າໃຈ ວ່າ ຈະຕ້ອງ ມີການ ນັບຖື ສິດທິ ມະນຸດ ຂອງ ປະຊາຊົນ ບ້າງ".
ແລະ ທ່ານ ແອນເດຮຽຍ ຈິອໍເກັຕຕາ (Andrea Giorgetta) ຫົວໜ້າ ສະຫະພັນ ສິດທິ ມະນຸດ ສາກົນ ປະຈຳ ພາກພື້ນ ເອເຊັຽ ກໍໃຫ້ ຄຳເຫັນວ່າ ປັດຈຸບັນ, ປະເທດ ລາວ ຍັງປະສົບ ກັບປັນຫາ ຫຼາຍດ້ານ, ຊຶ່ງເປັນ ອຸປສັກ ຕໍ່ການ ພັທນາ ປະເທດ:
"ທ່ານຍົກ ຕົວຢ່າງ ກໍຣະນີ ທີ່ ທາງການ ລາວ ອອກ ກົດໝາຍ ໃຫມ່ ຫຼາຍສະບັບ ເພື່ອຈຳກັດ ສິດທິ ໃນ ດ້ານຕ່າງໆ ຂອງ ປະຊາຊົນ ເຊັ່ນວ່າ: ກົດໝາຍ ວ່າດ້ວຍ ການໃຊ້ ອິນເຕີເນັດ. ກໍຣະນີ ນາງ ຄໍາພຸດ ມີຕັນ ຊາວບ້ານ ແຂວງ ໄຊຍະບູຣີ ເຄີຍ ຖືກຈັບ ຍ້ອນ ຖ່າຍຮູບ ຕຳຣວດ ຮັບ ສິນບົນ".
ນອກຈາກ ນັ້ນ ກໍຍັງມີ ປັນຫາ ຄວາມ ທຸກຍາກ ຂອງ ປະຊາຊົນ. ທີ່ດິນ ຂອງ ປະຊາຊົນ ຖືກ ທາງການ ຍຶດ, ຖືກ ບັງຄັບ ໃຫ້ ໂຍກຍ້າຍ, ການ ເວນຄືນ ທີ່ດິນ ແບບ ບໍ່ໃຫ້ ຄ່າ ຊົດເຊີຍ ທີ່ ເໝາະສົມ ແລະ ຣັຖບານ ລາວ ໃຫ້ຕ່າງ ປະເທສ ສຳປະທານ ທີ່ດິນ ເປັນເວລາ ດົນນານ ເກີນໄປ.