ຊາວໂລກຍັງບໍ່ລືມ ທ.ສົມບັດ
2014.07.31
ເວລາ ຜ່ານໄປ 500 ມື້ແລ້ວ ຍັງບໍ່ຮູ້ ຊະຕາກັມ ຂອງ ທ່ານ ສົມບັດ ເລີຍ ທາງການລາວ ກໍເມີນເສິຍ ບໍ່ຍອມ ຮ່ວມມື ກັບ ສາກົນ ຢ່າງ ຈິງຈັງ ສາກົນ ສເນີຈະຊ່ອຍ ສືບສວນ ກໍບໍ່ຍອມ ຮັບ.
ອົງການ ນິຣະໂທດກັມ ສາກົນ ອອກ ຖແລງການວ່າ ເປັນເວລາ 500 ມື້ແລ້ວ ຍັງບໍ່ຮູ້ວ່າ ທ່ານ ສົມບັດ ສົມພອນ ຢູ່ໃສ ນາງ ຊູຫມີງ ພັລຍາ ຂອງ ທ່ານ ໄດ້ຮຽກຮ້ອງ ຄຳ ອະທິບາຍ ທີ່ສາມີ ຫາຍສາບສູນ ໄປ ຕັ້ງແຕ່ ວັນທີ 15 ທັນວາ 2012 ທີ່ ນະຄອນຫລວງ ວຽງຈັນ.
ນາງ ຊູຫມີງ ໄດ້ເດີນທາງ ໄປຫລາຍ ປະເທດ ຮ່ວມທັງ ສະຫະຣັດ ເພື່ອ ເຜີຍແພ່ຂ່າວ ກ່ຽວກັບ ການ ຫາຍສາບສູນ ຂອງສາມີ ຕໍ່ສື່ ມວນຊົນ ແລະ ເຈົ້າຫນ້າທີ່ ທາງການ ໃນຫລາຍໆ ປະເທດ ແຕ່ກໍຍັງ ບໍ່ມີຮ່ອງຮອຍ ວ່າ ສາມີ ຂອງນາງຢູ່ໃສ ແລະ ຍັງມີ ຊີວີດຢູ່ ຫລືບໍ່.
ບົດຣາຍງານ ຈາກ ອົງການ ນິຣະໂທດກັມ ສາກົນ ໃນຫົວຂໍ້ ທີ່ວ່າ ສປປລາວ ຖືກບັນທຶກ ໄວ້ໃນຮູບພາບ ວິດີໂອ ຊື່ງ ເປັນ ການສະແດງ ໃຫ້ເຫັນວ່າ ທ່ານ ສົມບັດ ສົມພອນ ບໍ່ໄດ້ຖືກ ລັກພາຕົວ ຈາກຄົນ ທີ່ຮູ້ຈັກກັນ ດັ່ງທີ່ ທາງການລາວ ບອກເຫລົ່າ ແຕ່ຢ່າງໃດ. ແຕ່ກັບຖືກ ບັງຄັບ ໃຫ້ຂື້ນຣົດ ໂດຍ ເຈົ້າຫນ້າທີ່ ຕ່າງຫາກ.
ທັ້ງໆທີ່ ມີການ ຮຽກຮ້ອງ ໃຫ້ມີການ ສືບສວນ ຢ່າງຮີບດ່ວນ ຈາກ ສະຫະຣັດ ແລະ ສະຫະພາບ ຢູໂຣບ ສະມາຄົມ ອາຊຽນ ຫ້ອງການ ຂ້າຫລວງໃຫຍ່ ສະຫະ ປະຊາຊາດ ດ້ານ ສິດທິມະນຸດ ແລະ ອົງການຕ່າງໆ ເທົ່າເຖິງ ປັດຈຸບັນ ກໍຍັງບໍ່ໄດ້ ຮັບຄວາມ ຮ່ວມມື ຈາກ ທາງການລາວ ແຕ່ຢ່າງໃດ ການສືບສວນ ຕ່າງໆ ກໍຊັກຊ້າ ແລະ ຢຸດສງັກ.