ຄະນະ ຣັຖມົນຕຣີຊຸດໃໝ່ ຈະປະສົບຜົນສຳເຣັດ ການແກ້ໄຂເສຖກິຈ ແທ້ບໍ່

ຈຳປາທອງ
2023.02.01
ຄະນະ ຣັຖມົນຕຣີຊຸດໃໝ່ ຈະປະສົບຜົນສຳເຣັດ ການແກ້ໄຂເສຖກິຈ ແທ້ບໍ່ ຄົນຂັບຣົຖສາມລໍ້ ລໍຖ້າຜູ້ໂດຍສານ ຕາມເສັ້ນທາງສາຍຫຼັກ ໃນນະຄອນຫຼວງວຽງຈັນ ໃນເວລາເງິນກີບເຟີ້ສູງ ຜູ້ຄົນຈັບຈ່າຍໜ້ອຍລົງ, ເດືອນທັນວາ ປີ 2022.
RFA

ຄະນະປະຈໍາສະພາແຫ່ງຊາຕ ຊຸດທີ IX ໄດ້ເປີດກອງປະຊຸມສມັຍສາມັນປະຈໍາເດືອນມົກກະຣາ 2023 2 ມື້ຄືໃນມື້ວັນທີ 30 ແລະວັນທີ 31 ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕ. ໃນກອງປະຊຸມດັ່ງກ່າວນັ້ນ ມີທັງໄດ້ຕົກລົງຍົກຍ້າຍ ຣັຖມົນຕຣີ 3 ກະຊວງ ແລະເຈົ້າແຂວງ 3 ແຂວງ ຕາມການສເນີຂອງທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ຊຶ່ງກ່າວກັນວ່າ ເພື່ອຫວັງຈະເຮັດໃຫ້ ຄະນະຣັຖບານຊຸດໃໝ່ ຂອງທ່ານ ທີ່ໄດ້ຂຶ້ນເປັນນາຍົກຣັຖມົນຕຣີ ຄົນໃໝ່ແທນທ່ານ ພັນຄໍາ ວິພາວັນ ຊຶ່ງໄດ້ຖືກກົດດັນ ໃຫ້ອອກບໍານານ ມາໄດ້ພຽງ 1 ເດືອນນັ້ນ ປະຕິບັດແຜນພັທນາເສຖກິຈ-ສັງຄົມແຫ່ງຊາຕ ທີ່ຍັງເຫລືອອີກປະມານ 3 ປີໄດ້ຮັບຜົລສໍາເຣັດຕາມຄາດໝາຍ. ໃນຂະນະນີ້ເສຖກິຈ-ການເງິນຂອງລາວ ປະເຊີນກັບວິກິຕການ, ເສຖກິຈ-ສັງຄົມຂຍາຍໂຕບໍ່ໄດ້ຕາມເປົ້າໝາຍ, ຕິດໜີ້ຕ່າງປະເທດ ມະຫາສານ; ມາເຖິງປີ 2021 ທະນາຄານໂລກເວົ້າວ່າ ລວມຍອດມູນຄ່າ ຜລິຕພັນພາຍໃນ ຫລື GDP ຂອງລາວມີ 18,830 ລ້ານໂດລ້າຣ໌ສະຫະຣັຖ, ເງິນກີບເຟີ້ຮຸນຮຸນແຮງ, ລາຄາສິນຄ້າ ທັງສິນຄ້າອຸປໂພກ ແລະບໍຣິໂພກແພງ, ຄ່າຄອງຊີບຖີບໂຕສູງຂຶ້ນ, ຊີວິດການເປັນຢູ່ ຂອງປະຊາຊົນຂັດສົນ ຫຍຸ້ງຍາກ ລໍາບາກ.

ການໂຍກຍ້າຍຣັຖມົນຕຣີ 3 ທ່ານ ໄດ້ຖືກປະກາດ ອອກໃຫ້ສາທາຣະນະຊົນຮູ້ ໃນຕອນເຊົ້າຂອງມື້ທໍາອິດຂອງກອງປະຊຸມ ຄະນະປະຈໍາສະພາແຫ່ງຊາຕທີ່ວ່ານັ້ນ.

ຍານາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາຕ ໄດ້ຖແລງຂ່າວ​ຕໍ່ສື່ມວນຊົນ ຢູ່ສະພາແຫ່ງຊາຕ ໃນມື້ວັນທີ 30 ມົກກະຣາ 2023 ນີ້ວ່າ ກອງປະຊຸມສໄມສາມັນ ຂອງຄະນະປະຈໍາສະພາ ແຫ່ງຊາຕ ຊຸດທີ IX ປະຈໍາເດືອນມົກກະຣາ ທີ່ໄດ້ດໍາເນີນໃນວັນທີ 30 ແລະ 31 ມົກກະຣານີ້ ໄດ້ຕົກລົງເຫັນດີຕາມ ຄໍາສເນີຂອງນາຍົກຣັຖມົນຕຣີ ກ່ຽວກັບການຮັບຮອງເອົາ ການຍົກຍ້າຍສະມາຊິກຣັຖບານ ແລະແຕ່ງຕັ້ງໃຫ້ໄປຮັບໜ້າທີ່ໃໝ່ ຄືຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ໄປຮັບໜ້າທີ່ຢູ່ແຂວງຫລວງນໍ້າທາ; ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ໄປຮັບໜ້າທີ່ຢູ່ແຂວງສະຫວັນນະເຂດ; ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ ຣັຖມົນ ຕຣີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບ ໜ້າທີ່ຢູ່ແຂວງສາລະວັນ.

ພ້ອມກັນນັ້ນ ກໍໄດ້ປະກາດການແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສວັນນະເຂດ ເປັນຣັຖມົນຕຣີກະຊວງການເງິນ; ການແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າ ແຂວງສາຣະວັນ ເປັນຣັຖມົນຕຣີກະຊວງພະລັງງານ ແລະ ບໍ່ແຮ່; ການແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນຣັຖມົນຕຣີກະຊວງໂຍທາທິການ ແລະ ຂົນສົ່ງ.

ດັ່ງທີ່ ຍານາງ ສູນທອນ ໄຊຍະຈັກ ກ່າວໃນຕອນນຶ່ງວ່າ:

4. ແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງ ແຂວງສວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນຣັຖມົນຕຣີກະຊວງການເງິນ. 5. ແຕ່ງ ຕັ້ງທ່ານ ໂພໄຊ ໄຊຍະສອນ, ເຈົ້າແຂວງສາຣະວັນ ມາຮັບໜ້າທີ່ໃໝ່ ເປັນຣັຖມົນຕຣີກະຊວງພະລັງງານ -ບໍ່ແຮ່. 6. ແຕ່ງຕັ້ງທ່ານ ງາມປະສົງ ເມືອງມະນີ ເປັນຣັຖມົນຕຣີກະຊວງໂຍທາທິການ ແລະຂົນສົ່ງ.”

ເພື່ອຂໍຮູ້ສາເຫດທີ່ແທ້ຈິງ ກ່ຽວກັບການຍົກຍ້າຍຣັຖມົນຕຣີ 3 ທ່ານທີ່ວ່ານັ້ນ ວິທຍຸເອເຊັຍເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາ ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະກະຊວງໂຍ ທາທິການ ແລະ ຂົນສົ່ງ ໃນມື້ວັນທີ 31 ມົກກະຣາ 2023 ນີ້, ແຕ່ບໍ່ສາມາດຕິດຕໍ່ໄດ້.

ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນທ່ານນຶ່ງຢູ່ພາກໃຕ້ຂອງລາວ ແລະອີກຜູ້ນຶ່ງເປັນນັກທຸຣະກິຈ ທີ່ຮູ້ເຣື່ອງການປັບປ່ຽນຕໍາແໜ່ງ ແລະຍົກຍ້າຍຣັຖມົນຕຣີ 3 ທ່ານນັ້ນ ກໍເວົ້າຕໍ່ວິທຍຸເອເຊັຍ ເສຣີ ໃນມື້ດຽວກັນນັ້ນ. ປະຊາຊົນທ່ານນຶ່ງຢູ່ພາກໃຕ້ຂອງລາວ ກ່າວວ່າ ມັນເປັນການປ່ຽນໜ້າທີ່ປັນກັນກິນ.

