ສະມາຊິກສະພາວ່າໃຫ້ພາກັນ ຢຸດ ສໍ້ໂກງ

ສົມເນ
2014.12.14
f-na ສະມາຊິກ ສະພາ ແຫ່ງຊາດ ຮຽກຮ້ອງ ໃຫ້ ທຸກພາກສ່ວນ ກໍາຈັດ ການທຸຈະຣິດ-ສໍ້ໂກງ ຕ່າງໆ
Screenshot from LPDR video

 

ສະມາຊິກ ສະພາ ແຫ່ງຊາຕ ຈໍານວນ ນຶ່ງ ໄດ້ຮຽກຮ້ອງ ເຖິງ ທຸກ ພາກສ່ວນ ທີ່ ຮັບຜິດຊອບ ແລະ ກວດສອບ ການດໍາເນີນ ງານ ຂອງ ພາກຣັດ ໃຫ້ ສຸມ ສິດ ອໍານາດ ທີ່ມີຢູ່ ແລະ ຄວາມ ພຍາຍາມ ເພື່ອ ຖອນຮາກ ຖອນໂຄນ ການ ສໍ້ໂກງ ທຸຈຣິດ, ສໍ້ຣາສ ບັງຫລວງ ທຸກ ຮູບແບບ. ຕາມຣາຍງານ ໜັງສືພິມ ທາງການ ລາວ ລົງວັນທີ 15 ທັນວາ ນີ້.

ການຮຽກຮ້ອງ ໄດ້ມີຂຶ້ນ ໃນ ກອງປະຊຸມ ສະພາ ແຫ່ງຊາຕ ຄັ້ງທີ່ 8 ທີ່ ກໍາລັງ ດໍາເນີນ ຢູ່ນີ້ ຫລັງຈາກ ສະມາຊິກ ສະພາ ໄດ້ ຟັງຣາຍ ງານ ຜົນການ ກວດສອບ ງົບປະມານ ສົກປີ 2012-13 ຂອງ ອົງການ ກວດສອບ ແຫ່ງຣັດ ເມື່ອ ວັນສຸກ ຜ່ານມາ. ຣາຍງານ ການ ກວດສອບ ແຈ້ງວ່າ ຊັພສິນ ຈໍານວນ ມະຫາສານ ຂອງຣັດ ຖືກ ອະນຸມັດ ໄປແບບ ບໍ່ຖືກຕ້ອງ ຕາມ ກົດໝາຍ ໂດຍສະເພາະ ການ ອະນຸມັດ ຊັພສິນ ຂອງຣັດ ແກ່ 25 ໂຄງການ ທີ່ເອີ້ນວ່າ ໂຄງການຜີ ຢູ່ ແຂວງ ອຸດົມໄຊ ເຮັດໃຫ້ ຊັພສິນ ຂອງຣັດ ຫລາຍຮ້ອຍ ຕື້ ກີບ ຕົກເຫັ່ຽ ເສັຽຫາຍ ຍ້ອນ ການສໍ້ໂກງ ມາໄດ້ ຫຼາຍປີແລ້ວ, ໃນນັ້ນ ຮ່ວມທັງ ເງິນ ຈໍານວນ 87 ຕື້ ກີບ ຫລື ປະມານ 11 ລ້ານໂດລາ ທີ່ ໃຊ້ຈ່າຍ ເກີນ ຂອບເຂດ ແກ່ 77 ໂຄງການ, ແລະ 4,300 ຕື້ ກີບ ຫລື ປະມານ 538 ລ້ານ ໂດລາ ສໍາລັບ 254 ໂຄງການ ທີ່ສ້າງ ບໍ່ສໍາເຣັດ.

ທ່ານ ກິແກ້ວ ໄຂຄໍາພິທູນ ສະມາຊິກ ສະພາ ແຂວງ ວຽງຈັນ ກ່າວວ່າ ນະໂຍບາຍ ຣັຖບານ ກ່ຽວກັບ ການ ຈ່າຍໜີ້ສິນ, ການຫລຸດ ໜີ້ສິນ, ແລະ ການຈ່າຍ ໂດຍວິທີ ອອກ ພັນທະບັດ ນັ້ນ ມີຊ່ອງໂຫວ່ ອັນເຮັດໃຫ້ ມີການ ສູນເສັຽ ທີ່ ກະຕວງ ບໍ່ຖືກ, ນອກນັ້ນ ຍັງມີ ການ ຈັດຕັ້ງ ປະຕິບັດ ໂຄງການ ທີ່ ສະພາ ບໍ່ ອະນຸມັດ. ທ່ານວ່າ ທັງໝົດ ນີ້ ຊີ້ໃຫ້ເຫັນ ວ່າ ຣະບຽບ ວິນັຍ ການເງິນ ອ່ອນແອ. ຜູ້ ທໍາຜິດ ກໍບໍ່ໄດ້ ຮັບໂທດ ແນວໃດ ໝົດ.

ຍານາງ ບົວຄໍາ ທິພະວົງ ສະມາຊິກ ສະພາ ແຂວງ ວຽງຈັນ ເວົ້າວ່າ ຖ້າຫາກ ວ່າ ຣັຖ ສາມາດ ກອບກູ້ ເອົາເງິນ ຈໍານວນນີ້ ຄືນມາໄດ້ ມັນກໍຄົງ ບໍ່ ຫຍຸ້ງຍາກ ໃນການຈ່າຍ ເງິນເດືອນ ໃຫ້ ພະນັກງານ ຣັດ ຫລື ຈ່າຍເງິນ ໃຫ້ ຜູ້ກິນ ເບັ້ຽບໍານານ. ທ່ານວ່າ ຄົນດຽວ ຢູ່ ໃນ ກະຊວງ ນຶ່ງ ຄົງ ສໍ້ໂກງ ເງິນ ຫລາຍຮ້ອຍ ຕື້ ກີບ ບໍ່ໄດ້ ຂນາດນັ້ນ ດອກ, ຈະຕ້ອງມີ ຜູ້ໃດ ຜູ້ນຶ່ງ ໃຫ້ ສິດອໍານາດ ເພື່ອ ກະທໍາສິ່ງ ເລົ່ານັ້ນ. ທ່ານວ່າ ການຮົ່ວໄຫລ ທຸກຢາດ ມັນມາແຕ່ ຂັ້ນເທິງ ພຸ້ນ. ສະມາຊິກ ສະພາ ໄດ້ ຮຽກຮ້ອງ ໃຫ້ເອົາ ມາຕການ ດັບສູນ ການ ສໍ້ຣາສ ບັງຫລວງ ທັງເຫງົ້າ ທັງຮາກ ເພື່ອ ບໍ່ໃຫ້ມັນ ເຕີບໃຫຍ່ ໄປກວ່າ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.