ກອງປະຊຸມສະພາຊຸດໃໝ່ ອາຄານໃໝ່ ທິສດີເກົ່າ

ຈໍາປາທອງ
2021.03.16
ກອງປະຊຸມສະພາຊຸດໃໝ່ ອາຄານໃໝ່ ທິສດີເກົ່າ ກອງປະຊຸມສະພາແຫ່ງຊາດ ຊຸດທີ 9 ທີ່ຈະຖືກໄຂຂຶ້ນ ຢ່າງເປັນທາງການ ແຕ່ວັນທີ 22 ຫາ ວັນທີ 26 ມິນາ 2021
ນັກຂ່າວພົລເມືອງ

ກອງປະຊຸມຄັ້ງປະຖົມມະລຶກ ຂອງ ສະພາແຫ່ງຊາດຊຸດທີ 9 ທີ່ຈະຖືກໄຂຂຶ້ນຢ່າງເປັນທາງການ ແຕ່ວັນທີ 22 ຫາວັນທີ 26 ມິນາ 2021 ນີ້ ຈະເລືອກເອົາປະທານປະເທດ, ນາຍົກ ຣັຖມົນຕຣີ ແລະ ປະທານສະພາຄົນໃໝ່. ຄາດວ່າ ກອງປະຊຸມຈະຖືກຈັດຂຶ້ນ ຢູ່ຫໍສະພາແຫ່ງຊາດຫລັງໃໝ່ ທີ່ຢູ່ໃກ້ກັບເດີ່ນ ພຣະທາດຫຼວງ ນະຄອນຫຼວງວຽງຈັນ. ແຕ່ມາຮອດມື້ນີ້ ຍັງບໍ່ມີແຈ້ງການລະອຽດ ກ່ຽວກັບຕາຕະລາງ ຂອງກອງປະຊຸມນັ້ນເທື່ອ ຊຶ່ງຄາດວ່າພາກສ່ວນກ່ຽວຂ້ອງ ຈະແຈ້ງອອກມາໃນມໍ່ໆນີ້, ດັ່ງ ເຈົ້າໜ້າທີ່ ສະພາ ແຫ່ງຊາດ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ມິນາ ນີ້ວ່າ:

“ຕາມແຈ້ງການເພິ່ນອອກມາຫັ້ນແຫຼະ ໂຕນີ້ກະຍັງບໍ່ຮູ້ນໍາເພິ່ນເນາະ ເພາະວ່າເພິ່ນຍັງບໍ່ທັນຕົກລົງເທື່ອວ່າ ສິເອົາຫ້ອງປະຊຸມ ໂຕໃດ.”

ທ່ານກ່າວຕື່ມວ່າ ການກະຕຽມຂັ້ນຕອນຕ່າງໆ ຂອງກອງປະຊຸມນັ້ນ ກໍຍັງບໍ່ສາມາດແຈ້ງໃຫ້ ສື່ມວນຊົນຮູ້ໄດ້ເທື່ອ. ຫາກມີຄວາມ ພ້ອມເມື່ອໃດທາງຄະນະທີ່ກ່ຽວຂ້ອງ ກໍຈະເປີດເຜີຍໃຫ້ຮູ້ ຫຼື ຖແລງຂ່າວຕໍ່ສື່ມວນຊົນທົ່ວໄປ ຊຶ່ງຄາດວ່າຈະມີຂຶ້ນໃນໄວໆນີ້.

ກ່ຽວກັບກອງປະຊຸມສະພາແຫ່ງຊາດຄັ້ງນີ້ ຊາວລາວຫຼາຍຄົນ ກໍບໍ່ໄດ້ໃຫ້ຄວາມສົນໃຈ ແຕ່ກໍຄາດຫວັງວ່າ ພາຍໃນກອງປະຊຸມນັ້ນ ຈະມີການຄົ້ນຄວ້າ ຫາລືແກ້ໄຂບັນຫາຕ່າງໆໃຫ້ ປະຊາຊົນ. ໃນນັ້ນກໍມີຊາວເມືອງງອຍ ແຂວງຫຼວງພຣະບາງ ກໍຢາກໃຫ້ທາງສະພາ ແກ້ໄຂບັນຫາ ທີ່ຊາວບ້ານຫຼາຍຄົນ ໄດ້ຮ້ອງຮຽນໄປ ຮວມທັງບັນຫາ ບໍ່ມີນໍ້າປະປາໃຊ້, ດັ່ງທ່ານ ເວົ້າວ່າ:

“ວຽກບ້ານການເມືອງ ດຽວນີ້ຫັ້ນ ຢາກສເນີແນວນີ້ເນາະ ນໍ້າບໍ່ພຽງພໍ ແລ້ວດຽວນີ້ຂໍນໍ້າປະປາເນາະ ເພາະວ່ານໍ້າຫ້ວຍແຕ່ລະຫ້ວຍ ແຫ້ງໝົດດຽວນີ້ນະ ບໍ່ມີດິນຟ້າອາກາດ ບໍ່ອໍານວຍ 2 ປີນີ້ແລ້ວ ບໍ່ມີນໍ້າ ດຽວນີ້ລະຂໍນໍ້າປະປາ ນໍາເພິ່ນທາງຂັ້ນເທິງເນາະ ພິຈາຣະນາຊ່ວຍ.”

