ກິຈກັມລໍາລຶກເຖິງທ່ານ ສົມບັດ

ຈໍາປາທອງ
2015.12.09
F-Sombat ພິທີທາງສາສນາ ທີ່ ຈັດຂຶ້ນໃນປີຜ່ານມາ ເພື່ອລຳລຶກເຖິງ ທ່ານ ສົມບັດ ສົມພອນ ຖືກລັກພາຕົວໄປ
RFA

ສູນອົບຮົມ ຮ່ວມພັທນາ ຫຼື ປາແດກ ຕຣຽມ ກິຈກັມ ລໍາລຶກ ເຖິງການ ຫາຍສາບສູນ ຄົບຮອບ 3 ປີ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ດີເດັ່ນ ຜູ້ກໍ່ຕັ້ງ ສູນ ດັງກ່າວ ໃນ ວັນສຸກ ທີ 11 ທັນວາ ທີ່ ຈະມາເຖິງ ນີ້. ຕາມການ ເປີດເຜີຍ ຂອງ ເຈົ້າຫນ້າທີ່ ສູນ ປາແດກ (PADETC) ເມື່ອ ວັນທີ 9 ທັນວາ 2015:

“ງານ ວາງສະແດງ ຂອງ ເຄືອຂ່າຍ ເປັນງານ ລໍາລຶກເຖິງ ຜູ້ກໍ່ຕັ້ງ ສູນ ອົບຮົມ ຮ່ວມ ພັທນາ ຢູ່ຫ້ອງການ ນີ້ ຕອນເຊົ້າ ມີ ສູດຮົດນ້ຳ ເຈົ້າ”.

ສຳລັບ ງານປີນີ້ ຄາດວ່າ ເຄືອຂ່າຍ ອາສາ ສະຫມັກ ແລະ ພະນັກງານ ທີ່ ເຄີຍເຮັດວຽກ ກັບ ສູນ ດັ່ງກ່າວ ຈະມາຮ່ວມ ງານນີ້ ຄື ສອງ ປີ ທີ່ຜ່ານມາ. ນາງ ກ່າວຕື່ມອີກ ຕອນນຶ່ງ ວ່າ ໃນຖານະ ທີ່ເຄີຍ ເຮັດວຽກ ກັບ ທ່ານ ສົມບັດ ຮູ້ສຶກ ປະທັບໃຈ ແນວຄິດ ດ້ານ ການພັທນາ ແລະ ຄວາມເສັຽສຣະ ຂອງ ທ່ານ ຊຶ່ງ ສູນອົບຮົມ ຮ່ວມພັທນາ ກໍໄດ້ ຍຶດຫມັ້ນ ແລະ ຈະສືບຕໍ່ ວຽກງານ ຂອງ ທ່ານ ຕໍ່ໆໄປ:

“ເພິ່ນ ເຮັດວຽກ ພັທນາ ບໍ່ໄດ້ ຫາ ຜົລປະໂຍດ ເຮັດວຽກ ເພື່ອ ສັງຄົມ. ຂ້ອຍ ກໍຜູ້ນຶ່ງ ທີ່ມີ ໂອກາດ ມາເຮັດວຽກ ຢູ່ນີ້ ກໍດີໃຈ ທີ່ ເຮົາໄດ້ ເຂົ້າມາຮ່ວມ ນຳເພິ່ນ ເພິ່ນ ເຮັດວຽກ ເສັຽສຣະ, ເຖິງ ແມ່ນວ່າ ເພິ່ນ ບໍຢູ່ ແຕ່ PADETC ກໍເຮັດວຽກ ເພື່ອ ສັງຄົມ ຄືເກົ່າ”.

ການລໍາລຶກ ເຖິງ ທ່ານ ສົມບັດ ສົມພອນ ທີ່ ຫາຍສາບສູນ ໄປ ໃນວັນທີ 15 ທັນວາ  2012, ໃນ ປີນີ້ ອົງການ ຈັດຕັ້ງ ທາງສັງຄົມ ຕ່າງໆ ໂດຍສະເພາະ ໃນ ປະເທດໄທ ກໍຈະຈັດ ກິຈກັມ ເຊັ່ນກັນ ເປັນຕົ້ນ ງານ ເສວະນາ ຂອງ ອົງການ ສິດທິມະນຸດ ແລະ ກິຈກັມ ຂອງ ເຄືອຂ່າຍ ນັກສຶກສາ ແລະ ຊາວຫນຸ່ມ ຢູ່ ປະເທສໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.