ພິທີໄວ້ອາໄລແດ່ຜູ້ເສັຽຊີວິດ ຍ້ອນ ຣັຖບານ ລາວ

0:00 / 0:00

ຊາວລາວ ໃນ ຕ່າງປະເທດ ຊຶ່ງ ເປັນ ສະມາຊິກ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ໄດ້ພາກັນ ເດີນ ຂະບວນ ໄປ ທຳພິທີ ໄວ້ອາໄລ ແດ່ ດວງວິນຍານ ຂອງ ຊາວລາວ ທີ່ ເສັຽ ຊີວິດ ຍ້ອນການ ປາບປາມ ຂອງ ຣັຖບານ ສປປລາວ.

ເມື່ອ ວັນຈັນ ວັນທີ່ 19 ມົກກະຣາ 2015 ຊາວລາວ ປະມານ 70 ຄົນ ໄດ້ພາກັນ ໄປ ທ້ອນໂຮມ ຢູ່ຕໍ່ໜ້າ ອະນຸ ສາວະຣີ ພຣະມະຫາ ຄັນທີ ໃກ້ກັບຕຶກ ສະຫະ ປະຊາຊາດ ໃນ ນະຄອນ ເຈນີວາ ປະເທດ ສວິຊແລັນ. ຜູ້ເຂົ້າຮ່ວມ ພິທີ ຄົນນຶ່ງ ຊີ້ແຈງ ການ ທ້ອນໂຮມ ກັນ ເທື່ອນີ້ວ່າ:

“ມາທີ່ນີ້ ແມ່ນມາ ຈຸດທຽນ ເພື່ອໄວ້ ອາໄລ ເຖິງ ດວງວິນຍານ ຂອ ງບັນພະບຸຣຸດລາວ ປະຊາຊົນ ລາວ ທີ່ ຫາຍສາບສູນ ລົ້ມຫາຍ ຕາຍຈາກ ໃນສມັຍ ສົງຄາມ ຫລື ດ້ວຍນ້ຳມື ຂອງ ຣະບອບ ຢູ່ເມືອງລາວ ຣະບອບ ຜະເດັດການ ສູ່ມື້ນີ້ ໂດຍ ສະເພາະ ທ່ານ ສົມບັດ ສົມພອນ ວ່າ ເພິ່ນຢູ່ໃສ ຂໍວິ້ງວອນ ໃຫ້ ດວງ ວິນຍານ ຫລືວ່າ ໃຫ້ເພິ່ນຫັ້ນ ໄດ້ກັບ ຄືນມາຫາ ຄອບຄົວ ຂອງ ເພິ່ນ ແລະ ພະບາດ ສົມເດັດ ຢູ່ຫົວ ຫລື ປວງຊົນ ຊາວລາວ ຕັ້ງແຕ່ເໜືອ ຕລອດໃຕ້ ອັນນີ້ແມ່ນ ມີ ຈຸດປະສົງ ແນວນັ້ນ ມື້ນີ້ ຫັ່ນນ໋າ.”

ໃນພິທີ ດັ່ງກ່າວ ພຣະ ອາຈານ ແລະ ອາຈານ ສາສນາ ຄຣິສຕຽນ ກໍໄດ້ມາ ຮ່ວມ ແລະ ກໍສວດມົນ ພະວັນນາ ໄວ້ອາໄລ ເຖິງ ດວງວິນ ຍານ ຂອງ ຜູ້ເສັຽ ຊີວິດ ຍ້ອນການ ປາບປາມ ຂອງ ຣັຖບານ ສປປ ລາວ. ບໍ່ເທົ່ານັ້ນ ຊາວລາວ ເຫລົ່ານີ້ ຍັງຈະໄປ ຊຸມນຸມ ປະທ້ວງ ໃຫຍ່ ຢູ່ຕໍ່ໜ້າ ຕຶກ ສະຫະ ປະຊາຊາດ ອີກ ເທື່ອນຶ່ງ ໃນ ວັນອັງຄານ ວັນທີ່ 20 ມົກກະຣາ ຊຶ່ງເປັນວັນ ທີ່ ເຈົ້າໜ້າທີ່ ລາວ ແລະ ສະຫະ ປະຊາຊາດ ຈະປະຊຸມ ກັນ ກ່ຽວກັບ ການ ນັບຖື ສິດທິ ມະນຸດ ຢູ່ລາວ.

ອາວະຣີ ວິທຍຸ ເອເຊັຽ ເສຣີ ຣາຍງານ ຈາກ ນະຄອນ ເຈນີວາ ປະເທດ ສວິຊແລັນ.