ເປັນມື້ສຸດທ້າຍ ທີ່ພັນຣະຍາ ເຫັນໜ້າ ທ່ານສົມບັດ

0:00 / 0:00

ຍາ​ນາງ ຊຸ່ຍ ​ເມັ້ງ ພັ​ນຣະ​ຍາ ຂອງ​ທ່ານ ສົມ​ບັດ ສົມ​ພອນ ເຫັນ​ ທ່ານ ສົມ​ບັດ ເປັນ​ຄັ້ງ​ສຸດ​ທ້າຍ ໃນຕອນ​ແລງ ວັນ​ທີ 15 ເດືອນ ທັນ​ວາ 2012. ທັງ ທ່ານ ສົມ​ບັດ ແລະ ຍາ​ນາງ ຊຸ່ຍ ​ເມັ້ງ ຜູ້​ເປັນ​ເມັຽ ຂັບ​ຣົ​ຖ​ຄົນ​ລະ​ຄັນ ມາ​ຈາກ​ບ່ອນ​ເຮັດ​ວຽກ ເພື່ອ​ຈະ​ກັບ​ບ້ານ.

ຍາ​ນາງ ຊຸ່ຍ ເມັ້ງ ກ່າວ​ວ່າ:

" ຂ້ອຍ ກັບ ລາວ ​ຂັບ​ລົດຄົນ​ລະ​ຄັນ ປະມານ 6 ໂມງ, 6:15 ຕອນແລງ ພວກເຮົາ ຂັບ​ລົດ​ຕາມ​ຫລັງ​ກັນກັບ​ບ້ານແລະ ຂ້ອຍ​ຂັບ​ຜ່ານປ້ອມ​ຕຳ​ຫລວດ ຂ້ອຍ​ ເບິ່ງ​ແວ່ນ​ລົດ​ທາງຫລັງ ຂ້ອຍ ບໍ່​ເຫັນ​ລົດ​​ຂອງສົມ​ບັດ ອີກ​ເລີຍ."

ໃນ​ເວ​ລາທີ່ ຍານາງ ຊຸ່ຍ​ເມັ້ງ ກັບ​ຮອດ​ບ້ານເວ​ລາ ກໍ​​ເກີນ 6:30 ຕອນ​ແລງ​ໄປ​ແລ້ວ, ແຕ່ ບໍ່​ເຫັນ ທ່ານ ສົມ​ບັດ ຜູ້​ເປັນ​ຜົວ ສະ​ນັ້ນ ລາວ ກໍ​ເລີຍ​ໂທ​ຫາ​ຜົວ ແຕ່ ໂທ​ລະ​ສັບຂອງ ທ່ານ ສົບ​ບັດ ບໍ່ມີ​ສັນ​ຍານ ໃນ​ເວ​ລານັ້ນ.

ຍານາງ ຊຸ່ຍ ​ເມັ້ງ ກ່າວ​ວ່າ:

“ຂ້ອຍບໍ່​ຄິດ​ຫຍັງ ເພາະ ລາວມັກ​ລືມ​ເປີດມື​ຖື ປະ​ມານ 10 ໂມງ ຂ້ອຍ​ເລີ້ມ​ອຸກໃຈ 10:30 ຂ້ອຍ​ຕັດ​ສິນ​ໃຈ​ ອອກໄປ​ຊອກ​ຫາ​ລາວ.”

