ຈຸດຢືນຂອງກຸ່ມປະທ້ວງຄື: "2 ທັນວາ ວັນມະຫາອຸບາດ"


2013.12.04
F-2-dec ວັນທີ 1 ທັນວາ 2013 ທີ່ກຸງປາຣີ ປະເທດຝຣັ່ເສສ:ປະຊາຊົນລາວນອກ ຈາກຫລາຍແຫ່ງຫົນ ຮ່ວມກັບຫລາຍໆ ອົງການຈັດຕັ້ງ ທີ່ຕໍ່ສູ້ທັກທ້ອງ ການປົກຄອງ ຂອງຜູ້ນໍາ ຜະເດັດການ ໃນ ສປປ ລາວ ການປະທ້ວງເທື່ອນີ້ ພາຍໃຕ້ຫົວຂໍ້ "ວັນທີ 2 ທັນວາ ແມ່ນວັນ ມະຫາອຸບາດ"
RFA

 

ຂະບວນການ ລາວເປັນລາວຍຸກໃໝ່ ທີ່ສະຫະຣັຖ ອະເມຣິກາ ໄດ້ຈັດການປະທ້ວງ ໃນວັນທີ 2 ທັນວາ ຄົບຮອບ 38 ປີ ຊຶ່ງທາງອົງການຖື ວ່າເປັນ ວັນມະຫາອຸບາດ ສໍາລັບຊາດ ແລະປະຊາຊົນລາວ ໃນວັນເສົາ ທີ 30 ພຶສຈິກາ 2013.

ຂະບວນການດັ່ງກ່າວ ໄດ້ເຊື້ອເຊີນຫລາຍອົງການຈັດຕັ້ງ ທາງການເມືອງ ແລະສັງຄົມ ຕລອດເຖິງຜູ້ສົນໃຈຫຼາຽທ່ານ ເຂົ້າຮ່ວມການປະທ້ວງ ຄັ້ງນີ້ ເໝືອນດັ່ງທຸກປີທີ່ຜ່ານມາ. ທ່ານ ສາຍໃຈລາວ ຜູ້ຕາງໜ້າ ຂະບວນການລາວເປັນລາວຍຸກໃໝ່ ເວົ້າເຖິງຈຸດປະສົງ ຂອງການປະທ້ວງ ຕອນນຶ່ງວ່າ:

"ຈຸດປະສົງການປະທ້ວງຂອງພວກເຮົາໃນເທື່ອນີ້ ກໍແມ່ນວ່າເພື່ອປະນາມວັນທີ 2 ທັນວາ ວັນມະຫາອຸບາດຄັ້ງຍິ່ງໃຫຍ່ທີ່ຊາວລາວຂອງ ພວກ ເຮົາບໍ່ເຄີບພົບພໍ້ມາຈັກເທື່ອ ຕລອດ 38 ປີ ເປັນຫຍັງພວກເຮົາຈຶ່ງ ເວົ້າວ່າ ເປັນວັນມະຫາອຸບາດ ເພາະວ່າ ພວກເຮົາເຂົ້າໃຈດີ ແລະປະຊາ ຊົນລາວພວກເຮົາເຂົ້າໃຈດີ ທີ່ພວກເຮົາໄດ້ຮັບເຄາະມາແລ້ວ 38 ປີ ພວກເຮົາຕົກທຸກໄດ້ຍາກ ພວກເຮົາບໍ່ມີສິດບໍ່ມີສຽງໃນການເປັນເຈົ້າຂອງ ປະເທສຊາດ ພວກເຮົາຕ້ອງ ການໃຫ້ປະເທສຊາດ ມີຄວາມ ຢູ່ດີກິນດີ".

ຕອນເຊົ້າຂອງ ວັນອາທິດ ທີ 1 ທັນວາ 2013 ນີ້ ຫລາຍອົງການ ຈັດຕັ້ງການເມືອງ ແລະສັງຄົມ ຮວມທັງພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ, ສະມາຄົມ ນາງໝ້າຍລູກເມັຍ ນັກໂທດການເມືອງລາວ ແລະ ອົງການຕໍ່ສູ້ ເພື່ອອິສຣະພາບລາວ ກໍໄດ້ຈັດການປະທ້ວງ ປະນາມ ອໍານາດການປົກຄອງ ແບບຜະເດັດການຂອງຜູ້ນໍາ ສປປລາວ ທີ່ຫ່າງຈາກສະຖານທູດ ສປປລາວ ຢູ່ກຸງປາຣີ ປະເທສຝຣັ່ງເສສ ບໍ່ພໍເທົ່າໃດ ຊຶ່ງ ຍານາງ ດຣ.ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດເພື່ອປະຊາທິປະຕັຍໃນລາວແລະຕາງໜ້າສະຖາບັນ ທອງສຸກ ສາຍສັງຄີ ໄດ້ກ່າວເຖິງ ຜູ້ເຂົ້າຮ່ວມການປະທ້ວງ ແລະທວງໃຫ້ທາງການລາວ ປ່ຽງແປງ ຫລາຍຢ່າງ ຮວມທັງການເລືອກຕັ້ງ ນໍາດ້ວຍ:

