ອໍານາດສະພາແຫ່ງຊາດຈະສູງ ທີ່ສຸດ
2014.12.23
ການ ດັດແກ້ ຣັຖທັມນູນ ຢູ່ ໃນ ກອງປະຊຸມ ສະພາ ແຫ່ງຊາດ ຂອງ ລາວ ຊຶ່ງ ກໍາລັງ ດໍາເນີນໄປ ຢູ່ ໃນຂນະນີ້ ຈະເຮັດໃຫ້ ສະພາ ແຫ່ງຊາດ ມີອໍານາດ ສູງທີ່ສຸດ ຂອງ ປະເທສ. ຕາມ ຣາຍງານ ຂອງ ວຽງຈັນ ທາມ ຂອງ ທາງການ ລາວ. ສະມາຊິກ ສະພາ ແຫ່ງຊາດ ຫລາຍຄົນ ສນັບສນູນ ເຣຶ່ອງ ທີ່ວ່ານັ້ນ ເພາະວ່າ ສະພາ ແຫ່ງຊາດ ມີບົດບາດ ສໍາຄັນ ເປັນທັງຜູ້ ຮັບຮອງ ເອົາຜູ້ນໍາ ປະເທສ ຮວມທັງ ປະທານ ປະເທສ ແລະ ທັງເປັນຜູ້ ຕົກລົງ ທຸກ ບັນຫາ ທີ່ເປັນພື້ນຖານ ຂອງ ປະເທສ.
ຖ້າຫາກວ່າ ຣັຖທັມນູນ ສະບັບ ປັບປຸງ ກໍານົດ ໃຫ້ ສະພາ ແຫ່ງຊາດ ມີອໍານາດ ສູງສຸດ ຂອງ ປະເທສ ກໍໝາຍ ຄວາມວ່າ ບົດບາດ ຂອງ ສະພາ ແຫ່ງຊາດ ຈະເພີ່ມຂຶ້ນ ຢ່າງ ຫຼວງຫຼາຍ ແລະ ໄດ້ຮັບການ ຍອມຮັບ ຈາກ ປະຊາຊົນ ທົ່ວທັງ ປະເທສ.
ທ່ານ ເກດ ກຽດຕິສັກ ຮອງ ຣັຖມົນຕຣີ ກະຊວງ ຍຸຕິທັມ ແລະ ເປັນທັງ ກັມການ ຄນະ ເລຂາທິການ ແກ້ໄຂ ຣັຖທັມນູນ ກ່າວຕໍ່ ວຽງຈັນ ທາມ ໃນອາທິດ ນີ້ວ່າ: “ຕາມ ນະໂຍບາຍ ຂອງ ປະເທສ ພວກເຮົາ ອໍານາດ ທັງໝົດ ເປັນຂອງ ປະຊາຊົນ. ທຸກຢ່າງ ທີ່ ພວກເຮົາເຮັດ ແມ່ນເພື່ອ ປະຊາຊົນ. ດັ່ງນັ້ນ ສະພາ ແຫ່ງຊາດ ຈຶ່ງສົມຄວນ ໄດ້ຮັບ ບົດບາດ ອັນນີ້”.
ແຕ່ຄວາມ ເປັນຈິງແລ້ວ ສະພາ ແຫ່ງຊາດ ຈະບໍ່ມີ ໂອກາດ ທີ່ ຈະມີອໍານາດ ສູງສຸດ ຂອງ ປະເທສ ໄດ້ ຖ້າຫາກ ບໍ່ປ່ຽນແປງ ມາດຕຣາ 3 ຂອງ ຣັຖທັມນູນ ສປປລາວ ທີ່ ກໍານົດເອົາ ໄວ້ວ່າ ພັກ ປະຊາຊົນ ປະຕິວັດ ລາວ ເປັນ ແກນນໍາ ຂອງ ຣະບົບ ການເມືອງ ຢູ່ລາວ.
ເຖິງຈະດັດແກ້ ຣັຖທັມນູນ ໃຫ້ ສະພາ ແຫ່ງຊາດ ມີ ອໍານາດ ສູງສຸດ ແຕ່ໃນ ສະພາບ ຕົວຈິງ ພັກ ກໍຍັງມີສິດ ມີອໍານາດ ເໜືອ ທຸກການ ຈັດຕັ້ງ ຢູ່ ສປປ ລາວ ນັ້ນຢູ່ ສເມີໄປ.