ທາງການລາວວ່າບໍ່ມີການ ຍິງກັນ
2015.12.10

ເຈົ້າໜ້າທີ່ ຫ້ອງການ ປົກຄອງ ແຂວງ ໄຊສົມບູນ ປະຕິເສດ ຂ່າວ ການຍິງ ປະທະ ກັນ ຣະຫວ່າງ ກຸ່ມ ທີ່ເອີ້ນກັນ ວ່າ ຝ່າຍ ຕໍ່ຕ້ານ ຣັຖບານ ກັບ ທະຫານ ຂອງ ທາງການ ລາວ ທີ່ ເກີດຂຶ້ນ ໃນ ວັນທີ 23 ແລະ 24 ພືສຈິກາ ເປັນເຫດໃຫ້ ທະຫານ ຂອງ ທາງການ ເສັຽຊີິວິດ 3 ຄົນ. ດັ່ງ ທ່ານກ່າວ ຕອນນຶ່ງ ໃນ ວັນທີ 9 ທັນວາ 2015 ວ່າ:
"ບໍ່ມີ ວ່າ ການປະທະ ວ່າຊີ່ ບໍ່ມີຫຍັງ ດອກ ບໍ່ມີ ບັນຫາ ກະທີ່ວ່າ ເປັນບັນຫາ ໃຫຍ່ ຫັ້ນນ່າ ບໍ່ມີຫຍັງ ເດ້ ເຜົ່າມົ້ງ ກະບໍ່ໄດ້ ເວົ້າຫຍັງ ລະຫວ່າງ ເຜົ່າ ເຂົາກັບເຜົ່າເຂົາ ນີ້ນ່າບໍ່ ແມ່ນ ອັນອື່ນ".
ທ່ານກ່າວ ຕື່ມວ່າ ເຖິງແມ່ນ ໃນ ຣະຍະ ຜ່ານມາ ຈະໄດ້ມີການ ກໍ່ ອາຊຍາກັມ ເກີດຂຶ້ນ ຢູ່ແຂວງນີ້ ແຕ່ ກໍຍ້ອນ ຂໍ້ຂັດແຍ່ງ ຣະຫວ່າງ ປະຊາຊົນ ເປັນຕົ້ນ ການຂັດ ຜົລປະໂຍດ ກັນ ທາງດ້ານ ທຸຣະກິດ, ຕົວຢ່າງ ເມື່ອເດືອນ ທີ່ແລ້ວ ເກີດການ ຍິງກັນ 2 ກໍຣະນີ. ກໍຣະນີ ນຶ່ງ ປະຊາຊົນ ຍິງກັນຕາຍ ຍ້ອນການ ຂັດແຍ່ງ ທາງ ທຸຣະກິດ ແລະ ອີກ ກໍຣະນີ ນຶ່ງ ມີການລັດ ຍິງຣົດໃຫຍ່ ຮຸນໄດ ຢູ່ ເມືອງ ໄຊສົມບູນ ເຮັດໃຫ້ ປະຊາຊົນ ເສັຽຊີວິດ 2 ຄົນ ຊຶ່ງ ປັດຈຸບັນ ເຈົ້າໜ້າທີ່ ກຳລັງ ສືບສວນ ສອບສວນ ຢູ່. ສ່ວນເຫດ ຮຸນແຮງ ອຶ່ນໆ ບໍ່ເຄີຍມີຂຶ້ນ ຈັກເທື່ອ.
ກ່ຽວກັບ ເຣື້່ອງນີ້ ເອເຊັຽເສຣີ ພຍາຍາມ ຕິດຕໍ່ຫາ ຜແນກປ້ອງກັນ ຄວາມສງົບ ແລະ ຜແນກປ້ອງກັນ ປະເທດ ແຂວງ ໄຊສົມບູນ ເພື່ອ ຂໍຮູ້ ຣາຍລະອຽດ, ແຕ່ຍັງ ບໍ່ສາມາດ ຕິດຕໍ່ ໄດ້. ແຕ່ ເຈົ້າໜ້າທີ່ ບຳນານ ຜູ້ໃກ້ຊິດ ກັບ ນາຍທະຫານ ຣະດັບສູງ ໃນລາວ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ ປັດຈຸບັນ ຢູ່ ແຂວງ ໄຊສົມບູນ ມີສະພາບ ເຄັ່ງຕຶງ ມີການ ຈັດວາງ ກໍາລັງ ປະກອບ ອາວຸດ ມີທັງ ເຈົ້າໜ້າທີ່ ທະຫານ, ຕໍາຣວດ ແລະ ກອງຫລອນ ບ້ານ ເພື່ອຮັກສາ ຄວາມສງົບ ຢູ່ພາຍໃນແຂວງ ແຕ່ລະບ້ານ ມີການ ຂຸດຂຸມ ຂຸດຄອງ ເພື່ອ ກັນບັງ ໃນ ກໍຣະນີ ທີ່ມີ ເຫດການ ສຸກເສີນ ເກີດຂຶ້ນ.
ເຈົ້າໜ້າທີ່ ບໍານານ ທ່ານນີ້ ຍັງກ່າວ ອີກວ່າ ທາງແຂວງ ໄດ້ຫ້າມ ບໍ່ໃຫ້ ປະຊາຊົນ ອອກຈາກບ້ານ ຫລັງຈາກ 6 ໂມງແລງ ຂຶ້ນໄປ ຍ້ອນເຫດຜົນ ດ້ານ ຄວາມປອດໄພ. ທີ່ຜ່ານມາ ຫ້ອງການ ຄນະກັມການ ປ້ອງກັນຊາດ ປ້ອງກັນ ຄວາມສງົບ ຫລື ປກຊ ປກສ ຂັ້ນສູນກາງ ໄດ້ອອກ ແຈ້ງການ ສະບັບ ເລກທີ 283 ລົງວັນທີ 19 ພືສຈິກາ ໃຫ້ແຕ່ລະ ແຂວງ ເພີ່ມ ກໍາລັງ ຮັກສາ ຄວາມ ສງົບ ພາຍໃນເຂດ ຮັບຜິດຊອບ ຂອງຕົນ ຫລັງຈາກ ທີ່ເກີດ ເຫດການ ຍິງຣົດ ຢູ່ແຂວງ ໄຊສົມບູນ ໃນຣະຫວ່າງ ວັນທີ 15 ຫາ 18 ພືສຈິກາ 2015.