ທ.ເພັດພູທອນ ຖືກຈັບຢູ່ລາວ ໃນຂໍ້ຫາ ບໍ່ໜ້າເຊື່ອ

ອຸ່ນແກ້ວ ສຸກສະຫວັນ
2020.01.14
F-Phetphouthone ທ້າວ ເພັດພູທອນ ພິລາຈັນ (ຊ້າຍ) ອາຍຸ 44 ປີ ທີ່ຫາຍໄປ ໃນວັນທີ 14 ພຶສຈິກາ 2019 ພາຍຫຼັງທີ່ ເຈົ້າໜ້າທີ່ຕໍາຣວດ ມາຈັບຕົວໄປ ຈາກ ບ້ານພີ່ນ້ອງ. ຮູບຖ່າຍຕອນເຮັດວຽກຢູ່ໄທ.
ຮູບຈາກ : ນັກຂ່າວພົລເມືອງ

ທ້າວ ເພັດພູທອນ ທີ່ເຄີຍປະທ້ວງ ຢູ່ຕໍ່ໜ້າສະຖານທູດລາວ ປະຈໍາ ບາງກອກ ປະເທດໄທ ໃນບັນຫາ ການເຄົາຣົບ ສິດທິມະນຸດ ແລະ ສິດເສຣີພາບ ຢູ່ລາວ, ທ້າວ ເພັດພູທອນ ຖືກຕຳຣວດຈັບ ຢູ່ລາວ ໃນຂໍ້ຫາ ລັກຣົດ, ແຕ່ໝູ່ຂອງລາວ ແລະ ອົງການ ສິດທິມະນຸດ ບໍ່ ເຊື່ອວ່າ ແມ່ນແນວນັ້ນ.

ທ້າວ ເພັດພູທອນ ພິລາຈັນ ອາຍຸ 44 ປີ ທີ່ຫາຍໄປ ໃນວັນທີ 14 ພຶສຈິກາ 2019 ທີ່ຜ່ານມາ ແລະ ຈົນມາເຖິງປັດຈຸບັນ ໝູ່ເພື່ອນ ແລະ ຍາດພີ່ນ້ອງຂອງລາວ ກໍຍັງບໍ່ສາມາດຕິດຕໍ່ ຫາລາວໄດ້.

ແຕ່ຫລ້າສຸດ ໝູ່ເພື່ອນ ແລະ ຄົນໃກ້ຊິດ ທ້າວ ເພັດພູທອນ ກ່າວວ່າ ລາວ ຖືກເຈົ້າໜ້າທີ່ຕຳຣວດຈັບ ໃນຂໍ້ຫາລັກຣົດ ໃນເວລາທີ່ລາວໄປ ຢາມພີ່ນ້ອງຂອງລາວ ຢູ່ນະຄອນຫລວງວຽງຈັນ, ດັ່ງໝູ່ຄົນນຶ່ງຂອງລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ໄປກະຜູ້ສາວຫັ້ນ ຕິດກັນຢູ່ທາງເຟສບຸກ ຜູ້ສາວເພິ່ນບອກວ່າ ເຈົ້າຢ່າໄປນ່າເພິ່ນໃຫ້ໄປສົ່ງ ຜູ້ສາວເພິ່ນກະໄປ ສົ່ງໃນນັ້ນກະໄປນອນເຮືອນ ພີ່ນ້ອງເພິ່ນ ໄອຍະການສານພຸ້ນ ຕື່ນເຊົ້າມາກະພໍດີເພິ່ນມາ ຜູ້ສາວມາສົ່ງເຮືອນ [ພີ່ນ້ອງ] ຕຳຣວດກະມາ [ຈັບ] ໂລດ ຕຳຣວດກະມາຈັບ ໂລດ ຜູ້ສາວລາວກະວ່າ ຈັບໄປເຮັດຫຍັງ ທ້າວ [ເພັດພູທອນ] ອັນນີ້ ລາວລັກຣົດ ລັກຣົດຈັ່ງໃດ ລາວມາແຕ່ນີ້ ຜູ້ສາວລາວກະຢັ້ງຢືນ."

