ໃນເວລາ 10 ໂມງເຊົ້າ ຂອງວັນສຸກ ວັນທີ 09 ເມສາ ນີ້, ອາຈານ ສີທົນ ທິບພະວົງ, ຄຣູສອນ ສາສນາຄຣິສຕຽນ ທີ່ບ້ານກະລຶມ ວັງແຂ້, ເມືອງຊົນນະບູຣີ ແຂວງສວັນນະເຂດ ໄດ້ຖືກປ່ອຍໂຕ ອອກຈາກຄ້າຍຄຸມຂັງຫຼັກ 6 ຫຼື ຄຸກຫຼັກ 6 ນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ເປັນທີ່ຮຽບຮ້ອຍແລ້ວ ພາຍຫຼັງທີ່ອາຈານ ສີທົນ ຖືກຂັງຄຸກ ເປັນເວລາ 1 ປີປາຍ.
ອີງຕາມຄຳເວົ້າ ຂອງສະມາຊິກໂບດ ບ້ານກະລຶມວັງແຂ້ ຢືນຢັນຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 09 ເມສາ ນີ້ວ່າ:
“ອາຈານ ສີທົນ ໄດ້ຮັບການປ່ອຍໂຕໃນມື້ນີ້ ແລະ ພວມເດີນທາງ ກັບເມືອເຮືອນ ທີ່ບ້ານກະລຶມວັງແຂ້ແລ້ວ ຫຼັງຈາກ ທີ່ສານປະຊາຊົນ ແຂວງສວັນນະເຂດ ໄດ້ຕັດສິນ ຕັ້ງແຕ່ວັນອັງຄານ ວັນທີ 06 ເມສາ ແລ້ວຈຶ່ງມາປ່ອຍ ໃນວັນສຸກ ວັນທີ 09 ເມສາ ນີ້.”
ກ່ຽວກັບເຣື່ອງນີ້, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ໄປຍັງຫ້ອງການ ສານປະຊາຊົນ ແຂວງສວັນນະເຂດ ໃນຕອນບ່າຍ ຂອງວັນທີ 09 ເມສາ ນີ້ ແລະ ໄດ້ຮັບຄຳຢືນຢັນ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງວ່າ ໄດ້ມີການຕັດສິນຄະດີ ຂອງອາຈານ ສີທົນ ຕາມທີ່ ອັຍການໄດ້ສັ່ງຟ້ອງນັ້ນແລ້ວ.
“ກະຕາມ ອັຍການ ຖແລງມາຫັ້ນແຫຼະ, ແບ່ງແຍກຄວາມສາມັກຄີ ແລະ ສ້າງຄວາມປັ່ນປ່ວນ, ຕາມອັຍການ ສັ່ງຟ້ອງຫັ້ນແຫຼະ. ປັບໃໝ 4 ລ້ານກີບ, ຢ່າງລະ 2 ລ້ານກີບ.”
ສ່ວນເນື້ອໃນເບື້ອງຕົ້ນ ກ່ຽວກັບ ການຕັດສິນຄະດີ ຂອງອາຈານ ສີທົນ ນັ້ນ, ສານປະຊາຊົນ ແຂວງສວັນນະເຂດ ໄດ້ຕັດສິນ ຈຳຄຸກ ອາຈານ ສີທົນ ທິບພະວົງ ເປັນເວລາ 1 ປີ ໃນ 2 ຂໍ້ຫາ ອັນປະກອບດ້ວຍ 1. ການແບ່ງແຍກຄວາມສາມັກຄີ ແລະ 2. ການສ້າງ ຄວາມປັ່ນປ່ວນ ໃຫ້ແກ່ສັງຄົມ ພ້ອມທັງປັບໃໝ ເປັນເງິນ ຈຳນວນ 4 ລ້ານກີບ, ແຕ່ເນື່ອງຈາກອາຈານ ສີທົນ ໄດ້ປະຕິບັດ ໂທສເກີນ 1 ປີແລ້ວ, ສານຈຶ່ງໄດ້ອະນຸຍາດ ໃຫ້ມີການປ່ອຍພາງໄປ, ອີງຕາມຄຳເວົ້າ ຂອງສະມາຊິກໂບດ ບ້ານກະລຶມວັງແຂ້.
