ຊອກວຽກຫຼັງຈາກຮຽນຈົບຢູ່ ລາວ

0:00 / 0:00

ໃນປີນີ້ ມີນັກ ສຶກສາ 8 ພັນ ກວ່າຄົນ ທີ່ ຈົບ ການສຶກສາ ຈາກ ມະຫາວິທຍາລັຍ ແຫ່ງຊາດ ເຮັດໃຫ້ ມີການ ແຂ່ງຂັນກັນ ຊອກວຽກເຮັດ ງານທຳ. ອະດີດ ນັກສຶກສາ ມະຫາວິທຍາລັຍ ແຫ່ງຊາດ ຜູ້ນຶ່ງ ເວົ້າວ່າ ນັກສຶກສາ ສ່ວນຫລາຍ ຢາກເຮັດວຽກ ກັບ ຣັຖບານ ຢາກເປັນ ພະນັກງານ ຣັດ ແລະ ຫລາຍຄົນ ທີ່ບໍ່ໄດ້ ຄະແນນດີ ຕ້ອງໄດ້ຊື້ເຂົ້າ. ດັ່ງ ທ່ານເວົ້າວ່າ:

"ກໍເຄີຍມີ ຈັ່ງຊັ້ນທີ່ວ່າ ຮຽນຈົບໄປ ແລ້ວ ແບບວ່າ ຈົບຈາກນີ້ ຄະແນນ ບໍ່ຮອດ ຊັ້ນນະ ແຕ່ໄດ້ໄປ ເຮັດວຽກດີ ສົມມຸດວ່າ ຈະຕັ້ງເພດານ ຄະແນນໄວ້ ເນາະ ຖ້າໄດ້ ຄະແນນຮອດ 2.5 ຫລື ວ່າທຽບກັບ C໋ ຂະເຈົ້າ ຈະໃຫ້ຝຶກງານ ແຕ່ວ່າຖ້າ ຄະແນນຫລຸດ ຂະເຈົ້າບໍ່ໄດ້ ໃຫ້ ຝຶກງານ ມັນຈະເປັນ ແນວນັ້ນ ແຕ່ວ່າ ບາງຄົນ ທີ່ ວ່າບໍ່ໄດ້ ຝຶກງານເນາະ ແຕ່ຈົບໄປ ມີວຽກ ຖ້າຢູ່ແລ້ວ ກໍເລີຍໄດ້ ເຮັດວຽກ ແຕ່ບາງ ຄົນ ຄະແນນສູງ ຈົບໄປ ກໍບໍ່ມີ ວຽກເຮັດ".

ທ່ານ ເວົ້າຕື່ມວ່າ ຄນະເສຖສາດ ແລະ ບໍຣິຫານ ທຸຣະກິດ ເປັນຂແນງ ທີ່ໄດ້ຮັບ ຄວາມນິຍົມ ຈາກ ນັກສຶກສາ ຫລາຍ ດັ່ງນັ້ນ ເມື່ອ ຈົບອອກມາ ຈຶ່ງຍາດວຽກ ກັນເຮັດ ເຮັດໃຫ້ ຫລາຍຄົນ ບໍ່ໄດ້ວຽກ ແລະ ວິຊາອື່ນໆ ກໍເຊັ່ນກັນ. ນັກສຶກສາ ຫລາຍຄົນ ທີ່ ຈົບອອກມາ ຕ້ອງໄດ້ ລໍຖ້າເສັງ ເຂົ້າເຮັດວຽກ ເປັນ ຣັຖການ ຍ້ອນເຊື່ອວ່າ ເປັນອາຊີບ ທີ່ ໝັ້ນຄົງ ກວ່າ ເຮັດນໍາ ບໍຣິສັດ ເອກຊົນ ຫລື ໂຄງການ ຕ່າງໆ.

ໃນສົກການ ສຶກສາ ປີ 2013-14 ມີນັກສຶກສາ ຈົບ ມະຫາວິທຍາລັຍ ແຫ່ງຊາດ 8162 ຄົນ ປຣິນຍາຕຣີ 7583 ຄົນ ອະນຸ ປຣິນຍາ 299 ຄົນ ຫລັງຈາກ ສ້າງຕັ້ງ ມະຫາວິທຍາລັຍ ແຫ່ງຊາດ ຂຶ້ນມາ ໃນປີ 1996 ເທົ່າເຖິງ ປັດຈຸບັນ ສາມາດ ຜລິດບັນດິດ ໄດ້ກວ່າ 68,400 ຄົນ.

ອະດີດ ນັກສຶກສາ ທ່ານນີ້ ເວົ້າ ຕໍ່ໄປວ່າ ສຳລັບການ ຊື້ຈ້າງ ເພື່ອໃຫ້ໄດ້ ເຮັດວຽກ ນັ້ນ ຜູ້ ທີ່ສາມາດ ຊື້ໄດ້ ສ່ວນໃຫຍ່ ມາຈາກ ຄອບຄົວ ທີ່ຮັ່ງມີ ຍ້ອນການ ຊື້ຈ້າງ ຕ້ອງໃຊ້ເງິນ ຫຼາຍ ລ້ານກີບ.