ທີ່ແຂວງຫຼວງນໍ້າທາ ຊາວບ້ານຜູ້ນຶ່ງ ກໍຢາກໃຫ້ກອງປະຊຸມຄັ້ງນີ້ ມີການຫາລືແລະແກ້ໄຂບັນຫາ ຣາຄາຢາງພາລາຕົກຕໍ່າ ຢູ່ໃນ ແຂວງນີ້ ແລະແຂວງອື່ນໆ ເພື່ອຊ່ອຍເຫຼືອຊາວສວນ ຢາງພາລາ ທີ່ຖືກທາງໂຮງງານຈີນ ກົດຣາຄາຮັບຊື້ຢາງພາລາ, ດັ່ງທີ່ທ່ານ ເວົ້າຕອນນຶ່ງວ່າ:

“ຈິດໃຈຢາກໃຫ້ ກອງປະຊຸມນີ້ຄົ້ນຄວ້າໂອ໋; ຢາກໃຫ້ຣັຖບານແກ້ໄຂ ເຣື່ອງຢາງພາລາໃຫ້ຈີນເຂົ້າມາຊື້ໄດ້ ລາວກໍສົ່ງອອກໄດ້ນີ້ໂອ໋; ດຽວນີ້ຢູ່ຫຼວງນໍ້າທານີ້ ມີແຕ່ບໍຣິສັດດຽວໂອ໋ ຈີນ ນີ້ນະ ຢູ່ນີ້ບໍ່ໃຫ້ຜູ້ໃດມາຊື້ແດ່ ຄັນວ່າຫຼາຍບໍຣິສັດ ມາຍາດກັນຊື້ ຣາຄາກໍຈະຂຶ້ນ ໜ້ອຍນຶ່ງ.”

ຢູ່ນະຄອນຫຼວງວຽງຈັນ ຊາວເມືອງໄຊທານີ ທີ່ໄດ້ຮັບຄວາມເດືອດຮ້ອນ ຍ້ອນຖືກໂຄງການທາງດ່ວນ ນະຄອນຫຼວງວຽງຈັນໝາຍ ເລກນຶ່ງ, ສົ່ງພະນັກງານ ມາລັກບຸກລຸກທີ່ດິນ ຢູ່ເລື້ອຍນັ້ນ ກໍຢາກໃຫ້ກອງປະຊຸມ ສະພາແຫ່ງຊາດ ຫາແນວທາງແກ້ໄຂບັນຫານີ້ ຕາມທີ່ຊາວບ້ານຫຼາຍຄົນ ເຄີຍຮ້ອງຮຽນໄປຍັງ ສະພາແຫ່ງຊາດແລ້ວນັ້ນ ດັ່ງທີ່ທ່ານ ກ່າວວ່າ:

“ກໍຢາກໃຫ້ເພິ່ນມາແກ້ໄຂນີ້ແຫຼະ ເພາະວ່າດິນເຮົາຊື້ມາ ເຮົາສິປຸກເຮືອນຢູ່ ເພິ່ນບໍ່ໃຫ້ເຮົາປຸກຫຍັງເລີຍ ສິໃຫ້ເຮັດຫຍັງເພິ່ນກໍບໍ່ ໃຫ້ເຮັດຫຍັງ ເພິ່ນກະຍັງກວນຢູ່ແຫຼະ ເພິ່ນກະສິເອົາ ໃຫ້ມັນໄດ້ຫັ້ນແຫຼະ.”

ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີຊາວລາວອີກຈໍານວນນຶ່ງ ທີ່ບໍ່ໄດ້ຕັ້ງຄວາມຫວັງ ນໍາກອງປະຊຸມ ວ່າຈະຊ່ອຍແກ້ໄຂບັນຫາໃດໆໃຫ້ ຍ້ອນເຊື່ອວ່າ ໃນກອງປະຊຸມນັ້ນ ຈະມີການແກ້ໄຂ ກັນຫຼາຍບັນຫາ ຢູ່ແລ້ວ ມີແຕ່ຕ້ອງຄອຍຟັງ ດັ່ງຊາວລາວ ຜູ້ນຶ່ງກ່າວວ່າ:

“ຖືວ່າໃຫ້ເປັນໜ້າທີ່ຂອງອົງການ ທີ່ກ່ຽວຂ້ອງເພິ່ນສະ ເຮົາເປັນປະຊາຊົນແລ້ວກໍມີແຕ່ຄອຍ ຟັງເພິ່ນແຈ້ງມາວ່າປະຊຸມປະຖົມມະລຶກ ໄດ້ແບບນີ້ໆ ເຮົາກະເອກພາບກັບທາງການ ເພິ່ນແຫຼະ.”