ເຫັນບໍເຂົາກອມເມັນ ເຂົາວ່າ ປ່ຽນຽໜ້າທີ່ເພື່ອປັນກັນຫັ້ນເດ ມີສີພັນດອນແດ່ ແລະມີພົມວິຫານແນ່ ຍົກຍ້າຍ.                                            

ເວົ້າເຖິງຄວາມຄິດເຫັນຂອງຊາວບ້ານ ຕໍ່ການປັບປ່ຽນຕໍາແໜ່ງທີ່ວ່ານັ້ນ ທ່ານເວົ້າວ່າ ກໍເຫັນເສີຍຢູ່.

ບໍ່ ບໍ ເຂົາກະເສີຍຢູ່ຫັ້ນຕິ໋ ເຂົາເສີຍຢູ່ ເຂົາບໍ່ມີຄໍາເຫັນ ຄໍາເຫັນບໍ່ມີຄວາມໝາຍ ເຂົາກໍເລີຍບໍ່ມີຄວາມເຫັນຫຍັງ.

ເມື່ອຖາມເຖິງວ່າ ຣັຖມົນຕຣີ 3 ທ່ານ ທີ່ຂຶ້ນໃໝ່ນັ້ນ ລ້ວນແລ້ວແຕ່ເປັນຄົນໄທໃຕ້. ມີບາງຫາງສຽງວ່າ ແມ່ນຍ້ອນນາຍົກຣັຖມົນຕຣີ ເປັນຄົນໄທໃຕ້, ທ່ານໄດ້ຍິນຊາວບ້ານເວົ້າເຖິງເຣື່ອງນີ້ແນວໃດແດ່ບໍ?

ບໍ່ໄດ້ຍິນ ບ້ານເຮົາມັນບໍ່ສູ້ວ່າໄດ້ອັນນັ້ນດອກ ບ້ານເຮົານີ້ເສີຍໆຢູ່ຫັ້ນແຫລະ.

ຜູ້ເປັນນັກທຸຣະກິຈ ຢູ່ພາກກາງຂອງລາວ ກໍເວົ້າເຖິງການຍົກຍ້າຍຣັຖມົນຕຣີ 3 ທ່ານນັ້ນວ່າ ກະສິມີຂໍ້ບົກຜ່ອງ, ຍ້າຍບໍ່ຍ້າຍກະຄືເກົ່າຫັ້ນແຫລະ.

ກະສິແມ່ນມີຂໍ້ບົກຜ່ອງຫັ້ນແຫລະ ຍ້າຍບໍ່ຍ້າຍກະຄືເກົ່າຫັ້ນແຫລະ ເອົາເຈົ້າແຂວງສວັນນະເຂດຂຶ້ນມາເປັນຣັຖມົນຕຣີການເງິນ ເອົາຣັຖມົນຕຣີການເງິນໄປເປັນເຈົ້າແຂວງສວັນນະເຂດ ປ່ຽນນາ ປ່ຽນບ່ອນເຮັດນາຫາກິນໃຫ້ກັນ ນາທົ່ງໃດມັນດີ ມັນງາມ ໄດ້ເຂົ້າຫລາຍ ກະປ່ຽນກັນໄປຊັ້ນແຫລະ.