ຕໍ່ກັບການປ່ອຍໂຕອາຈານ ສີທົນ ນີ້, ຊາວຄຣິສຕຽນລາວ ທ່ານນຶ່ງ ໃນແຂວງພາກເໜືອ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທ່ານກໍຮູ້ສຶກຍິນດີ ແລະ ດີໃຈແທນຄອບຄົວອາຈານ ສີທົນ ພາຍຫຼັງ ທີ່ໄດ້ຮັບຮູ້ຂ່າວວ່າ ອາຈານ ສີທົນ ໄດ້ຮັບ ອິສຣະພາບແລ້ວ.
“ໂອ່ຍ, ກະຮູ້ສຶກດີໃຈ ຫັ້ນແຫຼະ ເພາະວ່າ ເພິ່ນກະເຂົ້າໄດ້ຫຼາຍເດືອນລະເນາະ, ກະດີໃຈຫຼາຍຫັ້ນແຫຼະ. ເອີ່, ກະຂອບຄຸນພຣະເຈົ້າຫັ້ນ ແຫຼະເນາະ ດີໃຈຫັ້ນແຫຼະ ທີ່ເພິ່ນໄດ້ອອກມາ ເພື່ອເພິ່ນໄດ້ເປັນອິສຣະພາບ.”
ຂນະດຽວກັນ, ຊາວຄຣິສຕຽນລາວ ອີກທ່ານນຶ່ງ ໃນແຂວງພາກໃຕ້ ກໍໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທ່ານ ກໍຮູ້ສຶກດີໃຈ ພາຍຫຼັງ ທີ່ຮູ້ວ່າ ອາຈານ ສີທົນ ຖືກປ່ອຍໂຕ ອອກຈາກຄຸກ ແລະ ອາຈານ ຍັງມີສຸຂພາບແຂງແຮງ.
“ດີໃຈແຫຼະ ດີໃຈຫຼາຍອາຈານ, ຂອບຄຸນພຣະເຈົ້າ. ມື້ອື່ນນີ້ກະຊິໄດ້ຈັດງານຂອບຄຸນ ກະຊິໄດ້ກ່າວ ເພາະພວກພີ່ນ້ອງພວກເຮົາ ກະໄດ້ອະທິຖານເພື່ອຢູ່. ດີໃຈຕື່ນເຕັ້ນຫຼາຍ ທີ່ວ່າ ພຣະເຈົ້າ ຊົງເຮັດໃຫ້ລາວ ມີລົມຫາຍໃຈ ມີຊີວິຕຢູ່. ແມ້ກະທັ້ງວ່າ ຮ່າງກາຍ ຂອງພີ່ນ້ອງນັ້ນ ຊຸດໂຊມໄປ-ໜັກໄປ ຢູ່ໃນຄຸກ, ແຕ່ວ່າ ພີ່ນ້ອງບໍ່ລືມ ພຣະເຈົ້າ ບໍ່ປະ ພຣະເຈົ້າ. ພີ່ນ້ອງອອກຈາກຄຸກ ກະຍັງມີ ພຣະເຈົ້າຄືເກົ່າ.”
ທັນທີ ທີ່ຮູ້ວ່າ ຈະມີການປ່ອຍໂຕອາຈານ ສີທົນ ອອກຈາກຄຸກ ໃນມື້ວັນທີ 09 ເມສາ ນີ້, ພັລຍາ ພ້ອມດ້ວຍລູກສາວ ຂອງອາຈານ ສີທົນ ແລະ ພີ່ນ້ອງຊາວຄຣິສຕຽນລາວຈຳນວນນຶ່ງ ກໍໄດ້ອອກໄປຮັບ ອາຈານ ຕາມຂັ້ນຕອນ ຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ໂດຍລວມແລ້ວ ອາຈານ ສີທົນ ຍັງມີສຸຂພາບແຂງແຮງ ແລະ ຈິຕໃຈດີແຈ່ມໃສດີ.
