ຄຣິສຕຽນລາວຖືກຈັບຍ້ອນ ທໍາພິທີ ສາສນາ
ຊາວຄຣິສຕຽນລາວ ຢູ່ ເມືອງຊົນບູຣີ ແຂວງ ສວັນນະເຂດ ຖືກຈັບ ຍ້ອນທໍາພິທີ ນະມັສການ ພຣະເຈົ້າ ປະຈໍາສັປດາ ໂດຍ ບໍ່ໄດ້ຮັບ ອະນຸຍາດ.
-
ຈໍາປາທອງ
2020-04-17 -
-
-
Your browser doesn’t support HTML5 audio
ອາຈານ ສີທົນ ທິບພະວົງ ອາຍຸ 34 ປີ ອາຈານສອນ ສາສນາຄຣິສຕຽນ ຢູ່ບ້ານກະລຶມວັງແຂ້ ເມືອງຊົນບູຣີ ແຂວງສວັນນະເຂດ ໄດ້ຖືກ ເຈົ້າໜ້າທີ່ຕໍາຣວດເມືອງຈັບໂຕໄປເມື່ອວັນທີ 15 ມິນາ ທີ່ຜ່ານມາຍ້ອນ ທໍາພິທີນະມັສການພຣະເຈົ້າ ປະຈໍາສັປດາໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການ ຊຶ່ງເຈົ້າໜ້າທີ່ກໍຕັກເຕືອນ ພ້ອມທັງໃຫ້ເຊັນບົດບັນທຶກ ເຊົາທໍາພິທີນັ້ນ ແຕ່ອາຈານບໍ່ປະຕິບັດຕາມ. ປັດຈຸບັນ ອາຈານ ສີທົນ ຖືກສົ່ງໄປຂັງ ຢູ່ຄຸກຫລັກ 6 ນະຄອນ ໄກສອນ ພົມວິຫານ, ດັ່ງຊາວບ້ານໃກ້ຄຽງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ເມສາ ນີ້ວ່າ:
“ຊາວລາວເຂົາຮິດພຣະເຍຊູຖືກຈັບ ກະຮູ້ພໍເຄົ້າໆຊື່ໆ ດຽວນີ້ຫັ້ນເຂົາຫ້າມບໍ່ໃຫ້ໄປທົ່ວທີບ ວ່າຊັ້ນສາ ໃຫ້ຢູ່ໃນຮີດຢູ່ໃນຄອງ ໃຫ້ໄປຕາມ ຣະບຽບ ກົດໝາຍບ້ານເມືອງ. ຫລັງຈາກນັ້ນ ໄປຕັກໄປເຕືອນບໍ່ຟັງ ກະເລີຍວ່າເປັນຈັ່ງຊັ້ນຫັ້ນນະ ເພາະວ່າຣະບຽບກົດໝາຍ ມັນເວົ້າ ແນວນັ້ນ ເວົ້າແນວນັ້ນເຈົ້າພັດຝືນ ເຈົ້າກະຖົກກະຖຽງ.”
ທ່ານກ່າວຕື່ມວ່າ ຫລັງຈາກອາຈານ ສີທົນ ຖືກເຈົ້າໜ້າທີ່ມາຈັບໂຕໄປແລ້ວ ກໍບໍ່ມີໃຜຮູ້ວ່າ ອາຈານ ຈະຖືກດໍາເນີນຄະດີ ແນວໃດກັນແທ້. ຢູ່ເມືອງຊົນບູຣີ ກໍມີຊາວຄຣິສຕຽນລາວ ອີກຈໍານວນນຶ່ງ ທີ່ຍັງເຊື່ອຖື ສາສນາຂອງຂະເຈົ້າ ແລະທໍາພິທີທາງສາສນາ ຢູ່ພາຍໃນໂບດຕາມ ປົກກະຕິ ແຕ່ບໍ່ໄດ້ຖືກເຈົ້າໜ້າທີ່ ຕັກເຕືອນ ຍ້ອນປະຕິບັດຕາມ ຣະບຽບກົດໝາຍ.
ຊາວບ້ານໃກ້ຄຽງອີກທ່ານນຶ່ງ ກໍເວົ້າວ່າຜ່ານມາ ໄດ້ຍິນຂ່າວເຈົ້າໜ້າທີ່ຕໍາຣວດ ຈັບຊາວຄຣິສຕຽນລາວ ຢູ່ບ້ານກະລຶມວັງແຂ້ໃນຂໍ້ຫາດຽວກັນ ແຕ່ມາຮອດປັດຈຸບັນ ກໍຍັງບໍ່ຮູ້ເຖິງຄວາມຄືບໜ້າ ຂອງ ຄະດີຜູ້ກ່ຽວ ແລະກໍບໍ່ມີຂ່າວຈາກທາງການ ອອກມາແຕ່ຢ່າງໃດ:
“ຖືກຈັບຍ້ອນໄປຊວນຂົນຂວາຍອິຫຍັງ ແນວທາງດ້ານສາສນາຫັ້ນ ບໍ່ຮູ້ໃດຍັງບໍ່ຮູ້.”