ໃນ​ເບື້ອງ​ຕົ້ນ ຄົນ​ໃນ​ຄອບ​ຄົວ ຄິດ​ວ່າ ທ່ານ ສົມ​ບັດ ເກີດ​ອຸ​ບັດ​ຕິ​ເຫດ ສະ​ນັ້ນ​ເຂົາ​ເຈົ້າ ​ຈຶ່ງໄປ​ໂຮງ​ໝໍ​ຕ່າງໆ ແຕ່ ກໍ​ບໍ່​ເຫັນ​ ທ່ານ ສົມ​ບັດ. ໃນ​ເວ​ລາ​ນັ້ນ ເປັນ​ຕອນ​ແລງ ວັນ​ເສົາ ທີ 15 ທັນ​ວາ 2012, ແລະ ຕໍ່​ມາ​ວັນ​ອາ​ທິດ ວັນ​ທີ 16 ທັນ​ວາ ຄອບ​ຄົວ ກໍ​ໄດ້​ອອກ​ໄປ​ຊອກ​ຫາ​ ທ່ານ​ສົມ​ບັດ ໝົດ​ມື້ ທັງ​ໂທ​ຫາ​ໝູ່ລາວ ແລະ ໄປ​ຕາມ​ສ​ຖານ​ທີ່ຕ່າງໆ.

ຍາ​ນາງ ຊຸ່ຍ ເມັ້ງ ກ່າວ​ວ່າ:

" ຕອນ ​ເຊົ້າ ເຮົາ​ໄປ​ແຈ້ງ​ຄົນ​ເສັຍນຳ​ຕຳ​ຫລວດ ພວກ​ເຮົາ​ຊອກ​ຫາ​ລາວ ວັນ​ທິດໝົດ​ມື້ ໂທ​ຫາ​ໝູ່ລາວ ໂທຫລາຍ​ບ່ອນ, ບໍ່ມີ​ໃຜ​ຮູ້. ຕອນ​ຂັບ​ລົດ ຢູ່ເສັ້ນ​ທາງ ພວກເຮົາ ເຫັນ​ກ້ອງວົງ​ຈອນ​ປິດ ຕາມ​ເສັ້ນ​ທາງພວກ​ເຮົາ​ຈຶ່ງ​ຂໍ​ເບິ່ງກ້ອງ​ວີ​ດີ​ໂອ ນຳ​​ຕຳ​ຣວດ ພວກ​ເຮົາ ເບິ່ງວີ​ດີໂອ ຕາມຖະ​ໜົນ​ທ່າ​ເດື່ອ."

ໃນ​ຕອນ​ເຊົ້າ​ວັນຈັນ ທີ 17 ທັນ​ວາ 2012, ຄອບ​ຄົວ​ຂອງ ທ່ານ ສົມ​ບັດ ກໍ​ໄດ້​ໄປ​ຫາ​ເຈົ້າ​ໜ້າ​ທີ່ ​ຕຳ​ຣວດ​ທີ່ຮັບ​ຜິດ​ຊອບ​ກ້ອງວົງ​ຈອນ​ປິດ ຢູ​ນະ​ຄອນ​ຫລວງວຽງ​ຈັນ ແລະ ຈຶ່ງ​ປະ​ກົດ​ເຫັນ​ພາບ​ ຕອນ​ທີ່​ຕຳ​ຣວດຢຸດ​ຣົ​ຖ​ທ່ານ​ສົມ​ບັດ.

ຍາ​ນາງ ຊຸ່ຍ ​ເມັ້ງ ໄດ້​ອະ​ທິ​ບາຍພາບ ​ຢູ່​ໃນ​ກ້ອງວົງ​ຈອນ​ປິດ ​ວ່າ:

" ເຮົາ ​ເຫັນ​ ທ່ານ ສົມ​ບັດ ວ​ເລາ 6:30 ໂມງ ຫລື ກາຍ 6:30 ໜ້ອຍ​ນຶ່ງ ຕຳ​ຫລວດວ່າ ​ມີ​ກ້ອງ​ຕາມ​ເສັ້ນ​ທາງນີ້ ເປີດ​ກ້ອງ​ ເຫັນ ທ່ານ ສົມ​ບັດ ຖືກ​ຢຸດ​ຣົ​ຖ ​ຢູ່​ປ້ອມ​ຕຳ​ຫລວດ. ຕຳ​ຫລວດ​ ຢືນ​ຢູ່​ຂ້າງ ​ຣົຖ​ລາວ ແລະ ຄົງ​ຈະບອກ​ລາວ​ ລົງ​ຈາກຣົ​ຖ​ ແລ້ວ ລາວຍ່າງ​ໄປ​ໃນ​ປ້ອມ​ຕຳ​ຫລວດ."

