ແຂວງອຸດົມໄຊ ລົງໂທດ ພະນັກງານ ພັກ-ຣັຖ ທີ່ສໍ້ຣາສບັງຫຼວງ

0:00 / 0:00

ທາງການແຂວງອຸດົມໄຊ ປະຕິບັດວິນັຍພະນັກງານພັກ-ຣັຖຂັ້ນຕ່າງໆ ຈໍານວນ 35 ຄົນຍ້ອນສໍ້ຣາສບັງຫລວງ, ສ້າງຄວາມເສັຍຫາຍເຖິງ 17.43 ຕື້ກີບ. ໃນນັ້ນອົງການຈັດຕັ້ງເສັຍຫາຍປະມານ 7 ຕື້ກີບ ແລະບຸກຄົນເສັຍຫາຍປະມານ 10 ຕື້ກີບ, ອີງຕາມຣາຍງານຂອງທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງອຸດົມໄຊ ຕໍ່ກອງປະຊຸມກວດກາທີ່ແຂວງອຸດົມໄຊ ແຕ່ມື້ວັນທີ 6 ຫາວັນທີ 8 ພຶສພາ 2022 ໂດຍມີທ່ານ ຄໍາພັນ ພົມມະທັດ ກັມມະການກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງຣັຖເຂົ້າຮ່ວມ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການກວດກາພັກ-ຣັຖແຂວງອຸດົມໄຊເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 10 ພຶສພານີ້ວ່າ ຍ້ອນຜູ້ມີອໍານາດບາງຄົນຢູ່ໃນແຂວງ ສວຍໂອກາດໃຊ້ຕໍາແໜ່ງ ໜ້າທີ່ຂອງຕົນ ເອົາລູກຫລານ ແລະຍາດພີ່ນ້ອງເຂົ້າເຮັດວຽກ ແບບບໍ່ຖືກລະບຽບ ແລະໃຫ້ພວກເຂົາເຈົ້າຮັບຜິດຊອບ ໂຄງການພັທນາຕ່າງໆ ໂດຍບໍ່ມີການຕິດຕາມ, ກວດກາ, ເຮັດໃຫ້ເກີດຄວາມເສັຍຫາຍ ໃຫ້ແກ່ຣັຖໃນແຕ່ລະປີຢ່າງມະຫາສານ.

ດັ່ງທີ່ທ່ານກ່າວວ່າ:

" ກໍມີຄົນກຸ່ມນຶ່ງເນາະ ທີ່ເຂົາແລນຊື້ແລ່ນຂາຍ ແລ້ວກໍບ່ອນໃດສິໄດ້ເງິນກໍເອົາລູກເອົາຫລານເຂົ້າໄປ. ກ່ອນຈະເຂົ້າວຽກເຂົ້າງານກະເວົ້າເຣື່ອງເງິນເປັນໃຫຍ່. ໂຕນີ້ແຫລະມັນຈຸດອ່ອນຂອງເຈົ້ານາຍແຕ່ລະ ອົງການຈັດ ຕັ້ງ ນ້ອຍໜັກຈະໄດ້ເງິນຄືນ ຄືສິໄດ້ແລ້ວເງິນມັນໄປໃສຕໍ່ໃສ ບໍ່ຮູ້ແລ້ວ ບາງຄົນກະຖືກຈໍາຄຸກ. "

ທ່ານກ່າວຕື່ມວ່າ ຫາກເຈົ້າໜ້າທີ່ລະດັບສູງ ຍັງເຫັນແກ່ຜົລປໂຍດສ່ວນຕົວ ແລະພັກພວກ, ບໍ່ສົນໃຈຕໍ່ລະບຽບກົດໝາຍ ແລະບໍ່ລົບລ້າງຄວາມຄິດແບບເດີມໆນັ້ນ ບັນຫາການສໍ້ຣາສບັງຫລວງ ກໍຈະບໍ່ໝົດໄປໄດ້ຈາກປະເທດລາວ ແລະຜົລເສັຍຫາຍຈໍານວນມະຫາສານ ທີ່ສູນເສັຍໄປນັ້ນ ກໍຍາກທີ່ຈະຕາມຄືນມາໄດ້.

ມູນຄ່າຄວາມເສັຍຫາຍ 17.43 ຕື້ກີບທີ່ວ່ານັ້ນ ແມ່ນກວດກາພົບຢູ່ 2 ເປົ້າໝາຍໃນບໍຣິສັດຣັຖວິສາຫະກິຈ, ແຕ່ທາງການແຂວງອຸດົມໄຊບໍ່ໄດ້ເປີດເຜີຍວ່າ ເປັນບໍຣິສັດຣັຖວິສາຫະກິຈໃດແທ້ ແລະຜູ້ທີ່ຖືກປະຕິບັດວິນັຍນັ້ນເປັນພະນັກງານຂັ້ນໃດ ແລະຖືກດໍາເນີນຄະດີຈັກຄົນ.