ບັນຫາສໍາຄັນ ຂອງກອງປະຊຸມສະພາແຫ່ງຊາດ ຄັ້ງປະຖົມມະລືກ ທີ່ຈະມີຂຶ້ນນີ້ ແມ່ນຈະຮັບຮອງເອົາ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ຈໍານວນ 164 ຄົນ ທີ່ໄດ້ຮັບການເລືອກຕັ້ງ ເມື່ອວັນທີ 21 ກຸມພາ ທີ່ຜ່ານມາ, ຈະມີການເລືອກຕັ້ງເອົາ ປະທານສະພາ ແຫ່ງຊາດ ຊຸດໃໝ່, ປະທານປະເທດ, ນາຍົກຣັຖມົນຕຣີ, ປະທານສານ ປະຊາຊົນສູງສຸດ, ອັຍການປະຊາຊົນສູງສຸດ ແລະ ຜູ້ຮັບ ຕໍາແໜ່ງສໍາຄັນອື່ນໆ.

ໃນຕອນແລງຂອງວັນທີ 16 ມິນາ ຍານາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດຂຸດທີ 8 ໄດ້ຊີ້ແຈງຕໍ່ສື່ມວນຊົນ ວ່າກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາ ແຫ່ງຊາດ ຊຸດທີ 9 ຈະໃຊ້ເວລາທັງໝົດ 5 ວັນ ຄືຕັ້ງແຕ່ວັນທີ 22 ຫາວັນທີ 26 ມິນາ 2021.

ນອກເໜືອຈາກການຮັບຮອງເອົາ ສະມາຊິກສະພາແຫ່ງຊາດຊຸດທີ 9 ແລະເລືອກຕັ້ງເອົາ ຜູ້ຮັບຕໍາແໜ່ງ ສໍາຄັນຂອງຣັຖຊຸດໃໝ່ ແລ້ວຍັງຈະມີການຄົ້ນຄວ້າ ພິຈາຣະນາ 10 ບັນຫາ ສໍາຄັນຂອງຊາດ. ແລະໃນຣະຫວ່າງການດໍາເນີນ ກອງປະຊຸມນັ້ນກໍຈະເປີດ ໂທຣະສັບ ສາຍດ່ວນ ໝາຍເລກ 156 ໃຫ້ປະຊາຊົນ ມີສ່ວນຮ່ວມ ປະກອບຄໍາເຫັນຕ່າງໆໄດ້.

ກ່ອນໜ້ານີ້ ຜູ້ໃຊ້ສື່ສັງຄົມອອນລາຍໃນລາວ ຮວມທັງນັກວິຊາການລາວ ຄາດວ່າ ທ່ານ ທອງລຸນ ສີສຸລິດ ຈະຂຶ້ນເປັນປະທານ ປະເທດຜູ້ໃໝ່, ຍານາງ ປານີ ຢາທໍ່ຕູ້ ແລະທ່ານ ບຸນທອງ ຈິດມານີ ຈະເປັນຮອງປະທານປະເທດ; ປະທານສະພາແຫ່ງຊາດ ຄົນໃໝ່ ໜ້າຈະເປັນ ທ່ານ ໄຊສົມພອນ ພົມວິຫານ ແລະ ຈະມີຮອງປະທານ ສະພາ 5 ຄົນຄື ຍານາງ ສຸນທອນ ໄຊຍະຈັກ, ທ່ານ ຈະເລີນ ເຢັຍປາວເຮີ, ທ່ານ ສົມມາດ ພົນເສນາ, ທ່ານ ສຸວອນ ເລືອງບຸນມີ ແລະ ທ່ານ ຄໍາໃບ ດໍາລັດ. ນາຍົກຣັຖມົນຕຣີ ຄົນໃໝ່ ກໍໜ້າຈະເປັນທ່ານ ພັນຄໍາ ວິພາວັນ ແລະ ຈະມີທ່ານ ກິແກ້ວ ໄຂຄໍາພິທູນ, ພົນເອກ ຈັນສະໝອນ ຈັນຍາລາດ ແລະທ່ານ ສອນໄຊ ສີພັນດອນ ເປັນຮອງ ນາຍົກຣັຖມົນຕຣີ.

ສ່ວນປະທານສານ ປະຊາຊົນສູງສຸດ ໜ້າຈະແມ່ນ ຍານາງ ວຽງທອງ ສີພັນດອນ ຊຶ່ງປັດຈຸບັນ ເປັນຜູ້ວ່າການ ແລະ ທ່ານ ໄຊຊະນະ ໂຄດພູທອນ ອາຈເປັນຫົວໜ້າ ອົງການ ອັຍການ ປະຊາຊົນ ສູງສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.