ຊຸ່ຍ ເມັ້ງ ຊຸ່ຍ​ເມັ້ງ: " ພວກ ​ເຮົາ​ເຫັນ ຜູ້​ຊາຍ​ ຄົນ​ນຶ່ງນຸ່ງ​ເສື້ອ​​ສີ​ມືດ ຊາຍ​ຄົນ​ນັ້ນ ຂີ່​ລົດ​ຈັກ​ຈອດ​ຕໍ່​ໜ້າ​ ຣົຖ​ສົມ​ບັດ ແລ່ນ​ໄປ​ໃນ​ປ້ອມ​ຕຳ​ຫລວດ ແລະ ອອກ​ມາ​ຂັບ​ລົດ​ສົມ​ບັດ ​ອອກ​ໄປ."

ຊຸ່ຍ ເມັ້ງ: "ຕໍ່​ມາ ຣົ​ຖ​ກະ​ບະ​ສີ​ຂາວ​ຂັບ​ມາ ເປີດ​ໄຟ​ຊາຍ​ແລນ ຕຳ​ຫລວດ​ ລໍຖ້າ​ຣົ​ຖ​ຄັນ​ນັ້ນ ​ມາ​ຈອດຢູ່​ໜ້າ​ປ້ອມ ຂ້ອຍ​ເຫັນ​ ສອງສາມ​ຄົນ ມີ​ສົມ​ບັດຢູ່ນຳ ລາວ​ຖືກ​ນຳ​ຕົວ​ ເຂົ້າ​ໄປ​ໃນ​ລົດຄັນ​ນັ້ນ ຣົ​ຖ​ຂ້ຽວ​ຂັບ​ອອກໄປ ຂະ​ນະ​ທີ່ ປະ​ຕູລົດ​ຍັງ​ບໍ່​ປິດມັນ​ຖືກ​ບັນ​ທຶກ​ພາບ​ໄວ້​ໄດ້ ຊັດ​ເຈນ ນັ້ນ ​ເປັນ​ຄັ້ງ​ສຸດ​ທ້າຍ ທີ່ໄດ້ເຫັນ​ສົມ​ບັດ."

ອັນ​ນັ້ນ ຄື ເຫດ​ການ​ທີ່​ ທ່ານ ສົມ​ບັດ ຖືກ​ລັກ​ພາ​ໂຕ​ໄປ ອີງ​ຕາມ​ຫຼັກ​ຖານ​ຈາກ​ກ້ອງວົງ​ຈອນ​ປິ​ດ. ຕຳ​ຣວດ​ຜູ້​ນ້ອຍ ທີ່​ເຝົ້າ​ສູນກອງວົງ​ຈອນ​ປິດ ກໍ​​ຕົກ​ຕະ​ລຶງກັບ​ພາບ​ນັ້ນ, ຄອບ​ຄົວ ທ່ານ ສົມ​ບັດ ​ຂໍ​ພາບ​ຕົ້ນ​ສະ​ບັບ ແຕ່ ຕຳ​ຣວດ​ບໍ່​ໃຫ້ ສະ​ນັ້ນ ເຂົາ​ເຈົ້າຈຶ່ງໃຊ້​ໂທ​ຣະ​ສັບ​ຖ່າຍ​ວີ​ດີ​ໂອ ຢູ່​ໜ້າຄອມ​ພິວ​ເຕີ.

