ສຳພາດ ພັນເອກ ຂາວ ອິນສີຊຽງໃໝ່

ຈຳປາທອງ
2018.05.24
F-KAO (ກາງ) ພັນເອກ ຂາວ ອິນສີຊຽງໃໝ່ ຜູ້ບັນຊາການໜ່ວຍຣົບພິເສດ ກົມ 33 ຂອງກອງທັບແຫ່ງພຣະຣາຊອານາຈັກລາວ
RFA

ເມື່ອມໍ່ໆມານີ້ ຜູ້ນໍາພັກປະຊາຊົນປະຕິວັດລາວ ສັ່ງໃຫ້ອໍານາດການປົກຄອງ ແຂວງສວັນນະເຂດ ຈັດພິທີມອບສົ່ງ ກະດູກທະຫານ ແລະ ຊ່ຽວຊານວຽດນາມເໜືອ ຄອມມິວນິສ ທີ່ຖືກຂ້າຕາຍ ໃນສມັຍສົງຄາມວຽດນາມຢູ່ລາວ ຈໍານວນ 22 ຄົນ ຢູ່ກາງຂົວ ຫ້ວຍສະເອິດ ດ່ານ ຊາຍແດນ ລາວບາວ ບ້ານແດນສະຫວັນ ເມືອງເຊໂປນ ໃນຕອນເຊົ້າ ຂອງມື້ວັນທີ 10 ພຶສພາ 2018 ເປັນການມອບຮັບຄັ້ງລ້າສຸດ ທີ່ທາງການ ສປປລາວ ປະກາດໃຫ້ສາທາຣະນະຊົນຮູ້.

ໃນພິທີດັ່ງກ່າວ ຝ່າຍ ສປປລາວ ມີທ່ານ ຄໍາພູນ ຕຸໄພທູນ ຄນະປະຈໍາພັກແຂວງ, ຮອງເຈົ້າແຂວງສວັນນະເຂດ ແລະຝ່າຍວຽດນາມມີ ທ່ານ ມາຍຖຶກ ຄນະປະຈໍາພັກແຂວງ, ຮອງເຈົ້າແຂວງກວາງຈິ ແລະກອງຂຸດຄົ້ນ 584 ຂອງກອງບັນຊາການທະຫານ ແຂວງກວາງຈິ ເຂົ້າຮ່ວມ ໂດຍປະຕິບັດຕາມສັນຍາ ທີ່ໄດ້ຕົກລົງກັນ ຣະຫວ່າງ ຜູ້ນໍາພັກຄອມມິວນິສ ແລະຣັຖບາລວຽດນາມ ກັບຜູ້ນໍາພັກປະຊາຊົນ ປະຕິວັດລາວ ແລະຣັຖບາລ ສປປລາວ.

ກ່ຽວກັບ ການຊອກຫາຂຸດຄົ້ນກະດູກ ຂອງທະຫານ ແລະຊ່ຽວຊານວຽດນາມ ທີ່ເສັຍຊີວິດຢູ່ດິນແດນລາວ ໃນສມັຍສົງຄາມ ຊຶ່ງ ພັນເອກ ຂາວ ອິນສີຊຽງໃໝ່ ອາດີດຜູ້ບັນຊາການ ໜ່ວຍຣົບພິເສດ ກົມ 33 ຂອງກອງທັບ ແຫ່ງພຣະຣາຊອານາຈັກລາວ ຜູ້ໄດ້ສູ້ຣົບກັບ ທະຫານ ວຽດນາມເໜືອ ໃນບັ້ນຣົບຕ່າງໆ ໃນທົ່ວປະເທສ ໄດ້ກ່າວວ່າ ການຊອກຫາຂຸດຄົ້ນ ແລະການມອບ-ຮັບ ກະດູກທະຫານ ແລະຊ່ຽວຊານ ວຽດນາມເໜືອ ທີ່ເສັຍຊີວິດຢູ່ລາວ ໃນສມັຍສົງຄາມນັ້ນ ຍັງຈະມີຢູ່ຕໍ່ໄປ ແລະຈະຊອກຫາ ຂຸດຄົ້ນບໍ່ໄດ້ໝົດ ດັ່ງທີ່ທ່ານ ໃຫ້ສໍາພາດ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 21 ພຶສພາ 2018 ນີ້ວ່າ:

ຂ່າວຣາຍງານວ່າ ການຊອກຄົ້ນຫາ ແລະຂຸດຄົ້ນຫາຊາກກະດູກ ທະຫານວຽດນາມ ທີ່ເສັຍຊີວິດຢູ່ລາວ ຂອງຄນະປະຕິບັດງານພິເສດ ຂອງສອງປະເທສ ຮວມທັງ ຂອງສອງແຂວງທີ່ວ່ານີ້ ແມ່ນປະຕິບັດໄດ້ລື່ນແຜນການ ທີ່ວາງເອົາໄວ້ ຊຶ່ງຫຼາຍຄົນເວົ້າວ່າ ເປັນຍ້ອນທະຫານ ແລະ ຊ່ຽວຊານຄອມມິວນິສ ວຽດນາມເໜືອ ເຂົ້າມາເຮັດສົງຄາມຮຸກຮານລາວ ນານເຖິງນຶ່ງສ່ວນສີ່ຂອງສັຕວັດ ເປັນຈໍານວນ ຫຼາຍກອງພົນ ໃນທົ່ວປະເທສ ເປັນຕົ້ນໃນບັ້ນຣົບໃຫຍ່ ເຊັ່ນບັ້ນຣົບທົ່ງໄຫຫິນ ຊຽງຂວາງ, ບັ້ນຣົບ “ລາມເຊິນ-719”, ບັ້ນຣົບຫຼວງນໍ້າທາ, ບັ້ນຣົບນໍ້າບາກ ຊຶ່ງໃນນັ້ນ ພັນເອກ ຂາວ ອິນສີຊຽງໃໝ່ ໄດ້ກ່າວວ່າ:

ນັ້ນຄືຄໍາເຫັນຂອງ ພັນເອກ ຂາວ ອິນສີຊຽງໃໝ່ ອະດີດຜູ້ບັນຊາການໜ່ວຍຣົບພິເສດ ກົມ 33 ຂອງກອງທັບແຫ່ງພຣະຣາຊອານາຈັກລາວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ພຶສພາ 2018.

ທ່ານເປັນ ນາຍທະຫານ ທີ່ຜູ້ໄດ້ສູ້ຣົບກັບທະຫານວຽດນາມເໜືອ ຢູ່ຫຼາຍໆບັ້ນຣົບ ໃນທົ່ວປະເທສ. ທ່ານເວົ້າເຖິງເຣຶ່ອງການສູ້ຣົບ, ເວົ້າເຖິງການຊອກຫາຂຸດຄົ້ນ ແລະການມອບຮັບ ກະດູກທະຫານ ແລະຊ່ຽວຊານວຽດນາມເໜືອ ທີ່ເສັຍຊີວິດ ໃນສມັຍ ສົງຄາມຢູ່ລາວ ຊຶ່ງວ່າຍັງຈະມີ ຢູ່ຕໍ່ໄປອີກດົນ ເພາະມັນມີຈໍານວນຫຼວງຫຼາຍ ແລະວ່າ ຈະຊອກຫາເທົ່າໃດ ກໍຈະບໍ່ໄດ້ໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.