ສິດທິມະນຸດຢູ່ລາວບໍ່ດີ ຂຶ້ນ

ມະນີຈັນ
2014.06.10
F-human-rights-watch ອົງການ ສິທທິມະນຸດ ທີ່ມີໜ້າທີ່ ກວດກາ ສິ້ງຊອມ ເບີ່ງການ ລ່ວງລະເມີດ ສິດທິ ບຸກຄົນ ຫຼືກຸມຄົນ ໃນທົ່ວທຸກ ມຸມໂລກ.
human-rights-watch

 

ຣັຖບານ ລາວ ຫລົ້ມເຫລວ ເຣື່ອງການ ແກ້ໄຂ ບັນຫາ ສິດທິ ມະນຸດ ແລະ ຈະໄດ້ໄປ ປາກົດຕົວ ຕໍ່ຄະນະ ທົບທວນ ປະຈໍາ ຣະຍະ ດ້ານສິດທິ ມະນຸດ ສາກົລ Universal Periodic Review (UPR) ໃນເດືອນ ຕຸລາ 2014 ນີ້ ທີ່ ສະພາ ສິດທິ ມະນຸດ ສະຫະປະຊາຊາດ ຢູ່ ນະຄອນ Geneva ປະເທດ Switzerland.

ອົງການ Human Rights Watch HRW ຂຽນຢູ່ ໃນບົດ ກ່ຽວ ກັບ ປວັດ ດ້ານສິດທິ ມະນຸດ ຂອງລາວ ເພື່ອ ສົ່ງໃຫ້ ສະຫະ ປະຊາຊາດ ໂດຍເນັ້ນ ເຖິງຫລາຍ ບັນຫາ ທີ່ ນາໆຊາດ ຄວນໃຫ້ ຄວາມສົນໃຈ ອັນມີທັງ ເຣື່ອງການ ຈໍາກັດ ສິດເສຣີພາບ ຂັ້ນພື້ນ ຖານ ຂອງ ປະຊາຊົນ, ການຂາດ ສິດທິ ຂອງ ຄົນງານ ແລະ ການກັກຂັງ ຜູ້ຕ້ອງ ສົງສັຍວ່າ ເສບ ຢາເສບຕິດ ໄວ້ຢູ່ສູນ ບໍາບັດ ຕ່າງໆ ໂດຍບໍ່ມີ ການຕັ້ງ ຂໍ້ຫາ ຮວມຢູ່ ດ້ວຍ. ທ່ານ John Sifton ເຈົ້າໜ້າທີ່ HRW ຢູ່ ນະຄອນຫລວງ ວໍຊິງຕັນ ດີ ຊີ ກ່າວວ່າ:

"ບັນຫາ ທີ່ໜ້າເປັນ ຫ່ວງທີ່ສຸດ ຢູ່ລາວ ຄື ບັນຫາ ບໍ່ມີສິດ ເສຣີພາບ ໃນການ ປາກເວົ້າ ຈັດຕັ້ງ ສະມາຄົມ ແລະ ໂຮມ ຊຸມນຸມ. ຣັຖບານ ຕັ້ງບໍ່ຍອມ ອະນຸຍາດ ໃຫ້ມີ ການ ເຄື່ອນໄຫວ ທາງ ການເມືອງ ຢ່າງເສຣີ. ການຈໍາກັດ ເຫລົ່ານີ້ ເປັນ ບັນຫາ ທີ່ ຮ້າຍແຮງ ເພາະມັນຈະກະທົບ ຕໍ່ສິດທິ ອື່ນໆ ເຊັ່ນກັນ".

ບັນຫາ ທີ່ໜ້າ ເປັນຫ່ວງນໍາ ຢ່າງຍິ່ງ ນັ້ນ ກໍແມ່ນ ເຣື່ອງການ ບັງຄັບ ທ່ານ ສົມບັດ ສົມພອນ ຜູ້ນໍາພາກ ປະຊາ ສັງຄົມ ໃຫ້ຫາຍ ສາບສູນໄປ ຢູ່ນະຄອນ ຫລວງ ວຽງຈັນ ເມື່ອ ກາງເດືອນ ທັນວາ 2012 ຜ່ານມາ ພາຍຫລັງ ທີ່ ຕໍາຫຣວດ ໄດ້ຢຸດຣົດ ທ່ານ ແລະ ເຣື່ອງທ່ານ ສົມພອນ ຂັນຕິສຸກ ນັກປົກປ້ອງ ສະພາບ ແວດລ້ອມ ທີ່ຫາຍ ສາບສູນ ພາຍຫລັງ ທີ່ທ່ານ ໄດ້ຮັບຄໍາ ສັ່ງໃຫ້ໄປ ຣາຍງານ ຕົວ ທີ່ ສະຖານີ ຕໍາຫຣວດ ເມື່ອເດືອນ ມົກຣາ ປີ 2007.

ທ່ານ Phil Robertson ຮອງຜູ້  ອໍານວຍການ HRW ປະຈໍາເຂດ ເອເຊັຍ ເວົ້າວ່າ ທາງການລາວ ກໍາລັງ ທ້າທາຍ ຄວາມເປັນຫ່ວ ງເປັນໄຍ ຂອງ ນາໆຊາດ ທີ່ຮຽກ ຮ້ອງຫາ ຄໍາຕອບ ເຣື້ອງ ທ່ານ ສົມບັດ ສົມພອນ. ຣັຖບານ ລາວ ບໍ່ໄດ້ມີ ການ ປ່ຽນແປງ ໃດໆ ທີ່ເປັນ ແກ່ນສານ ຕາມ ພັນທະ ຂອງຕົນ ທີ່ໄດ້ ໃຫ້ໄວ້ໃນ ຣະຫວ່າງ ກອງ ປະຊຸມ UPR ຄັ້ງທໍາອິດ ເມື່ອປີ 2010 ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.