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

“ພວກ​ເຮົາ ກໍ​ຂ້ຽວ​ອອກ​ມາກ່ອນ​ຕຳ​ຫວດ ຈະ​ຢຸດ​ພວກ​ເຮົາ, ພວກ​ເຮົາ​ກັບໄປ​ ຂໍພາບວີ​ດີ​ໂອ​ ຕົ້ນ​ສະ​ບັບ​ອີກ ແຕ່ ​ຫ້ອງການ​ທີ່​ເປັນ​ສູນ​ກ້ອງວີ​ດີ​ໂອ​​ຖືກ​ປິດ, ຕຳ​ຫລວດ​ກໍ​ບໍ່​ຢູ່ ບໍ່​ມີໃຜ​ສາ​ມາດ​ເຂົ້າ​ຫ້ອງວີ​ດີ​ໂອ​ໄດ້ ຕອນນີ້.”

ຕໍ່​ມາ​ພາບວີ​ດີ​ໂອ ເຫດ​ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ຖືກ​ເຜີຍ​ແຜ່ ຢູ່​ອິນ​ເຕີ້ຣ໌ເນັຕ ເຮັດ​ໃຫ້​ໂລກຕົກ​ຕະ​ລຶງ ມີ​ສຽງ​ວິ​ຈານຕາມ​ມາ​, ສ່ວນ​ວ່າ ເຈົ້າ​ໜ້າ​ທີ່ຕຳຣວດ​ລາວ ປະ​ຕິ​ເສດ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ.

ທ່ານ ສົມ​ບັດ ເປັນ​ເຫຍື່ອການ​ຫາຍສາບ​ສູນ​ ແບບ​ບັງ​ຄັບ ແລະ ເປັນການ​ລັກ​ພາ​ໂຕ ທີ່​ລະ​ເມີດ​ສິດ​ທິ​ມະ​ນຸສ ສະ​ນັ້ນ ສະ​ຫະ​ພາບ​ຢູ​ໂຣບ ຫຼື EU ຈຶ່ງຕິດ​ຕາມເຣື່ອງນີ້​ ຢ່າງໃກ້​ຊິດ ເພາະ​ວ່າ ມັນ​ເປັນ​ເຣື່ອງ​ການ​ລະ​ເມີດ​ສິ​ດ​ທິ​ມະ​ນຸ​ສຢ່າງ​ຮ້າຍ​ແຮງ.

ຫລາຍ​ຄົນ​ເວົ້າວ່າ ທ່ານ ສົມ​ບັດ ເຂົ້າ​ຮ່ວມຈັດກອງ​ປະ​ຊຸມ ພາກ​ປະ​ຊາ​ຊົນເອ​ເຊັຽ​-ຢູ​ໂຣບ ຫຼື AEPF ໃນ​ເດືອນ ຕຸ​ລາ 2012 ຢູ່​ນະ​ຄອນ​ຫລວງວຽ​ງ​ຈັນ ນັ້ນຄື​ ເຫດ​ຜົ​ລ​ຫຼັກ​ທີ່ ທ່ານ ຖືກ​ລັກ​ຖາ​ໂຕ. ຢູ່​ໃນ​ກອງ​ປະ​ຊຸມດັ່ງ​ກ່າວ ມີພາກ​ປະ​ຊາ​ຊົນທົ່ວ​ໂລກ ລວມ​ທັງ​ຄົນ​ລາວ ເຂົ້າ​ຮ່ວມ ເວົ້າ​ເຣື່ອງ​​ທີ່​ດິນ ແລະ ບັນ​ຫາ​ຜົ​ລ​ກະ​ທົບ ​ຈາກ​ໂຄງ​ການ​ພັ​ທ​ນາ​ຂອງ​ຣັ​ຖ ຢ່າງ​ເປີດ​ກ້​ວາງ.

ຢູ່​ປະ​ເທດ​ລາວ, ມັນ​ເປັນ​ເຣື່ອງ​ທີ່​ຫຼໍ້​ແຫຼມ ທີ່ປະ​ຊາ​ຊົນ​ຈະ​ວິ​ພາກ ວິ​ຈານ ໂຄງ​ການ​ພັ​ທ​ນາ​ຂອງ​ຣັ​ຖ ໂດຍ​ສ​ະ​ເພາະ ການ​ສັມ​ປະ​ທານ​ທີ່​ດິນ, ການ​ສ້າງ​ເຂື່ອນ ແລະ ໂຄງ​ການ​ພັ​ທ​ນາ​ອື່ນໆ ທີ່​ມີ​ການ​ຍົກ​ຍ້າຍ​ ປະ​ຊາ​ຊົນ.

