ສຽງຮຽກຮ້ອງໃຫ້ລາວເຄົາຣົບ ສິດທິ ມະນຸດ

ຈໍາປາທອງ
2014.12.07
F-image2 ສຽງຮຽກຮ້ອງໃຫ້ຜູ້ນໍາລາວ ເຄົາຣົບ ສິດທິມະນຸດ
RFA

 

ສູນວິເຄາະ ນະໂຍບາຍ ສາທາຣະນະ, ຂະບວນການ ລາວ ເພື່ອ ສິດທິມະນຸດ, ພັນທະມິດ ພາກ ປະຊາ ສັງຄົມ ແລະ ອົງການ ຈັດ ຕັ້ງທີ່ ບໍ່ຂຶ້ນກັບ ຣັຖບານ ຕ່າງໆ ຮ່ວມກັນ ຮຽກຮ້ອງ ໃຫ້ ປະເທດ ສະມາຊິກ ຂອງ ອົງການ ສະຫະ ປະຊາຊາດ ທວງໃຫ້ ຣັຖບາລ ສປປ ລາວ ຍຸຕິ ການ ລ່ວງຣະເມີດ ສິດທິ ມະນຸດ, ການ ຈໍາກັດ ເສຣີພາບ ທາງ ສາສນາ ແລ້ວ ໃຫ້ ເສຣີພາບ ຂັ້ນພື້ນຖານ ຂອງ ມະນຸດ ຮວມທັງ ເສຣີພາບ ທາງດ້ານ ຂ່າວສານ ແກ່ ປະຊາ ຊົນ ລາວ. ອີງຕາມ ຖແລງການ ຂອງສູນ ວິເຄາະ ນະໂຍບາຍ ສາທາ ຣະນະ.

ຮ່ວມອອກ ຖແລງການ ກັບ ສູນວິເຄາະ ນະໂຍບາຍ ສາທາຣະນະ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ນັ້ນ ກໍຍັງມີ ສະພາ ສິດທິ ມະນຸດ ລາວ, ພັນທະມິດ ເພື່ອ ປະຊາທິປະຕັຍ ໃນ ລາວ, ອົງການ ນັກລົບເກົ່າ ລາວ, ສະຖາບັນ ລາວເພື່ອ ປະຊາທິປະໄຕ, ຂະບວນ ການ ນັກສຶກສາ ລາວເພື່ອ ປະຊາທິປະໄຕ, ອົງການ ຊາວມົ້ງ ກ້າວໜ້າ, ອົງການ ຊາວມົ້ງ ເພື່ອ ຄວາມ ກ້າວໜ້າ ແລະ ອົງການ ຈັດຕັ້ງ ອື່ນໆອີກ ຫລາຍ ອົງການ.

ທ່ານ ຟີລິບ ສະໝິດ ຜູ້ ອໍານວຍການ ຝ່າຍ ບໍຣິຫານ ຂອງ ສູນວິເຄາະ ນະໂຍບາຍ ສາທາຣະນະ ທີ່ ຕັ້ງຢູ່ ນະຄອນຫລວງ ວໍຊິງຕັນ ດີ ຊີ ສະຫະຣັຖ ອະເມຣິກາ ກ່າວວ່າ:

“ພວກ ຂ້າພະເຈົ້າ ຮຽກຮ້ອງ ໃຫ້ ຣັຖບາລ ລາວ, ທະຫານ ແລະ ພັກ ຄອມມິວນິສ ລາວ ມີຄວາມ ໂປ່ງໄສ ເພີ່ມຂຶ້ນ ແລະ ມີການ ປະຕິຮູບ ທາງດ້ານ ສິດທິ ມະນຸດ. ແລະວ່າ ພວກ ຂ້າພະເຈົ້າ ຮ່ວມກັນ ຮຽກຮ້ອງ ໃຫ້ ປ່ອຍ ທ່ານ ສົມບັດ ສົມພອນ ຢ່າງ ຮີບດ່ວນ ຕລອດເຖິງ ຜູ້ອື່ນໆ ທີ່ ໄດ້ຖືກ ຫາຍສາບສູນ ຢູ່ໃນກໍາມື ຂອງ ທະຫານ ແລະ ຕໍາຣວດລັບ ຂອງລາວ ຮວມທັງ ບັນດາ ຜູ້ນໍາ ຂະບວນ ການ ນັກສຶກສາ ລາວ ເພື່ອ ປະຊາ ທິປະຕັຍ ເມື່ອປີ 1999, ຜູ້ນໍາ ຊາວ ອົພຍົບ ເຜົ່າມົ້ງ, ຜູ້ນັບຖື ສາສນາ ຄຣິສຕຽນ ລາວ ແລະມົ້ງ ແລະ ນັກໂທດ ການເມືອງ ແລະ ສາສນາ ຕລອດເຖິງ ບຸກຄົນ ທີ່ ບໍ່ເຫັນ ພ້ອມນໍາ ທາງ ການເມືອງ ອື່ນໆ”.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.