ກິຈກັມຄົບຮອບນຶ່ງປີຂອງ ທ່ານ ສົມບັດ
2013.12.15

ສູນອົບຮົມຮ່ວມພັທນາ (Padect) ຈັດງານຣະນຶກເຖິງ ທ່ານ ສົມບັດ ສົມພອນ ທີ່ຫາຍສາບສູນໄປເປັນເວລາ 1 ປີເຕັມໃນວັນທີ່ 15 ທັນວາ ແລະ ສະແດງ ຜົນງານ ຂອງສູນ ໃນ 10 ປີ ຜ່ານມາ.
ພິທີໄດ້ຈັດຂຶ້ນທີ່ ສໍານັກງານສູນອົບຮົມຮ່ວມພັທນາ ທີ່ບ້ານນາຄຳເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ດັ່ງອາສາສມັກຂອງສູນຜູ້ນຶ່ງ ທີ່ສງວນຊື່ ໄດ້ເວົ້າກ່ຽວກັບເຣື່ອງນີ້ວ່າ:
“ພວກເຮົາພາກັນວາງສະແດງ ຜົນການເຄື່ອນໄຫວ ຕັ້ງແຕ່ສມັຍອະດີດ ຈົນມາເຖິງປັດຈຸບັນ ຕັ້ງແຕ່ເລີ້ມກໍ່ສ້າງ ສູນປາແດກ ກະມີການວາງ ສະແດງຜົນງານຕ່າງໆກ່ຽວກັບການພັທນາທີ່ຍືນຍົງ ເປັນສົ່ງເສີມການສຶກ ສາໃຫ້ກັບຊຸມຊົນ ຜົນງານໃນການລົງ ບໍຣິການຊຸມຊົນໃຫ້ຄວາມຮູ້ ຂະເຈົ້າ ໃນການສ້າງອາຊີບ ສ້າງວຽກເຮັດງານທຳ ໃຫ້ຄວາມຮູ້ຂະເຈົ້າ ໃນການ ອະນຸຮັກສິ່ງແວດລ້ອມ ຊຸມຊົນຂອງຂະເຈົ້າເອງ ແລະອີກ ຢ່າງນຶ່ງ ໃນງານພວກເຮົາ ກະມີການຈັດງານລຳລຶກເຮັດບາສີສູ່ຂວັນເລັກໜ້ອຍ ແລະກໍກິຈກັມຕ່າງໆເພື່ອເປັນການລະນຶກເຖິງຄົບຮອບນຶ່ງປີ ທີ່ລຸງ ເພິ່ນໄດ້ຖືກລັກພາຕົວໄປ. ພວກເຮົາກະມີການ ມັດຂໍ່ຕໍ່ແຂນ ເພື່ອເປັນການ ໃຫ້ກໍາລັງໃຈເມັຍເພິ່ນ.”
ໃນຂະນະດຽວກັນກໍມີພິທີບາສີສູ່ຂວັນນ້ອຍ ໃຫ້ແກ່ນາງ ອຶ້ງສຸຍເມັ່ງ ພັລຍາຂອງ ທ່ານ ສົມບັດ ສົມພອນ ຜູ້ເຂົ້າຮ່ວມພິທີຄັ້ງນີ້ ມີອາສາສມັກ ຂອງສູນອົບຮົມຮ່ວມພັທນາຫລາຍລຸ້ນ ອະດີດອາສາສມັກ ພະນັກງານ ອະດີດພະນັງງານພ້ອມດ້ວຍບັນດາຜູ້ຕາງໜ້າສະຖານທູດຕ່າງໆແລະ ອົງການຈັດຕັ້ງທີ່ບໍ່ຂື້ນກັບຣັຖ ບານຫລື NGOs ທີ່ເຄີຍຮ່ວມງານກັບ ທ່ານ ສົມບັດ ສົມພອນ.
ບຸກຄົນສຳຄັນທ່ານນຶ່ງ ທີ່ເຂົ້າຮ່ວມກໍຄື ທ່ານ ມີແຊວ ກັອບຟິ່ນ ອຸປທູດສະຫະພາບຢູໂຣບປະຈຳລາວ ທີ່ໄດ້ຂື້ນກ່າວຄໍາປາໃສ ໃນພິທີລໍາລຶກ ດັ່ງກ່າວ. ບັນຍາກາດໃນງານເປັນໄປດ້ວຍຄວາມງຽບເຫງົາ. ທ່ານສົມບັດ ສົມພອນ ກໍ່ຕັ້ງສູນອົບຮົມຮ່ວມພັທນານີ້ຂື້ນ ໃນປີ 1996.