ປະທ້ວງ ຕ້ານການປົກຄອງ ຜະເດັດການ: ລາວໂພ້ນທະເລ
2018.03.19

ໃນໂອກາດ ກອງປະຊຸມ ສຸດຍອດພິເສດ ຣະຫວ່າງ ອາຊຽນ ແລະ ອອສເຕຣເລັຍ ວັນທີ 17 ມິນາ 2018 ນີ້, ອົງການພັນທະມິດ ເພື່ອປະ ຊາທິປະໄຕ ໃນລາວ, ຣັຖບາລລາວ ພັດຖິ່ນ ແລະ ຊຸມຊົນຊາວລາວ ຮ່ວມກັບ ຊາວຂເມນເສຣີ, ວຽດນາມເສຣີ ຮວມທັງ ຊາວໂຣຮິງຢາ ຮ່ວມກັນ ຈັດການເດີນຂະບວນ ປະທ້ວງ ຕ້ານພວກຄອມມິວນິສ ແລະ ຜະເດັດການລາວ, ວຽດນາມ, ກຳພູຊາ ແລະ ປະເທສອື່ນໆ ໃນກຸ່ມປະເທສ ອາຊຽນ ເພື່ອສິທທິມະນຸດ ແລະ ປະຊາທິປະໄຕ ຢູ່ນະຄອນຊິດນີ, ປະເທສ ອອສເຕຣເລັຽ ຊຶ່ງມີຜູ້ເຂົ້າຮ່ວມ 3,000 ປາຍຄົນ.
ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານພັນທະມິດ ເພື່ອປະຊາທິປະໄຕໃນລາວ, ໃຫ້ສັມພາດ ວິທຍຸ ເອເຊັຽ ເສຣີ ຜ່ານທາງໂທຣະສັບ ໃນມື້ ວັນທີ 17 ມິນາ 2018, ຊຶ່ງເບື້ອງຕົ້ນ ຍານາງກ່າວເຖິງ ການທວງ ແລະ ຄຳຮຽກຮ້ອງ ໃນຣະຫວ່າງ ການເດີນຂະບວນ ປະທ້ວງ ນັ້ນວ່າ:
(ສຽງສັມພາດ)
ການເດີນຂະບວນປະທ້ວງ ຄັ້ງໃຫຍ່ ຢູ່ນະຄອນຊິດນີ ປະເທສອອສເຕຣເລັຍ ຂອງ ຊຸມຊົນ ທີ່ຕໍ່ສູ້ ເພື່ອຄວາມເປັນທັມ ໃນມື້ວັນທີ 17 ມິນາ 2018 ນີ້ ຜູ້ເຂົ້າຮ່ວມ ການປະທ້ວງ ຖືວ່າ ເປັນການປະທ້ວງ ຄັ້ງປວັດສາດ ອີກຄັ້ງນຶ່ງ ທີ່ມີມວນຊົນປະເທດຕ່າງໆ ຮວມທັງຊຸມຊົນ ຊາວລາວ, ກຳພູຊາ, ວຽດນາມ, ໂຣຮິງຢາ ໃນກຸ່ມ ປະເທດອາຊຽນເຂົ້າຮ່ວມ 3,000 ປາຍຄົນ ເພື່ອສິດທິມະນຸດ ແລະ ປະຊາທິປະໄຕ ໃຫ້ເກີດ ມີແກ່ປວງຊົນ ໃນຂົງເຂດນີ້.