ຊາວລາວເລີ້ມມີຊີວິດ ປົກກະຕິ

ຊາວລາວ ເຣີ່ມອອກມາ ໃຊ້ຊີວິດ ຕາມ ປົກກະຕິແລ້ວ ພາຍຫຼັງ ທີ່ມີການ ຜ່ອນຜັນ ມາຕການຕ່າງໆ ແຕ່ຍັງມີບາງ ມາຕການຕ້ອງໄດ້ ປະຕິບັດ.

ນັກທ່ອງທ່ຽວຢູ່ເມືອງວັງວຽງ ໃນເດືອນກໍຣະກະດາປີ 2019, ໃນຣະດູພັກຮ້ອນປີນີ້ ແຫຼ່ງທ່ອງທ່ຽງເມືອງວັງວຽງ ຈະກັບມາຄຶກຄື້ນ ອີກແນ່ນອນ RFA

ຊາວລາວເຣີ່ມອອກມາໃຊ້ຊີວິດ ປະຈໍາວັນ ຕາມປົກກະຕິໄດ້ແລ້ວ ພາຍຫຼັງທີ່ ທາງການຜ່ອນຜັນມາຕການຕ່າງໆຕັ້ງແຕ່ວັນ 4 ພຶສພາ ເປັນ ຕົ້ນມາ ແຕ່ລະເມືືອງປະຊາຊົນເຣີ່ມອອກມາ ທໍາມາຫາກິນໄປເຮັດ ວຽກຕາມຫ້ອງການ ຕາມບໍຣິສັດຕ່າງໆ ຮ້ານອາຫານບາງແຫ່ງເຣີ້ມເປີດ ຂາຍ ຮ້ານຂາຍເຄື່ອງຕາມແຄມທາງ ເຣີ້ມຂາຍຫຼາຍຂຶ້ນ ຕລາດຕ່າງໆກໍກັບມາເປີດປົກກະຕິ.

ເຖິງວ່າເຈົ້າໜ້າທີ່ ມີມາຕການຜ່ອນຜັນ ໃຫ້ປະຊາຊົນບາງມາຕການ ແຕ່ຍັງບໍ່ໃຫ້ປະຊາຊົນ ເດີນທາງໄປແຂວງອື່ນໄດ້ເທື່ອ: ດັ່ງປະຊາຊົນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ພຶສພາ ນີ້ວ່າ:

“ຊ້ວງນີ້ກະຖືວ່າເຂົ້າພາວະປົກກະຕິເນາະ ວ່າຮ້ານອາຫານໃຫ້ຂາຍປົກກະຕິ ສວນສາທາຣະນະກະມີ ກະຖືວ່າບໍ່ຫຼາຍປານໃດ ເວັ້ນໄລຍະ ຫ່າງທາງສັງຄົມຢູ່ ມີແຕ່ເດີນທາງພາຍໃນເມືອງ ແຕ່ວ່າຣະຫວ່າງ ຊາຍແດນ ແຂວງ ກໍຕັ້ງດ່ານຄືເກົ່າ ຊ້ວງນີ້ໄປຫຍຸ້ງຍາກລໍາບາກຢູ່ ຊ້ວງເຝົ້າຣະວັງເນາະ.”

ໃນຂນະດຽວກັນປະຊາຊົນ ອີກຄົນນຶ່ງເວົ້າວ່າ ການຜ່ອນຜັນມາຕການບາງຢ່າງ ກໍເຮັດໃຫ້ປະຊາຊົນ ອອກມາທໍາມາຫາກິນໄດ້ຕາມປົກຕິ ປະຊາຊົນໄປມາສະດວກຫຼາຍຂຶ້ນ ແຕ່ຍັງບໍ່ໃຫ້ ມີການຊຸມນຸມກັນ ຫຼາຍຄົນເທື່ອ:

“ປົກກະຕິແລ້ວເດ້ ບາງກະຮ້ານກະບໍ່ເປີດ ກະເຣີ່ມມີຫຼາຍ ກະທໍາມາຫາກິນປົກກະຕິ ແຕ່ບໍ່ໃຫ້ກິນເຫຼົ້າ ກິນເບັຍຊຸມກັນແຫຼະ.”