ໃນຂະນະທີ່ປະຊາຊົນລາວຜູ້ນຶ່ງ ຢູ່ເມືອງໄຊ ແຂວງອຸດົມໄຊເວົ້າວ່າ ຫລັງໆມານີ້ ເຫັນທາງການເພິ່ນເຂັ້ມງວດຫລາຍຂຶ້ນ ໃນການຕິດຕາມ, ກວດກາພະນັກງານພັກ-ຣັຖ ເພື່ອປາບປາມການສໍ້ຣາສບັງຫລວງ ຍ້ອນວ່າທີ່ຜ່ານມາ ບັນຫານີ້ເກີດຂຶ້ນຫລາຍ. ພ້ອມກັນນັ້ນກໍໄດ້ຮຽກຮອງ ໃຫ້ທາງການຮັບເອົາພະນັກງານພັກ-ຣັຖ ຜູ້ຊື່ສັດເຂົ້າເຮັດວຽກ ເພື່ອບໍ່ໃຫ້ການສໍ້ຣາສບັງຫລວງເກີດຂຶ້ນອີກ.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

" ແຕ່ສະເພາະພາກເໜືອເຮົານີ້ ຖືວ່າເຂັ້ມງວດໄດ໋ດຽວນີ້ ມັນໄລຍະຊ່ວງນຶ່ງທີ່ວ່າ ກວດຊັບສິນທີ່ວ່ານັ້ນເຂັ້ມງວດຫລາຍ ສົມມຸດວ່າໄປຮໍ່າໄປຮຽນ ກະເົາໂຕຈິງ ເອົາເກັ່ງຄົນນັ້ນແທ້ໆແລ້ວບາດນີ້. "

ແລະຊາວລາວຜູ້ນຶ່ງຢູ່ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ພຶສພານີ້ວ່າ ພະນັກງານພັກ-ຣັຖ ຜູ້ໃດສໍ້ຣາສບັງຫລວງ ຕ້ອງຖືກລົງວິນັຍ ແລະຕ້ອງໃຊ້ເງິນທີ່ຖືກສໍ້ໄປນັ້ນຄືນໃຫ້ຣັຖ.

" ທັມດາກະໃຫ້ໃຊ້ແທນຫັ້ນແຫລະ ຜູ້ກ່ຽວສໍ້ໂກງເອົາໄປຫັ້ນວ່າຊັ້ນສາ ໂຕທີ່ວ່າເປັນເງິນເປັນຄໍາ ແລ້ວກະປະຕິບັດວິນັຍ. "

ປະຊາຊົນລາວອີກຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ກໍເວົ້າໃນມື້ດຽວກັນນີ້ວ່າ ເພື່ອຄວາມໂປ່ງໃສ ທາງການຄວນເປີດເຜີຍຣາຍລະອຽດກ່ຽວກັບໂຄງການ ແລະບຸກຄົນທີ່ສໍ້ຣາສບັງຫລວງ ແລະມີການລົງວິນັຍ, ໃຫ້ໃຊ້ແທນຄວາມເສັຍຫາຍນັ້ນຄືນ ຕາມລະບຽບກົົດໝາຍ.

" ໃນວົງີຣັຖການນີ້ ມັນກໍຕ້ອງໃຫ້ມັນຖືກລະບຽບແທ້ແລ້ວ ຜູ້ກ່ຽວມັນຜິດຫຍັງ ມັນກະຫລາຍສິ່ງຫລາຍຢ່າງ ຄວນເອົາມາເວົ້າ ຖ້າຜິດແທ້ມັນກໍຕ້ອງໄລ່ອອກ ປະຕິບັດວິນັຍແລ້ວກໍໃຫ້ໃຊ້ເງິນຄືນ ...ອີກແລ້ວຫັ້ນແລ້ວ ມັນຈັ່ງຄ່ອຍຖືກລະບຽບ. "

ການສໍ້ຣາສບັງຫລວງ ເປັນບັນຫາໃຫ່ຍ ຊຶ່ງມີມາແຕ່ດົນນານຂອງຣັຖບານ ສປປ ລາວ. ມັນສົ່ງຜົລກະທົບອັນໜັກໜ່ວງຕໍ່ການພັທນາເສຖກິຈ-ສັງຄົມຂອງປະເທດ. ເຖິງແມ່ນວ່າ ຈະໄດ້ມີການປັບປຸງ ຣະບຽບກົດໝາຍໃຫ້ຮັດກຸມຂຶ້ນ ເພື່ອສະກັດກັ້ນ ແລະປາບປາມບັນຫານີ້ໃຫ້ໝົດໄປກໍຕາມ ແຕ່ຣະບຽບກົດໝາຍທີ່ວ່່ານີ້ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລເທົ່າທີ່ຄວນ, ຍັງມີການສໍ້ຣາສບັງຫລວງກັນຢູ່ທົ່ວໄປ ຊຶ່ງເປັນການຍາກທີ່ສຸດ ທີ່ຈະແກ້ໄຂໃຫ້ຫລຸດຜ່ອນ ແລະໝົດໄປໄດ້ ຍ້ອນພະນັກງານພັກ-ຣັຖ ຈໍານວນຫລວງຫລາຍ ຍັງເຫັນແກ່ຜົລປໂຍດສ່ວນຕົວຫລາຍກວ່າ ການພັທນາປະເທດຊາດ.

ນັບຕັ້ງແຕ່ປີ 2016 ມາເຖິງປັດຈຸບັນ ທາງການລາວສາມາດກວດກາໄດ້ 4,185 ເປົ້າໝາຍ, ກວດພົບຜົລເສັຍຫາຍທັງໝົດ 8,370 ຕື້ກີບ, 50 ລ້ານປາຍໂດລ້າຣ໌ສະຫະຣັຖ ແລະ 36 ລ້ານບາດ,ມາເຖິງປັດຈຸບັນ ຣັຖເກັບກູ້ໄດ້ຄືນ 1,782 ຕື້ກີບ, 3 ລ້ານປາຍ ໂດລ້າຣ໌ສະຫະຣັຖ ແລະ 11 ລ້ານປາຍບາດ.