ກ່ຽວກັບ ການປ່ອຍໂຕ ຂອງອາຈານ ສີທົນ ທິບພະວົງ, ເຈົ້າໜ້າທີ່ ສາສນາ ຈາກອົງການສາສນາ Christian Beyond Border ຢູ່ ສະຫະຣັຖ ຜູ້ທີ່ເຮັດວຽກກັບ ຊາວຄຣິສຕຽນໃນລາວ ກ່າວວ່າ: ອາຈານ ທິບພະວົງ ຖືກປ່ອຍໂຕ ເປັນຄຳຕອບ ທີ່ຫລາຍຄົນທົ່ວໂລກ ໄດ້ນົບໄຫວ້. ພວກເຮົາ ຢາກຂອບໃຈ ທີ່ທ່ານຖືກປ່ອບໂຕ ໃຫ້ທ່ານໄດ້ ກັບບ້ານ ພົບຄອບຄົວ ຂອງທ່ານ ແລະ ພວກເຮົາ ກໍຢາກຂໍຂອບໃຈ ໃນບາດກ້າວຂ້າງໜ້າ ໃນສິດເສຣີພາບ ທາງ ສາສນາ ໃນລາວ ແລະ ການປ່ອຍໂຕ ໃນມື້ນີ້ ເປັນຂ່າວສຳຄັນ.
ກ່ຽວກັບ ເຫດການ ການຈັບອາຈານ ສີທົນ ທິບພະວົງ ນັ້ນ, ໃນຕອນເຊົ້າ ເວລາ 7 ໂມງ 30 ຂອງມື້ວັນທີ 15 ມີນາ 2020 ຫຼື ເມື່ອປີກາຍ, ເຈົ້າໜ້າທີ່ ຕຳຣວດ ໄດ້ເຂົ້າສະແດງໂຕ ເພື່ອຈັບ ອາຈານ ຂະນະທີ່ ພວມກະຕຣຽມ ພິທີນະມັສການ ພຣະເຈົ້າ ປະຈຳສັປດາ ທີ່ເຂດບ້ານ ຂອງທ່ານ. ອາຈານ ສີທົນ ທິບພະວົງ ໄດ້ຖືກເຈົ້າໜ້າທີ່ຕຳຣວດ ກຸ່ມກະລຶມວັງແຂ້ ເມືອງຊົນນະບູຣີ ແຂວງສວັນນະເຂດ ຈຳນວນ 7 ຄົນ ທີ່ລົງມາ ຕິດຕາມ ແລະ ບັງຄັບ ໃຫ້ອາຈານ ສີທົນ ເຊັນຮັບຮູ້ ເພື່ອໃຫ້ປະລະ ການເຊື່ອຖື ແລະ ຍຸຕິພິທີນະມັສການ ພຣະເຈົ້າ ປະຈຳສັປດາ ໂດຍປຣາສະຈາກ ການແຈ້ງເຕືອນໃດໆ, ແຕ່ອາຈານ ສີທົນ ບໍ່ຍອມເຊັນ ຈຶ່ງຖືກ ເຈົ້າໜ້າທີ່ ຈັບໄປຂັງຄຸກ ໃນເວລາ 12 ໂມງ ຂອງມື້ດັ່ງກ່າວ ແລະ ຍັງຖືກຂັງຄຸກ ຈົນມາເຖິງຊູ່ມື້ນີ້, ໂດຍທີ່ບໍ່ເຄີຍ ແຈ້ງໃຫ້ທາງຄອບຄົວ, ຍາດຕິພີ່ນ້ອງ ແລະ ສະມາຊິກໂບດ ຂອງອາຈານ ສີທົນ ໃຫ້ຮັບຮູ້ ຢ່າງເປັນລາຍລັກອັກສອນວ່າ ອາຈານ ສີທົນ ຖືກຈັບຂັງຄຸກ ໃນຂໍ້ຫາ ກະທຳຜິດຫຍັງ.
ອາຈານ ສີທົນ ທິບພະວົງ, ເປັນຊາວລາວ ສັນຊາຕລາວ ຊົນເຜົ່າບຣູ່ ຫຼື ຊົນເຜົ່າກະຕ່າງ, ອາຍຸ 34 ປີ, ເກີດ ແລະ ເຕີບໃຫຍ່ ທີ່ບ້ານກະລຶມວັງແຂ້, ເມືອງຊົນນະບູຣີ ແຂວງສວັນນະເຂດ ແລະ ໄດ້ເຣີ່ມເປັນ ຄຣູສອນສາສນາຄຣິສຕຽນ ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ, ໂດຍໄດ້ຖືບັດອະນຸຍາດ ເລຂທີ 915/ຄຂລ ຈາກສູນລວມຄຣິສຕະຈັກ ຂ່າວປະເສີດ ສປປລາວ ເມື່ອປີ 2019.