ໝູ່ຂອງ ທ້າວ ເພັດພູທອນ ບໍ່ເຊື່ອວ່າ ລາວຈະລັກຣົດ ເພາະວ່າ ທ້າວ ເພັດພູທອນ ລາວຂັບຣົດບໍ່ເປັນ, ດັ່ງໝູ່ຂອງລາວ ອີກຄົນນຶ່ງໄດ້ ກ່າວຕໍ່ເອເຊັຽເສຣີ ວ່າ:

"ມັນໃສ່ຂໍ້ຫາວ່າ ລັກຣົດ ວ່າ ອ້າຍເພັດລັກຣົດ ຕອນມັນໄປຈັບຫັ້ນນ່າ ໃສ່ຂໍ້ຫາວ່າລັກຣົດ ອ້າຍເພັດລາວຂັບຣົດບໍ່ເປັນ ລາວຊິໄປລັກໄດ້ ຈັ່ງໃດ ໄປລັກຣົດຜູ້ໃດ."

ຖ້າຫາກວ່າ ທ້າວ ເພັດພຸທອນ ຖືກຈັບຍ້ອນລັກຣົດ ມັນກໍເປັນເລື້ອງທີ່ ຟັງບໍ່ຂຶ້ນ, ເຈົ້າໜ້າທີ່ອົງການຈັດຕັ້ງ ສິດທິມະນຸດ ທ່ານນຶ່ງ ທີ່ມີ ຫ້ອງການໃຫຍ່ ຢູ່ປະເທດໄທ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເປັນຫຍັງຄົນລາວ ທີ່ເຮັດວຽກຢູ່ໄປ ຈະກັບໄປລັກຣົດຢູລາວ ມັນຟັງບໍ່ຂຶ້ນ ແລະ ອີກຄຳຖາມນຶ່ງກໍຄືວ່າ ໄດ້ມີການຕິດຕໍ່ ຫາຄອບຄົວ ຂອງລາວບໍ່ ລາວສາມາດຕິດຕໍ່ຫາຄອບຄົວລາວໄດ້ບໍ່ ລາວມີທະນາຍຄວາມບໍ່ ແລະ ໄດ້ຕັ້ງຂໍຫາຫຍັງໃນການຈັບຕົວ ລາວບໍ່."

ເຖິງຢ່າງໃດກໍຕາມ ເອເຊັຽເສຣີໄດ້ຕິດຕໍ່ຫາເຈົ້າໜ້າທີ່ຕຳຣວດ ນະຄອນຫຼວງວຽງຈັນ ເພື່ອສອບຖາມຂໍ້ມູນກ່ຽວກັບເລື້ອງນີ້ ແຕ່ເຈົ້າໜ້າທີ່ ຕຳຣວດ ຜູ້ຮັບສາຍ ກໍຕອບວ່າ ບໍ່ມີຈັບກຸມຄົນຊື່ນີ້ ຊຶ່ງກໍໝາຍເຖິງ ທ້າວ ເພັດພູທອນ.

ທ້າວ ເພັດພູທອນ ເປັນນຶ່ງໃນຈໍານວນຄົນລາວເຮັດວຽກ ຢູ່ປະເທດໄທ ເຄີຍໄປຮຽກຮ້ອງ ເລື້ອງບັນຫາສິດທິມະນຸດ ແລະປະຊາທິປະໄຕ ໃນລາວ ຢູ່ຕໍ່ໜ້າ ສະຖານທູດລາວ ຢູ່ ບາງກອກ.

ຜູ້ທີ່ເຄີຍໄປຮ່ວມກັນປະທ້ວງ ທາງການລາວ ຕໍ່ໜ້າສະຖານທູດລາວ ລວມມີ ທ້າວ ອອດ ໄຊຍະວົງ ຄົນລາວ ເຮັດວຽກຢູ່ໄທ ທີ່ຫາຍໄປ ໃນວັນທີ 26 ສິງຫາ 2019, ແລະ ຍັງມີ ທ້າວ ສົມພອນ ພິມມະສອນ, ທ້າວ ສຸກັນ ໃຈທັດ ແລະ ນາງ ຫລອດຄໍາ ທັມມະວົງ ທີ່ຖືກ ຈັບໃນຂໍ້ຫາ ໃສ່ຮ້າຍປ້າຍສີພັກຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.