"ການປະທ້ວງມື້ນີ້ ຮູ້ສຶກມີຄວາມພາກພູມໃຈ ທີ່ສຸດ ທີ່ວ່າເກີດ ການປະທ້ວງອັນຄຶກຄື້ນ ແລະມີພໍ່ແມ່ພີ່ນ້ອງລາວ ແລະ ຕາງໜ້າການຈັດຕັ້ງ ຕ່າງໆທີ່ມາຈາກຫລາຍແຫ່ງ ໂດຍສະເພາະ ປະເທສຝັ່ງເສສ ກະຢູ່ໃກ້ ຢູ່ໄກໃນປາຣີເອງ ມາຈາກເມືອງນອກ ປະເທສ ເຢັຍລະມັນ ປະເທສ ສວິດເຊີແລັນ ເມືອງສະຕາບວກ ເຂດບອກໂດ ແລະເຂດອື່ນໆ ເປັນການປະທ້ວງທີ່ເຂັ່ງຂຶມແລະຟົດຟື້ນຫລາຍ ການປະທ້ວງມື້ນີ້ ທວງໃຫ້ມີ ການປ່ຽນແປງໃນລາວ ໄປສູ່ຣະບອບການປົກຄອງ ແບບປະຊາທິປະຕັຍ ທີ່ມີການເລືອກຕັ້ງ ແບບເສຣີ ມີຄວາມເປັນທັມ ມີຫລາຍພັກການ ເມືອງ ເຂົ້າຮ່ວມ ໂດຍມີສະຫະປະຊາຊາດ ເປັນຜູ້ດູແລ ທວງໃຫ້ປ່ອຍ ນັກໂທດການເມືອງ ແລະຜູ້ຖືກຕ້ອງຫາ ທາງການເມືອງ ທຸກຄົນ ຢູ່ ລາວ ຢ່າງ ຮີບດ່ວນ ແລະ ບໍ່ມີເງື່ອນໄຂ ທວງໃຫ້ຍຸຕິການ ຄ້າມະນຸດ ການຄ້າເດັກນ້ອຍ ໃນລາວ ທວງໃຫ້ຍຸຕິ ການຜລິດ ແລະ ການຄ້າ ຢາເສບຕິດ ໃນລາວ, ທວງໃຫ້ຍຸຕິ ການທໍາລາຍ ທັມຊາດ ແລະ ສິ່ງແວດລ້ອມ ໃນລາວ ທວງໃຫ້ທາງການລາວ ເປີດເຜີຍ ຄວາມເປັນຈິງ ກ່ຽວກັບ ການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ຢ່າງເປັນທາງການ ໃຫ້ສາກົນຊາບຢ່າງຮີບດ່ວນ".

ແລະຜູ້ເຂົ້າຮ່ວມ ການປະທ້ວງຈາກແຫ່ງຕ່າງໆ ຂອງປະເທສຝຣັ່ງຫລາຍທ່ານ ກໍສະແດງອອກເຖິງ ຄວາມຮູ້ສຶກພໍໃຈ ຂອງຕົນ ດັ່ງຍາງນາງ ອໍາພາວັນ ມີຄໍາເຫັນຕອນນຶ່ງວ່າ:

"ການມາປະທ້ວງມື້ນີ້ ກະມີຄວາມຮູ້ສຶກດີໃຈ ແລະພູມໃຈທີ່ວ່າ ມີພໍ່ແມ່ພ່ນ້ອງທຸກຄົນທີ່ວ່າມີກໍາລັງໃຈຕໍ່ສູ້ເພື່ອຊາດບ້ານເມືອງຂອງເຮົາ".

ແລະອີກທ່ານນຶ່ງທີ່ມາຈາກມາກໄຊກໍວ່າ:

"ນີ້ແມ່ນ ພົງສະຫວັດ ວັທນາ ປະທານສະມາຄົມອູ້ມຊູປະຊາທິປະຕັຍ ປະຊາຊົນເຂດມາກໄຊ ຮູ້ສຶກດີໃຈຫລາຍ ທີ່ເຫັນຄົນລາວເຮົາຍັງເປັນ ຫ່ວງ ການຕໍ່ສູ້ ມີນໍ້າໃຈຮັກຊາດ ສໍາລັບມື້ນີ້ ກະດີໃຈຫລາຍ ທີ່ເຫັນຄົນ ລຸ້ນໜຸ່ມນ້ອຍ 40-50 ປີໃຫ້ຄວາມສົນໃຈ ໃນເຣື່ອງບ້ານເມືອງເຮົາ ມາເທື່ອນີ້ພົບໜ້າພໍ້ຕາຫລາຍໆຄົນທີ່ ມີຄວາມກະຕືລືລົ້ນ ໃນການຕໍ່ສູ້ ຄິດວ່າຄືສິເປັນພະລັງ ອັນນຶ່ງໃນການຕໍ່ສູ້ ຂອງພວກເຮົາຕໍ່ໄປ".

ພາຽຫຼັງການປະທ້ວງ ສິ້ນສຸດລົງແລ້ວ ໃນຕອນບ່າຍ ຂອງວັນດຽວກັນນັ້ນ ກໍມີກອງປະຊຸມ ຂອງພັນທະມິດ ເພື່ອປະຊາທິປະຕັຍໃນລາວ ກັບ ຫລາຍ ອົງການ ຈັດຕັ້ງສາກົນ ຮວມທັງເຈົ້າໜ້າທີ່ ສະຫະພັນ ເພື່ອສິດທິມະນຸດ ສາກົນ ປະຈໍາສະຫະປະຊາຊາດ ເພື່ອປຶກສາຫາລື ກ່ຽວກັບ ການຣະເມີດສິດທິມະນຸດຢູ່ ສປປ ລາວ ເປັນຕົ້ນ ແມ່ນບັນຫາ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ທີ່ດີເດັ່ນ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.