ການສັບປ່ຽນ ຄະນະນໍາຂັ້ນຣັຖມົນຕຣີ ແລະຂັ້ນແຂວງຂອງຜູ້ນໍາພັກປະຊາຊົນ ປະຕິວັດລາວເທື່ອນີ້ ກໍເຮັດໃຫ້ມີຫາງສຽງຈາກປະຊາຊົນ ຮວມທັງຜ່ານທາງສື່ສັງຄົມອອນລາຍ ທີ່ມີທັງຜູ້ເຫັນຕາມ ແລະທັງຜູ້ບໍ່ເຫັນພ້ອມ. ໃນນັ້ນ ຜູ້ທີ່ເຫັນຕາມ ເວົ້າວ່າ ຂໍຊົມເຊີຍໄວ້ກ່ອນ, ຂໍພຽງແຕ່ວ່າ ເຮັດໃຫ້ເສຖກິຈຂອງປະເທດ ແລະຊີວິດ ການເປັນຢູ່ຂອງປະຊາຊົນ ທີ່ຫຍຸ້ງ ຍາກຂັດສົນຢູ່ໃນຂະນະນີ້ດີຂຶ້ນ. ບາງຄົນກໍມີຄວາມຫວັງວ່າ ເສຖກິຈ ແລະການຄອງຊີບຂອງປະຊາຊົນຈະດີຂຶ້ນ; ປະຊາຊົນຫວັງເພິ່ງ; ຈະໄດ້ກິນອີ່ມກໍຂຶ້ນກັບການບໍຣິຫານຂອງຜູ້ນໍາ; ບາງຄົນກໍຝາກຄວາມຫວັງໃວ້ນໍາທ່່ານ ສັນຕິພາບ...; ຂໍໃຫ້ທຸກທ່ານຈົ່ງຈິງໃຈໃນການພັທນາປະເທດ, ຢ່າຫວັງແຕ່ຜົລ ປໂຍດສ່ວນຕົວຫລາຍ, ປະເທດຊາຕ ແລະປະຊາ ຊົນຝາກຄວາມຫວັງໄວ້ນໍາພວກທ່ານ, ເປັນກໍາລັງໃຈໃຫ້ທຸກທ່ານ. ພ້ອມດຽວກັນນັ້ນ ຜູ້ບໍ່ເຫັນພ້ອມເວົ້າວ່າ ຈະສັບປ່ຽນແນວໃດກໍຊໍ່າກັນ ຍັງເປັນກໍາມະການສູນກາງພັກຄືເກົ່າ, ແຕ່ກໍຄິດນໍາເຈົ້າແຂວງຫລວງນໍ້າທາ ທີ່ວ່າເພິ່ນຈະຖືກໃຫ້ຍ້າຍໄປຢູ່ໃສ; ບາງຄົນກໍເວົ້າວ່າ ທ່ານໃດຂຶ້ນເປັນເຈົ້າເປັນນາຍກໍຈົ່ງເບິ່ງຖນົນຫົນທາງແຕ່ລະບ່ອນແດ່; ລາງຄົນກໍເວົ້າວ່າ ກິນອີ່ມແລ້ວກະປ່ຽນ, ຕົກຕັ່ງ...ນັ່ງໂຊຟາ...ປະຊາຊົນຕາດໍາໆຄືເຮົາ...ກໍມີແຕ່ໄດ້ມືນຕາເບິ່ງຊື່ໆ; ບໍ່ແມ່ນຈະທ່ວງດຶງອໍານາດບໍຣິຫານ, ຜັດປ່ຽນກັນແບບນີ້ ຄ້າຍໆເປັນຜະເດັດການ ເພາະຄວາມຜິດພາດທີ່ແຕ່ລະຝ່າຍເຄີຍເຮັດ ຕ້ອງປົກປິດຊ່ອຍກັນ; ຍ້າຍບ່ອນກິນ, ຍ້າຍໃຜກໍຄືເກົ່າ, ບໍ່ມີຫຍັງດີຂຶ້ນເລີຍ; ຜັດປ່ຽນໝຸນວຽນກັນເປັນ, ປ່ຽນແຕ່ຄົນ, ແຕ່ຊື່ ແຕ່ນາມ ສະກຸນເດີມໆ; ໄຊຍະສອນ ອີກແລ້ວ; ທິມໃຜທິມມັນ ເພິ່ນເອີ້ນວ່າກົດເກນ, ຣະບົບໝຸນ ວຽນ, ປ່ຽນກັນກິນຕໍ່ໄປເລື້ອຍໆ ຂະນະທີ່ບາງຄົນເວົ້າວ່າ ຕົນເປັນທີ່ເພິ່ງຂອງຕົນ, ຕັ້ງ ໃຈທໍາມາຫາກິນ. ແຕ່ກໍມີຄົນເວົ້າວ່າ ລໍຖ້າເບິ່ງຜົລງານຂອງພວກເພິ່ນ, ລໍຖ້າເບິ່ງຜົລງານການບໍຣິຫານຂອງນາຍົກໃໝ່ ຈະແກ້ໄຂບັນຫາເງິນເຟີ້ໄດ້ບໍ ແລະມີຫາງສຽງອື່ນໆອີກຫລາຍຢ່າງຢູ່ໃນສັງຄົມລາວປັດຈຸບັນ.