ປະຊາຊົນອີກຄົນນຶ່ງກ່າວວ່າ ຮ້ານເຄື່ອງເປີດຫຼາຍແລ້ວ ຮ້ານອາຫານບາງແຫ່ງກໍເຣີ້ມເປີດຂາຍ ແລະກໍເຫັນທາງຮ້ານເພິ່ນຈັດໂຕະສໍາລັບ ລູກຄ້າ ຫ່າງກັນຕາມຄໍາແນະນໍາ ຂອງທາງການ ສ່ວນຜູ້ຄົນທີ່ໄປ ຕລາດ ກໍໃສ່ຜ້າອັດປາກອັດດັງ ແລະໃສ່ຖົງມື ເພື່ອປ້ອງກັນໄວຣັສ ໂຄວິດ-19:

“ໄປຕລາດແຕ່ລະຄົນເພິ່ນກະໃສ່ຜ້າອັດປາກໝົດແດ່ ລະໃສ່ຖົງມື ໂຕະອາຫານຫ່າງກັນແມັດເຄິ່ງໝົດເລີຍ ຖ້າເປີດຫັ້ນມີໂຕະນຶ່ງ ສອງຄົນ ສາມຄົນແບບນີ້ຫັ້ນນາ ທຸກຄົນກໍຍັງຣະວັງຢູ່.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ທ່ານນຶ່ງ ກ່າວວ່າ ທາງການມີມາຕການຜ່ອນຜັນ ບາງມາຕການ ແຕ່ກໍຍັງເຂັ້ມງວດໃນການ ເຝົ້າຣະວັງ ເຕືອນໃຫ້ປະຊາຊົນຣະມັດຣະວັງ ປ້ອງກັນໂຕເອງ, ຖ້າຫາກ ວ່າຈະອອກຈາກເຮືອນ ກໍຕ້ອງໃສ່ຜ້າອັດປາກ ອັດດັງ ແລະ ເອົາເຈວລ້າງມືໄປນໍາ.

ສໍາລັບຕາມດ່ານຣະຫວ່າງແຂວງ ແລະດ່ານຊາຍແດນ ຫຼືດ່ານສາກົລ ຍັງປະຕິບັດມາຕການຄືເກົ່າ ບໍ່ໃຫ້ຄົນເຂົ້າ-ອອກ ຕ້ອງລໍຖ້າຄໍາສັ່ງ ຈາກຣັຖບານ, ດັ່ງທ່ານກ່າວວ່າ:

“ສະເພາະຮ້ານຂາຍເຄື່ອງ ຮ້ານອາຫານ ເພິ່ນ ອະນຸຍາດໃຫ້ຂາຍ ການໄປການມານິ່ ໃຫ້ອອກຈາກເມືອງ ຫາເມືອງ ແຕ່ວ່າແຂວງຍັງບໍ່ ອະນຸຍາດໃຫ້ເທື່ອ ດ່ານສາກົລເອງບໍ່ໃຫ້ເຂົ້າເລີຍ ຄົນຕ່າງປະເທດຫັ່ນນາ ປັດຈຸບັນຍັງຈະສືບຕໍ່ ຮອດວັນທີ 17 ພຶສພາ ນີ້.”

ທ່ານກ່າວຕື່ມວ່າ ຢ່າງໃດກໍຕາມ ປະຊາຊົນ ສາມາດເດີນທາງອອກຈາກເຮືອນໄດ້ສະເພາະ ຣະຫວ່າງເມືອງຫາເມືອງ ແຕ່ຫາກຈະເດີນ ທາງໄປຕ່າງແຂວງຈະຕ້ອງມີເອກກະສານ ຈາກເຈົ້າໜ້າທີ່ກ່ຽວຂ້ອງ ຢ່າງຖືກຕ້ອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org