ບັນຫາຣັຖກອນລໍ້າລວຍ ເກີນເຫດ
2019.06.10

ທ່ານສົມເພັດ ອິນທະທິລາດ ສະມາຊິກສະພາ ແຫ່ງຊາດ ຈາກແຂວງ ສະຫວັນນະເຂດ ຖາມ ນາຍຍົກຣັຖມົນຕຣີ ໃນກອງປະຊຸມສະພາ ເມືອວັນທີ 7 ມິຖູນາ ວ່າ: ເປັນຫຍັງ ພະນັກງານຣັຖກອນ ຈຶ່ງຍັງລໍ້າລວຍ ຜິດປົກກະຕິ ປູກເຮືອນຫລັງໃຫຍ່, ຈັດງານລ້ຽງ ງານດອງ ຢ່າງໃຫຍ່ໂຕ ຫລາຍແທ້:
“ຂ້າພະເຈົ້າຢາກຖາມບັນຫາດຽວ ກ່ຽວກັບສັງຄົມທີ່ຈົ່ມວ່າ ຕໍ່ພະນັກງານຣັຖຂອງໄທເຮົາ ເປັນຕົ້ນ; ນຶ່ງລະແມ່ນ ນຶ່ງແຂ່ງຂັນກັນປູກເຮືອນ ບໍ່ແມ່ນເຮືອນ ຄະຣຶຫາດຫລາຍຫລັງນີ້ນະ ອັນນີ້ບັນຫານຶ່ງ ອັນສອງມາ ຈັດງານລ້ຽງງານດອງ ມະຫິມາ ຕໍ່ບັນຫານີ້ ທ່ານ ນາຍົກ ມີຄວາມຄິດສິແກ້ແນວໃດ.”
ຕໍ່ຄໍາຖາມດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍຍົກຣັຖມົນຕຣີ ໄດ້ຕອບຄໍາຖາມນີ້ວ່າ ເຈົ້າໜ້າທີ່ຄວນກວດກາ ເຂົາໄດ້ເງິນມາແຕ່ໃສ:
“ກໍເບິ່ງດຸວ່າເຂົາໄດ້ມາຈາກອິຫຍັງ ການສ້າງເຮືອນຊານບໍ ຫຼືວ່າການຈັດງານຈັດຫຍັງ ໄດ້ມາຈາກຫຍັງ ພວກເຮົາສິອອກຣະບຽບວ່າ ຫ້າມບໍ່ໃຫ້ເຮັດເຮືອນໃຫຍ່ ວ່າຊັ້ນ ມັນກໍບໍ່ໄດ້ ແຕ່ວ່າ ມັນໄດ້ມາຈາກຫຍັງ ອັນນີ້ມັນມີກົນໄກ ຕິດຕາມກວດກາໄດ້ ພວກສະຫາຍ.”
ທ່ານທອງລຸນ ເວົ້າວ່າ ເມື່ອປີ 2018 ຜ່ານມາ ອົງການກວດກາ ຣັຖບານ ກວດພົບຜູ້ມີພຶດຕິກັມ ສໍ້ຣາດບັງຫລວງ 1,200 ປາຍຄົນ ໃນນັ້ນ ເປັນພະນັກງານຣັຖ ເຖິງ 970 ຄົນ, ຜູ້ປະກອບການ 300 ປາຍຄົນ ປັຈຈຸບັນ ກໍາລັງຢູ່ໃນຂັ້ນຕອນ ສືບສວນ ສອບສວນ ຕາມກົດໝາຍ ຊຶ່ງມີມູນຄ່າ ເສັຍຫາຍສູງເຖິງ 999 ຕຶ້ກີບ.
ໃນຂນະທີ່ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ມິຖູນາ ນີ້ວ່າ ຢາກໃຫ້ ຣັຖບານລາວ ເອົາຈິງເອົາຈັງ ຕໍ່ການລົງໂທດ ແລະ ລົງວິນັຍ ພະນັກງານຣັຖກອນ ທີ່ກະທໍາຜິດ ສໍ້ຣາດບັງຫຼວງ ເພື່ອບໍ່ໃຫ້ ພະນັກງານຊັ້ນນ້ອຍ ເອົາເປັນແບບຢ່າງ, ຫາກປະຕິບັດໄດ້ ຢ່າງເປັນຮູປທັມ ກໍຈະເປັນສິ່ງດີ ຕໍ່ປະເທດຊາດ ແລະ ປະຊາຊົນລາວທຸກຄົນ:
”ເວົ້າເຣື້ອງເພິ່ນປະກາດເອີ ວ່າກວດກາໄດ້ເທົ່ານັ້ນ ເທົ່ານີ້ນັ້ນຄັນເວົ້າແລ້ວ ຕ້ອງໄດ້ປະຕິບັດເວົ້າຊັ້ນໄດ້ ປະຊາຊົນ; ສອງມາ ຢາກໃຫ້ ຂັ້ນເທິງເປັນແບບຢ່າງກ່ອນເຂົາວ່າ, ອັນນີ້ໄປເຮັດໄປຂ້າຜູ້ເລັກຜູ້ນ້ອຍຊື່ໆ ຜູ້ໃຫຍ່ຫັ້ນຕິ ຊັ້ນໃດ໋ ເຣື້ອງມັນຫັ້ນ.”
ເມື່ອວັນທີ 4 ມິຖູນາ ນີ້ ແຂວງຄໍາມ່ວນ ໄດ້ສລຸບຜົນການກວດກາ ໂຄງການຕ່າງໆ ທົ່ວແຂວງ ຊຶ່ງໃນນັ້ນກວດພົບ ໂຄງການລົງທຶນ ຢູ່ ຜແນກສຶກສາທິການ ແລະ ກິລາແຂວງ 3 ໂຄງການ ທີ່ ບໍ່ປະຕິບັດຕາມສັນຍາ ມູນຄ່າເສັຽຫາຍ ທັງໝົດ 400 ລ້ານ ປາຍກີບ ໃນຂນະທີ່ ແຂວງຄໍາມ່ວນ ບໍ່ໄດ້ ເປິດເຜີຍຣາຍລະອຽດ ບົດລົງໂທດ ຕໍ່ຜູ້ກະທໍາຜິດນັ້ນ ແຕ່ຢ່າງໃດ.