ຄົນງານລາວໄດ້ອາຫານແຕ່ ຫ້າມຢ້ຽມ
2016.07.18
ຄົນງານລາວ 3 ຄົນ ຈາກ ປະເທດໄທ ທີ່ ຖືກຂັງ ຢູ່ໃນຄຸກ ໂພນທັນ ຕັ້ງແຕ່ ເດືອນ ມິນາ ໃນຂໍ້ຫາ ໃຊ້ ສື່ສັງຄົມ ອອນລາຍ ເຊັ່ນ ເຟສບຸກ ໃສ່ຮ້າຍ ປ້າຍສີ ພັກ-ຣັຖ ບິດເບືອນ ຂ່າວສານ ແລະ ປຸກຣະດົມ ມວນຊົນ ນັ້ນ, ມາຮອດ ປັດຈຸບັນ ທາງການ ສປປລາວ ອະນຸຍາດ ໃຫ້ພີ່ນ້ອງ ໄປສົ່ງເຂົ້າ ສົ່ງນໍ້າ ຢູ່ໃນຄຸກ ໄດ້ແລ້ວ ແຕ່ ບໍ່ໃຫ້ເຂົ້າພົບ ເພາະ ອ້າງວ່າ ເປັນຄະດີ ທີ່ຍັງບໍ່ທັນ ຖືກ ຕັດສີນ. ຕາມການ ເປີດເຜີຍ ຂອງ ພໍ່ ທ້າວ ສຸການ ໃຈທັດ ຊຶ່ງ ເປັນນຶ່ງ ໃນຈໍານວນ 3 ຄົນ ທີ່ຖືກຈັບ:
"ດຽວນີ້ແນ່ນອນ ແລ້ວ ເພາະວ່າ ອ້າຍເອື້ອຍນ້ອງ ຢູ່ວຽງ ເຂົາກໍທຽວ ສົ່ງເຂົ້າ ສົ່ງນໍ້າ ໃຫ້ກິນຢູ່ ແຕ່ເຂົາ ບໍ່ໃຫ້ພົບ, ບໍ່ໃຫ້ ພົບໜ້າ ພົບຕາ ແຕ່ວ່າ ສົ່ງຍື່ນ ຫັ້ນໄດ້ຢູ່, ຍັງບໍ່ທັນ ຕັດສີນ ເພິ່ນວ່າ ພຸ້ນລະ ຈັກ ສອງສາມ ເດືອນ ຈຶ່ງມາ ຈັ່ງສີ່ໃຫ້ ພົບຢູ່ ເພິ່ນວ່າ".
ພໍ່ ຂອງ ທ້າວ ສຸການ ຫວັງວ່າ ພາຍໃນ 3 ເດືອນ ຂ້າງໜ້າ ຄະດີ ຂອງລູກຊາຍ ຕົນ ກັບໝູ່ອີກ 2 ຄົນ ຄື ທ້າວ ສົມພອນ ພິມມະສອນ ແລະ ນາງ ຫຼອດຄຳ ທໍັມມະວົງ ຈະຖືກ ສານຕັດສີນ. ທັງ ສາມຄົນນີ້ ຖືກຈັບ ເມື່ອທ້າຍເດືອນ ກຸມພາ ໃນຣະຫວ່າງ ກັບຈາກ ປະເທດໄທ ເພື່ອມາຕໍ່ ໜັງສື ເດີນທາງ. ພໍ່ແມ່ຂອງ ທ້າວ ສຸການ ເປັນຊາວນາ ຢູ່ບ້ານຄໍາແຮ້ງ ເພືອງ ໄຊພູທອງ ແຂວງ ສະຫວັນນະເຂດ ຂນະນີ້ ກໍາລັງ ຂໍຄວາມ ຊ່ວຍເຫຼືອ ດ້ານການເງິນນໍາ ຜູ້ໃຈບຸນ ເພື່ອເປັນ ຄ່າເດີນທາງ ໄປ ນະຄອນຫຼວງ ວຽງຈັນ ເພື່ອ ຢ້ຽມຢາມ ລູກຊາຍ.
ເມື່ອວັນທີ 25 ພຶສພາ ເຈົ້າໜ້າທີ່ ກົມສືບສວນ ສອບສວນ ກະຊວງ ປ້ອງກັນ ຄວາມສງົບ ໄດ້ນໍາຕົວ 3 ຄົນ ດັ່ງກ່າວ ອອກ ຖແລງຂ່າວ ຕໍ່ ສື່ມວນຊົນ ກ່ຽວກັບ ເຣື່ອງການຈັບ ກັກຂັງ ແລະ ທັງສາມຄົນ ໄດ້ ສາຣະພາບຜິດ ຜ່ານ ນັກຂ່າວ ແລະທາງ ໂທຣະພາບ.
ການຈັບ ຊາວລາວ 3 ຄົນ ນີ້ ໄດ້ເກີດ ກະແສ ຕໍານິຕິຕຽນ ຈາກ ນາໆຊາຕ ໂດຍສະເພາະ ຈາກ ບັນດາ ອົງການ ປົກປ້ອງ ສິດທິມະນຸດ ແລະ ອົງການ ເພື່ອ ປະຊາທິປະຕັຍ ຊຶ່ງ ຍຶດໝັ້ນ ໃນຫລັກການ ສິດເສຣີພາບ ປະຊາທິປະຕັຍ ໃນ ການສະແດງອອກ ແບບສັນຕິ, ໂດຍ ປະນາມ ທາງການ ສປປ ລາວ ວ່າ ຣະເມີດ ສິດທິ ພື້ນຖານ ຂອງ ປະຊາຊົນ ພາຍໃນ ປະເທດ ຕົນເອງ ຢ່າງ ຮ້າຍແຮງ.