ສສຊ ວ່າໃຫ້ຣັຖບານເດັດຂາດ ຕໍ່ຜູ້ສໍ້ຣາດ-ບັງຫຼວງ

ໄຊຍາ
2019.11.20
F-Bouakham-NAS ໃນກອງປະຊຸມ ສະພາແຫ່ງຊາດ ຄັ້ງທີ 8 ຊຸດທີ 8 ຍານາງ ບົວຄໍາ ທິບພະວົງ ສສຊ ເຂດເລືອກຕັ້ງ ທີ 1 ນະຄອນຫຼວງວຽງຈັນ ກ່າວເນັ້ນໃຫ້ຣັຖບານ ຕ້ອງສຸມໃສ່ ສ້າງສີມືແຮງງານ ສົ່ງເສີມວຽກເຮັດງານທຳ ແກ່ປະຊາຊົນລາວ
ຮູບພາບຈາກ : ວີດີໂອ ເສຖກິດການຄ້າ

ຍານາງ ສີໄຄ ສີປະເສີດ ສະມາຊິກສະພາແຫ່ງຊາດ ເຂດ 11 ແຂວງບໍລິຄຳໄຊ ສເນີໃຫ້ຣັຖບານລາວ ເອົາໃຈໃສ່ໃນການເກັບກູ້ເງິນລົງທຶນ ຄືນມາໃຫ້ໝົດ ແລະຈະຕ້ອງລົງໂທດເຈົ້າໜ້າທີ່ ແລະຫ້ອງການທີ່ກ່ຽວຂ້ອງ ແບບເດັດຂາດບໍ່ໃຫ້ປ່ອຍປະໄປຈົນກໍ່ ໃຫ້ເກີດຄວາມເສັຽຫາຍ, ດັ່ງທ່ານໄດ້ກ່າວໃນກອງປະຊຸມສະພາແຫ່ງຊາດ ທີ່ກຳລັງດຳເນີນໄປ ໃນປັຈຈຸບັນວ່າ:

"ຢາກສເນີໃຫ້ຣັຖບານຫັ້ນ ເອົາໃຈໃສ່ຕິດຕາມເກັບກູ້ຄືນ ບັນຫາຫ່ວງເງິນຕ່າງໆ ທີ່ຈ່າຍບໍ່ຖືກຕ້ອງຕາມກົດໝາຍ ວ່າດ້ວຍງົບປະມານແຫ່ງຣັຖ ເຂົ້າຄືນງົບປະມານແຫ່ງຣັຖໃຫ້ຄົບຖ້ວນ ພ້ອມກັນນັ້ນກໍ່ຢາກໃຫ້ ມີການປະຕິບັດມາຕການວິນັຍຕໍ່ຫົວໜ່ວຍ ງົບປະມານທີ່ຣະເມີດຫັ້ນ."

ສະມາຊິກສະພາແຫ່ງຊາດເຂດ 1 ນະຄອນຫຼວງວຽງຈັນ ຍານາງ ວາລີ ເວດສະພົງ ໄດ້ສເນີວ່າຂໍໃຫ້ຣັຖເພີ່ມບົດລົງໂທດ ຕໍ່ຜູ້ສໍ້ຣາດບັງຫຼວງ ບໍ່ແມ່ນໃຫ້ເລືອກປະຕິດບັດສະເພາະ ບຸກຄົນໃດນຶ່ງ.

"ຕ້ອງມີມາຕການລົງໂທດ ເນື່ອງຈາກວ່າປັຈຈຸບັນນີ້ຜູ້ເຮັດຜິດແຕ່ບໍ່ມີໂທດ ແຕ່ວ່າພວກເຮົາບໍ່ມີມາຕການລົງໂທດ ແບບເດັດຂາດມີລົງໂທດ ແຕ່ແປະໆບາງໆເນາະ."

ຕໍ່ກັບການປາບປາມຜູ້ສໍ້ຣາດບັງຫຼວງ ປະຊາຊົນທ່ານນຶ່ງ ໄດ້ໃຫ້ຄໍາເຫັນຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 20 ພຶສຈິກາ ວ່າມັນເປັນການຍາກ ໃນການປາບປາມ ປາບໄດ້ແຕ່ພະນັກງານຜູ້ນ້ອຍ ສ່ວນຜູ້ນຳຣະດັບສູງນັ້ນ ບໍ່ສາມາດປາບປາມໄດ້:

