ຊາວຄຣິສຈຽນຈະຖືກຈັບຖ້າຍັງ ຊຸມນຸມ ສວດມົນ
2014.10.01
ອົງການ ສິ້ງຊອມ ດ້ານ ສິດທິ ທາງ ສາສນາ ຣາຍງານວ່າ ເຈົ້າຫນ້າທີ່ ແຂວງ ສວັນນະເຂດ ໄດ້ບຸກເຂົ້າ ເຮືອນ ແລະ ຈັບ ຄຸນພໍ່ ຊາວ ຄຣິສຈຽນ ພ້ອມດ້ວຍ ສະມາຊິກ 6 ຄົນ ໃນຂນະທີ່ ຂະເຈົ້າ ກິນເຂົ້າທ່ຽງ ຫລັງຈາກ ທຳພິທີ ທາງ ສາສນາ ໃນ ວັນອາທິດ. ປັດຈຸບັນ ກຸ່ມ ດັ່ງກ່າວ ຖືກກັກຂັງ ຢູ່ ຫ້ອງການ ຂອງ ຣັຖບານ. ຄຸນພໍ່ ຖືກ ໃສ່ກັບມື ແລະ ໂສ້ ຂານົກຍາງ. ເຈົ້າຫນ້າ ທີ່ ທ້ອງຖີ່ນ ຫ້າມການ ໄຫວ້ ພຣະ ສວດມົນ ເປັນກຸ່ມ ຫລາຍຄົນ ພ້ອມກັນ.
ຣາຍງານວ່າ ຫົວຫນ້າ ບ້ານ ບູ່ຄຳ ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ພ້ອມກັບ ຫົວຫນ້າ ຮັກສາ ຄວາມສງົບ ທ້ອງຖິ່ນ ແລະ ເຈົ້າຫນ້າທີ່ ຕຳຣວດ ຈຳນວນນຶ່ງ ໄດ້ພາກັນ ໄປຈັບ ຄຸນພໍ່ ສົມພົງ ສຸພາໂທ ແລະ ສະມາຊິກ ໂບດ 6 ຄົນ ຍ້ອນ ພວກຂະເຈົ້າ ຈັດພິທີ ໄຫວ້ພຣະ ສວດມົນ ທີ່ ບ້ານ ຂອງຄຸນພໍ່.
ອົງການ ສິ້ງຊອມ ດ້ານສິດ ເສຣີພາບ ທາງ ສາສນາ ຣາຍງານ ຕໍ່ໄປວ່າ ເຫດການ ດັ່ງກ່າວ ເກີດຂຶ້ນ ໃນ ຕອນເຊົ້າ ຂອງ ວັນອາທິດ ຜ່ານມາ ໃນແຂວງ ດຽວກັນກັບ ບ່ອນທີ່ ເກີດເຫດການ ໃນ ເດືອນ ພືສພາ ທີ່ບໍ່ ອະນຸຍາດ ໃຫ້ ນັກຮຽນ ເດັກນ້ອຍຍິງ ຊາວຄຣີສຈຽນ ສາມຄົນ ເຂົ້າ ສອບເສັງ ທ້າຍປີ ຍ້ອນເຂົາ ເຊື່ອຖື ສາສນາ ຄຣີສຈຽນ.
ຫລັງຈາກ ນັ້ນ ສອງອາທິດ ຕໍ່ມາ ໃນເດືອນ ມິຖຸນາ ຫົວຫນ້າ ບ້ານ ກໍໄດ້ຫ້າມ ການ ທຳພິທີ ທາງ ສາສນາ ແລະ ຝັງສົບ ແມ່ຍິງ ຊາວຄຣິສຈຽນ ທີ່ ເສັຽຊີວິດ.