ມາຟັງນໍາກັນ 07/18/21

ຟັງຣາຍການມາຟັງນຳກັນ ສັປດານີ້ ພອນ ພູມມີທອນ ແລະ ໄຊຍາ ຈະນຳເອົາເຣື່ອງ “ໂຄວິດ-19 ຮອບ 2 ບໍ່ຮູ້ວ່າ ຈະກັບຄືນສູ່ ສະພາບປົກກະຕິ ເມື່ອໃດ.”

ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ. RFA

ການຣະບາດໂຄວິດ-19 ຮອບ 2 ໃນລາວ ຍອດສະສົມ ຜູ້ຕິດເຊື້ອ ຍິ່ງກວດຍິ່ງພົບ. ດ້ວຍປັດຈັຍ ທີ່ຍັງເປັນ ປະເທດເພິ່ງພາ ລາວກໍຕ້ອງ ໄດ້ອາສັຍ ການຊ່ອຍເຫຼືອ ຈາກສາກົລ, ທັງລະບົບ ການຈັດການ, ເຄື່ອງມືການແພດ, ງົບປະມານ ແລະ ວັກຊີນ. ດ້ວຍເຫດນີ້ ການຣະບາດ ເທື່ອນີ້ ຍາກທີ່ຈະ ຄວບຄຸມ ໃຫ້ເຂົ້າສູ່ ພາວະປົກກະຕິໄດ້.

ທ່າມກາງ ການຣະບາດ ຂອງເຊື້ອໂຄວິດ-19 ໃນລາວ ຈາກການ ຣາຍງານຂອງ ຄນະ ສະເພາະກິຈ ນັບແຕ່ ມື້ເຣີ່ມ ການຣະບາດ ແຕ່ເດືອນພຶສພາ ຈົນມາເຖິງ ປັຈຈຸບັນ ຍອດສະສົມ ຜູ້ຕິດເຊື້ອ ເພີ່ມຂຶ້ນເລື້ອຍໆ. ຕໍ່ສະພາບການ ດັ່ງກ່າວ ມັນສົ່ງຜົ​ລກະທົບ ເປັນວົງກວ້າງ ຕໍ່ປະຊາຊົນ ລາວ. ສຳລັບ ຫົວຂໍ້ ໃນຣາຍການ ມື້ນີ້ ແມ່ນໂຄວິດ-19 ຣະບາດ ຮອບ 2 ຍັງບໍ່ຮູ້ວ່າ ຈະກັບເຂົ້າສູ່ ພາວະ ປົກກະຕິ ເມື່ອໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org