ກ່ຽວກັບເຣື່ອງນີ້ ຊາວຄຣິສຕຽນລາວທ່ານນຶ່ງ ຢູ່ແຂວງສວັນນະເຂດ ຢືນຢັນວ່າ ອາຈານ ສີທົນ ຖືກເຈົ້າໜ້າທີ່ຈັບ ໃນມື້ວັນທີ 15 ມິນາ ແທ້ ແລະປັດຈຸບັນ ອາຈານຍັງບໍ່ຖືກປ່ອຍໂຕ:
“ຮອດວັນທີ 15 ເດືອນສາມນີ້ກະ ທາງເຈົ້າໜ້າທີ່ກະໄປເອີ້ນເອົາລາວເລີຍ ຢູ່ບ່ອນນະມັສການຫັ້ນນະ ຕອນເຊົ້າຂອງວັນອາທິດ ນໍາໄປຈັ່ງຊັ້ນແຫລະ ເຊີນໃຫ້ລາວໄປຫ້ອງການຄຸ້ມ ບໍ່ໄດ້ຈັບບໍ່ໄດ້ຫຍັງດອກ ລາວ ກະຄິດວ່າເຂົາສິໄປທໍາຄວາມເຂົ້າໃຈຫັ້ນນະ ສິແມ່ນຕົກລົງກັນບໍ່ໄດ້ເບາະ ຂະເຈົ້າກະເລີຍເອົາໄປເມືອງ ປະມານ 5 ມື້ ຫັ້ນແຫລະ ວັນສຸກ ຂະເຈົ້າກະເລີຍຍ້າຍມາແຂວງ.”
ທ່ານກ່າວຕື່ມວ່າ ພາຍຫລັງ ອາຈານ ສີທົນ ຖືກຈັບໄປແລ້ວ, ເຈົ້າໜ້າທີ່ກໍບໍ່ໄດ້ບອກໃຫ້ ທາງຄອບຄົວອາຈານຮູ້ວ່າ ອາຈານຖືກຈັບຍ້ອນ ຫຍັງ ແລະ ຍັງບໍ່ອະນຸຍາດໃຫ້ ຄອບຄົວໄປຢ້ຽມ. ແຕ່ກໍອະນຸຍາດ ໃຫ້ສົ່ງ ເຂົ້າສົ່ງນໍ້າ ໃນແຕ່ລະມື້ໄດ້.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ບອກຍາດພີ່ນ້ອງຂອງ ອາຈານ ສີທົນ ວ່າ ຫລັງຈາກການປະຕິບັດມາຕການປ້ອງກັນ ການແຜ່ຣະບາດຂອງ ເຊື້ອພຍາດໂຄວິດ-19 ນີ້ແລ້ວຈຶ່ງຄ່ອຍວ່າກັນ ຊຶ່ງກໍບໍ່ຮູ້ວ່າຈະເປັນມື້ໃດ ແລະອາຈານຈະຕ້ອງຖືກຈໍາຄຸກໄປອີກ ດົນປານໃດ, ເຮັດໃຫ້ຄອບຄົວແລະ ຍາດພີ່ນ້ອງຂອງອາຈານ ເປັນຫ່ວງນໍາຫລາຍ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການຕໍາຣວດ ປ້ອງກັນຄວາມສງົບ ແລະຫ້ອງການແນວລາວສ້າງຊາດ ແຂວງສວັນນະເຂດ ເພື່ອຂໍຊາບເຣຶ່ອງລາວເພີ່ມຕື່ມ ວ່າເປັນແນວໃດກັນແທ້, ແຕ່ເຈົ້າໜ້າທີ່ບໍ່ສະດວກ ທີ່ຈະໃຫ້ຄໍາເຫັນ.
ເມື່ອເດືອນທັນວາ ປີ 2018 ຊາວຄຣິສຕຽນລາວ 4 ຄົນ ແລະຜູ້ນໍາສາສນາຄຣິສຕຽນອີກ 3 ຄົນ ຢູ່ບ້ານນາຄະນອງ ເມືອງພິນ ແຂວງ ສວັນນະເຂດ ໄດ້ຖືກ ເຈົ້າໜ້າທີ່ຕໍາຣວດ ເມືອງພິນ ເອີ້ນໄປສຶກສາອົບຮົມ ແລະກັກໂຕ ຍ້ອນພວກເຂົາເຈົ້າຈັດພິທີ ສລອງບຸນຄຣິສມາສ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການ. ແຕ່ພາຍຫລັງຖືກກັກໂຕໄດ້ 7 ມື້ ກໍປ່ອຍອອກ.
ແລະເມື່ອວັນທີ 25 ກຸມພາ ປີນີ້ ຊາວຄຣິສຕຽນລາວ 3 ຄອບຄົວ - 14 ຄົນ ຢູ່ບ້ານຕີນຄອຍ ເມືອງລອງ ແຂວງຫລວງນໍ້າທາ ກໍໄດ້ຖືກ ອໍານາດ ການປົກຄອງບ້ານ ແລະ ຊາວບ້ານຈໍານວນນຶ່ງ ໄປມ້າງເຮືອນ ແລະໄລ່ພວກເຂົາເຈົ້າ ອອກຈາກບ້ານ ຍ້ອນບໍ່ຍອມປະລະ ການນັບຖືສາສນາຄຣິສຕຽນ ຊຶ່ງປັດຈຸບັນ ກໍາລັງຢູ່ໃນຂັ້ນຕອນແກ້ໄຂບັນຫານັ້ນຢູ່.