ທ່ານ ສົມ​ບັດ ກ່າວ​ປາ​ໃສ​ ​ສະ​ທ້ອນ​ຄວາມ​ເຊື່ອ ຂອງລາວ ກ່ຽວ​ກັບພັດ​ທະ​ນາ​ແບບຍືນ​ຍົງ ​ຄຽງຄູ່ກັບທັມມາ​ພິ​ບານ ຈຳ​ເປັນ​ຕໍ່​ອະ​ນາ​ຄົ​ຕ​​ປະ​ເທດ ໃນ​ຂະ​ນະ​ທີ່ ຣັ​ຖ​ບານ​ລາວ ​ເຫັນ​ວ່າກອງ​ປະ​ຊຸມ​ ເປັນ​ພັຍຕໍ່ຄວາມ​ໝັ້ນ​ຄົງ ຂອງ​ຕົນ.

ຍາ​ນາງ ຊຸ່ຍ ເມັ້ງ ກ່າວ​ວ່າ:

" ມີເຈົ້າ ​ໜ້າ​ທີ່​ນອກ​ເຄື່ອງ​ແບບ ຢູ່ກອງ​ປະ​ຊຸມ ເຂົາ​ເຈົ້າ​ຖ່າຍ​ຮູບ ບັນ​ທຶກ ທຸກ​ຢ່າງ ແລະ 8 ອາ​ທິດ​ຕໍ່​ມາ ສົມບັດ ກໍຖືກ​ລັກ​ພາ​ໂຕ."

ຫຼັງ​ຈາກ ທ່ານ ສົມບັດ ຖືກ​ລັກ​ພາ ໂຕ​ໄປ​ແລ້ວ ຫຼາຍ​ຄົນທີ່​ເຄີຍຮ່ວມ​ງານ ກັບ ທ່ານ ສົມ​ບັດ ກໍ​ຮູ້​ສຶກ​ບໍ່​ປອດ​ພັຍ ແລະ ຖືກ​ທາງ​ການ​ລາວ ຂຶ້ນ​ບັນ​ຊີ​ດຳ.

ທ່ານ ວາລເດັນ ເບລໂລ (Walden Bello) ອະ​ດີຕ ສະ​ພາ​ຊິກ​ສະ​ພາ​ແຫ່ງ​ຊາຕ ຟິ​ລ​ປິນ​ສ໌ ໄດ້​ກ່າວ​ວ່າ: " ໂດຍ ​ພື້ນ​ຖານແລ້ວ ຂ້ອຍ​ຄິດວ່າ​ ​ກອງ​ປະ​ຊຸມ ເປີດ​ໂອ​ກາດໃຫ້​ຄົນ ໄດ້​ເວົ້າບັນ​ຫາທີ່​ດິນ​ຂອງຕົນ ຂ້ອຍ ​ຄິດ​ວ່າ ​ ຣັຖ ​ຖະ​ບານ​ລາວ ​ຈັດ​ສາກ ເພື່ອ​ເປັນ​ການຕົບ​ຕາ​ຄົນ ຂ້ອຍ​ຮູ້​ສຶກ​ວ່າ ​ສົມ​ບັດ ເປັນ​ຄົນ​ໂດດ​ເດັ່ນ ເຈົ້າ​ໜ້າ​ທີ່​ ຈຶ່ງຈັດ​ການ​​ລາວ ຢູ່ ​ນະ​ຄອນ​ຫລວງວຽງ​ຈັນ ມີ​ຂ່າວ​ວ່າ ມີ​ລາຍ​ຊື່​ຄົນ​ທີ່​ຖືກ​ຂຶ້​ນ​ບັນ​ຊີ​ດຳໃຜ​ຊິ​ເປັນ​ຄົນ​ຕໍ່​ໄປ ມີຄົນ​​​ໜີ​ໄປ​ໄທ ຍ້ອນ​ຖືກ​ຂຶ້ນ​ບັນ​ຊີ​ດຳ ມັນ​ຄື​ກັບ ເຫດ​ການ​ຊຸມປີ 1970 ຕອນ ​ ຄອມ​ມູນິດ​ປະ​ເທດ​ລາວ ຢຶດ​ອຳ​ນາດ."