"ຈັບພະນັກງານຂັ້ນຣະດັບຕ່າງໆເນາະ ທີ່ບໍ່ແມ່ນພະນັກງານຣະດັບສູງຂອງພັກ-ຣັຖ ສະນັ້ນໂຕເອງທີ່ເປັນຜູ້ນຳຣະດັບສູງ ພາເຂົາເປັນເນາະ ມັນບໍ່ແມ່ນຂັ້ນລຸ່ມເປັນ ພາຣະດັບສູງເປັນເດເນາະ ຂັ້ນລູ່ມເຂົາກາເປັນນໍາເດ້ເນາະເພາະວ່າໂຕເອງພາເຂົ້າເປັນ ແບບນັ້ນມາ ກາເລີຍການໃຊ້ ອຳນາດ ມັນກາເລີຍຍາກເພາະຕົນເອງ ພາເຂົາເຈົ້າເຮັດເນາະ ເຂົາເອີ້ນນົກເຄົ້າທ້ວງຕາແມ່ນເນາະ."

ຕໍ່ກັບຄຳເຫັນຂອງປະຊາຊົນມັນສອດຄ່ອງ ກັບເຫດການເມື່ອ ເດືອນສິງຫາ ຜ່ານມາ ທ່ານ ສົມດີ ດວງດີ ຣັຖມົນຕຣີກະຊວງການເງິນໄດ້ ອອກຂໍ້ຕົກລົງ ງົດການປະຕິບັດໜ້າທີ່ ຕໍ່ພະນັກງານສັງກັດ ຢູ່ກົມພາສີ ຍ້ອນຜູ້ກ່ຽວຣະເມີດກົດໝາຍ ແລະເຄື່ອນໄຫວວຽກ ທີ່ເປັນການ ປັ່ນປ່ວນ ແລະ ກໍ່ກວນຄວາມບໍ່ສະຫງົບ ທີ່ມີຜົລສະທ້ອນຕໍ່ບຸກຄົນ ພ້ອມນີ້ ໃນລະຍະງົດການປະຕິບັດໜ້າທີ່ຊົ່ວຄາວ ໃຫ້ຫັກເງິນເດືອນ ແລະ ເງິນອຸດໜູນ 50% ນັບແຕ່ງວດທີ 3 ປີ 2019 ເປັນຕົ້ນໄປ.

ເຊັ່ນດຽວກັນກັບ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ກາສື່ສານ ໄດ້ດຳເນີນຄະດີ ການສໍ້ຣາດບັງຫຼວງ ຕໍ່ອະດີດພະນັກງານ ບໍຣິສັດວິສາຫະກິດ ໄປສະນີລາວ ຈຳນວນ 29 ເມື່ອວັນທີ 03 ຕຸລາ ຜ່ານມາ ໂດຍສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຕັດສິນ ອະດີດພະນັກງານບໍຣິສັດ ໄປສະນີ ຈຳນວນ 17 ຄົນ ແລະ ຄົນນອກອີກ 3 ຄົນ ໃນຂໍ້ຫາສົມຮູ້ຮ່ວມຄິດ ຍັກຍອກເງິນຂອງບໍຣິສັດ ໂດຍລົງໂທດສູງສຸດ ຈຳຄຸກຕລອດຊີວິດ 1 ຄົນ. ສ່ວນຜູ້ຮ່ວມຂະບວນການ ກໍ່ຖືກຈຳຄຸກໄລ່ລຽງກັນຕາມ ສະຖານະການ. ພ້ອມທັງໃຫ້ໃຊ້ ແທນຄ່າເສັຍຫາຍ ໃຫ້ກັບບໍຣິສັດຄືນ. ສ່ວນທີ່ຍັງເຫຼືອຢູ່ໃນຂັ້ນຕອນ ການດຳເນີນຄະດີສອງຄົນ ແລະ ກຳລັງດຳເນີນຄະດີ ອີກ 12 ຄົນ.

ນອກຈາກນີ້ ຍານາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງຣັຖ ໄດ້ຣາຍງານໃນກອງປະຊຸມ ສະພາແຫ່ງຊາດ ໃນວັນທີ 07 ພຶສຈິກາວ່າ ຜົນການກວດສອບ ບົດສະຫຼຸບຂາດ ໂຕການນໍາໃຊ້ງົບປະມານ 2018 ໂດຍໄດ້ລົງກວດສອບ 99 ເປົ້າໝາຍ ພົບເຫັນລາຍຮັບ ທີ່ບໍ່ມອບເຂົ້າງົບປະມານ ແຫ່ງຣັຖ 433 ຕື້ປາຍກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.