ໃນການປັບປ່ຽນ ຄະນະຣັຖບານຊຸດໃໝ່ເທື່ອນີ້ ທ່ານ ສອນໄຊ ສີພັນດອນ ຜູ້ເປັນນາຍົກຣັຖມົນຕຣີຫວັງຈະເຮັດໃຫ້ເປົ້າໝາຍຕ່າງໆ ທີ່ຣັຖບານວາງໄວ້ໃນປີ 2023 ນີ້ ເປັນຕົ້ນເປົ້າ  ໝາຍດ້ານການເຕີບໂຕຂອງເສຖກິຈ, ການຜລິດເປັນສິນຄ້າ ເກີດຜົລເປັນຈິງ.

ກ່ອນໜ້ານີ້ ທ່ານ ສອນໄຊ ໄດ້ກ່າວໃນງານມອບລາງວັນນັກທຸຣະກິຈ ສະພາການຄ້າ ແລະອຸດສາຫະກຳແຫ່ງຊາຕລາວ ປະຈໍາປີ 2022  ທີ່ຫໍປະຊຸມແຫ່ງຊາຕໃນມື້ວັນທີ 23 ມົກກະຣານີ້ວ່າ ໃນປີ 2023 ຣັຖບານ ຈະເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມແຫ່ງຊາຕ ໂດຍສະເພາະເປົ້າໝາຍທີ່ເປັນບຸຣິມະສິດ ເປັນຕົ້ນ ເປົ້າໝາຍດ້ານການເຕີບໂຕຂອງເສຖກິຈ ທີ່ຈະສູ້ຊົນເຮັດໃຫ້ລວມຍອດ ມູນຄ່າຜລິຕພັນພາຍໃນ ຫລື GDP ຂະຫຍາຍຕົວ 4,5% ຂຶ້ນໄປ, ລາຍຮັບຕໍ່ຫົວຄົນຕໍ່ປີ ຢ່າງໜ້ອຍ 1,625 ໂດລາສະຫະຣັຖ. ແຕ່ເຖິງຢ່າງໃດກໍຕາມ ຣັຖບານ ສປປລາວ ກໍມີໜີ້ສິນທັງພາຍໃນ ແລະຕ່າງປະເທດເປັນຈໍານວນມະຫາສານ ທີ່ຈະຕ້ອງໄດ້ໃຊ້ແທນຄືນ. ອີງຕາມຂໍ້​ມູນ​ທະ​ນາ​ຄານ​ໂລກ ໃນ​ເດືອນ​ເມ​ສາ 2022, ປີ 2021 ໜີ້​ເພິ່ມຂຶ້ນເປັນ 88% ຂອງ GDP ແລະຂໍ້ມູນລ່າສຸດຂອງທະນາຄານໂລກ ກ່ຽວກັບລວມຍອດູນຄ່າພລິຕພັນພາຍໃນຂອງລາວ -ສະຖິຕິ 2022 -ການຄາດຄະເນ 2023, ປີ 2021 ລວມຍອດ ມູນຄ່າພລິຕພັນພາຍໃນຂອງລາວມີ 18,830 ລ້ານໂດລ້າຣ໌ສະຫະຣັຖ ຄືກວມເອົາ 0,01% ຂອງເສຖກິຈໂລກ.                                                                   

ໃນມື້ວັນທີ 21 ພຶສຈິກາປີກາຍ ທະນາຄານໂລກປະຈໍາລາວ ກໍຄາດວ່າ ໃນທ້າຍປີ 2022 ໜີ້ສາທາຣະນະ ແລະໜີ້ສິນ ທີ່ຂອງຣັຖ ສປປລາວ ຄໍ້າປະກັນໄວ້ຈະຫລາຍກວ່າ 100% ຂອງລວມຍອດມູນຄ່າຜລິຕພັນພາຍໃນ ຊຶ່ງປີ 2021 GDP ຂອງລາວມີ 18,830

ລ້ານໂດລ້າຣ໌ສະຫະຣັຖ ແລະໃນ​ປີ 2022 ຂໍ້​ມູນຂອງທາງການລາວ ລະບຸວ່າ ໃນຈໍານວນໜີ້ທັງໝົດຂອງລາວປະມານ 70% ແມ່ນໜີ້ມາຈາກເງິນກູ້ຢືມ ແລະໜີ້ຂາຍພັທະບັດ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.