ເວ​ລາ​ດຽວ​ກັນ ທາງ​ການລາວ​ເວົ້າ​ວ່າ ການ​ລັກ​ພາ​ຕົວ ອາດ​​ພົວ​ພັນ​ກັບທຸ​ລະ​ກິຈ ແລະ ​ທາງ​ການ​ລາວ ປະ​ຕິ​ເສດ ການ​ຊ່ວຍ​ເຫລືອ​ ທາງວິ​ຊາ​ການ​ຈາກ​ສາ​ກົນ ເພື່ອ​ຊອກຫາບຸກ​ຄົນ ແລະ ປ້າຍ​ລົດໃນ​ວີ​ດີ​ໂອ ໂດຍ ທາງ​ການ​ລາວ ໃຫ້​ເຫດ​ຜົ​ລ​ວ່າ ບໍ່ຈຳ​ເປັນ​ພິ​ສູດຫຍັງ.

ຕໍ່​ກັບ​ເຣື່ອງ​ດັ່ງ​ກ່າວ ທ່ານ

ວາລເດັນ ເບລໂລ (Walden Bello) ກ່າວ​ວ່າ:

" ຕອນ ​ໄປລາວ ພວກ​ເຮົາ​ຢາກ​ຮູ້​ວ່າ ຣັຖບານລາວ ຈະເປີດ​ເຜີຍເຣື່ອງສົມ​ບັດ ຫລືບໍ່ ຣັຖ​ບານລາວ ຕອບແບບ ບໍ່​ຮູ້ ບໍ່​ເຫັນ ແຕ່​ ພັດມີ​​ວີ​ດີ​ໂອ, ສະນັ້ນ ມັນຟັງ​ບໍ່​ຂຶ້ນ​ປານ​ໃດ ຈຶ່ງ ​ຢາກ ໃຫ້ ​ຣັ​ຖການ​ລາວ​ຮູ້ວ່າ ເຮົາ​ເປັນ​ຫ່ວງສົມ​ບັດ ເປັນ​ການເຕືອນທາງກ​ານ​ລາວ ໃຫ້ປ່ອຍ​ສົມ​ບັດ."

ສຸດ​ທ້າຍ ຣັຖ​ບານລາວ ກໍ​ຍອມອອກມາ​ຖະ​ແຫລງ​ ຢູ່ ນະ​ຄອນ ເຈນິວາ (Geneva) ປະ​ເທດ​ວິສ​ເຊີ​ຣ໌ແລນດ໌ ໃນປີ 2015.

ທ່ານ ພົງ​ສະ​ຫວັດ ບຸບ​ຜາ ໂຕແທນ​​ຣັ​ຖ​ຖະ​ບານ​ລາວ ກ່າວ​ວ່າ:

" ຣັຖ ​ບານລາວ ຕົກ​ຕະ​ລຶງ​ກັບ​ການ​ຫາຍສາບ​ສູນ​ ຂອງ​ສົມ​ບັດພວກ​ເຮົາ​ແປກ​ໃຈວ່າ ເປັນ​ຫຍັງ​ລາວ​ຈຶ່ງ​ຫາຍ​ຕົວ​ໄປຂໍ​ຢືນ​ຢັນ​ວ່າ ຣັຖບານ​ລາວ ບໍ່​ມີຫຍັງປິດ​ບັງ ຣັ​ຖ​​ບານ ເປັນ​ຫ່ວງການ​ຫາຍສາບ​ສູນ ​ຂອງ​ລາວ ບາງ​ອົງ​ການ ກ່າວ​ຫາ ຣັ​ຖບານ​ລາວຢູ່​ເບື້ອງ​ຫລັງ ຄຳ ​ກ່າວ​ຫາ​ນີ້ ບໍ່​ມີ​ມູນຄວາມ​ຈິງ ໂດຍ ພຽງແຕ່​ໃສ່ ພາບ​ວີ​ດີ​ໂອ ຂອງ​ຕຳ​ຫລວດ ​ຕຳ​ຫລວດ ໃຫ້​ຄວາມ​ຮ່ວມ​ມື ແກ່ຄອບ​ຄົວ​ ແລະ​ພີ່​ນ້ອງ ອະ ​ນຸ​ຍາດໃຫ້ເບິ່ງ ແລະ ຖ່າຍເອົາ​ພາບ​ວີ​ດີ​ໂອ ຢືນ ​ຢັນ​ວ່າ ເຈົ້າ​ໜ້າ​ລາວສືບ​ສວນ ຢ່າງ​ຈິງ​ຈັງ ແລະ ຈະ​ດຳ​ເນີນການ ຕໍ່​ໄປອີກ."

ແຕ່ ທ່ານ ສະ​ຈວດ ຟອກສ໌ ນັກ​ຂຽນ​ປ​ວັດ​ສາຕ​ລາວ ໄດ້​ກ່າວ​ວ່າ:

" ຂ້ອຍ ​ບໍ່​ທຳ​ທ່າ ຮູ້​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ ທ່ານ ​ສົມ​ບັດ, ຂ້ອຍ​ຄິດວ່າ ມັນ​ພໍແລ້ວ ທີ່​ ຣັຖ ​ຖ​ບານຢຸດ​ສືບສວນ ອອກ ​ມາ​ເວົ້າ​ແບບນີ້ ໃຜ​ຊິ​ເສັຍ​ໜ້າ? ນີ້​ແມ່ນ​ຄຳ​ຖາມ ທີ່​ຂ້ອຍ​ຕ້ອງ​ການ​ຄຳ​ຕອບ."

ຄອບ​ຄົວ ຂອງ​ທ່ານ ສົມ​ບັດ ຍັງ​ຄາ​ໃຈ​ຢູ່​ວ່າ ທ່ານ ສົມ​ບັດ ເຮັດ​ຫຍັງ​ຜິດ ແລະ ຣັ​ຖ​ບານ​ຄວນ​ສືບ​ສວນ ສອບ​ສວນ ຢ່າງ​ໂປ່ງ​ໃສ.

ຍາ​ນາງ ຊຸ່ຍ​ ເມັ້ງ ພັ​ນຣະ​ຍາຂອງ​ທ່ານ​ສົມ​ບັດ ກ່າວ​ວ່າ: “ຢາກ​ໃຫ້ບາງຄົນ ​ອະ​ທິ​ບາຍວ່າ ສົມ​ບັດເຮັດ​ຜິດ​ຫຍັງ? ຖ້າ​ວ່າບໍ່​ຜິດ, ຖ້າວ່າສ່ວນ​ບຸກ​ຄົນກະ​ທຳ ໃຫ້ຊອກ​ຫາ​ຄົນ​​ ລັກ​ພາ​ຕົວ​ລາວ​ໄປ​ ໃຫ້​ແດ່ ຄິດ​ວ່າ ເປັນ​ຄວາມ​ຮັບ​ຜິດ​ຊອບ ​ຂອງ​ຣັ​ຖ​ບານ ​ຕ້ອງສືບ​ສວນ ​ຢ່າງ​ໂປ່ງ​ໃສ ແລະ ປ່ອຍ​ສົມ​ບັດ​ ກັບ​ມາ.”