ເມືອງໄຊແຂວງອຸດົມໄຊຕ້ອງການ ຫ້ອງຮຽນມັທຍົມ

ບໍ່ເກີດຂອງ ຊັພຍາກອນ ມະນຸດ ທີ່ມີ ຄຸນນະພາບ ເລີ້ມຈາກ ເດັກນ້ອຍ ທີ່ໄດ້ເຂົ້າ ໂຮງຮຽນ ໄດ້ຮຽນຮູ້ ຕາມອາຍຸ ວັຍຮຽນ ຫາກເດັກນ້ອຍ ຖືກປະລະ ໂຮງຮຽນ ບໍ່ສ້າງໃຫ້ ເຖີງຈະສ້າງ ສິບລ້ານ ເມກາ ມໍລ໌ ກໍໄຮ້ປໂຍດ ສໍາລັບ ຊົນໃນຊາຕ
ບໍ່ເກີດຂອງ ຊັພຍາກອນ ມະນຸດ ທີ່ມີ ຄຸນນະພາບ ເລີ້ມຈາກ ເດັກນ້ອຍ ທີ່ໄດ້ເຂົ້າ ໂຮງຮຽນ ໄດ້ຮຽນຮູ້ ຕາມອາຍຸ ວັຍຮຽນ ຫາກເດັກນ້ອຍ ຖືກປະລະ ໂຮງຮຽນ ບໍ່ສ້າງໃຫ້ ເຖີງຈະສ້າງ ສິບລ້ານ ເມກາ ມໍລ໌ ກໍໄຮ້ປໂຍດ ສໍາລັບ ຊົນໃນຊາຕ (File photo from Wikipedia)

0:00 / 0:00

ໂຮງຮຽນມັທຍົມ ບາງແຫ່ງ ໃນເມືອງໄຊ ແຂວງອຸດົມໄຊ ຕ້ອງການ ຫ້ອງຮຽນເພີ້ມ ສໍາລັບ ນັກຮຽນ ມັທຍົມປາຍ.

ເຈົ້າຫນ້າທີ່ ຫ້ອງການສຶກສາ ເມືອງໄຊ ແຂວງອຸດົມໄຊ ທ່ານນື່ງ ເວົ້າວ່າ ເມືອງໄຊ ປະສົບບັນຫາຂາດຫ້ອງຮຽນຣະດັບມັທຍົມປາຍ ໂດຍສະເພາະ ຊັ້ນ ມໍ5 ຮອດ ມໍ7 ເນື່ອງຈາກ ໂຮງຮຽນມັທຍົມ ທີ່ມີທີ່ມີຊັ້ນ ມໍ5 ຮອດ ມໍ7 ໃນທົ່ວເມືອງ ມີພຽງ 4 ແຫ່ງ ຈາກ ຈຳນວນ ທັງຫມົດ 8 ແຫ່ງ ຮ່ວມທັງໂຮງຮຽນ ທີ່ຍີ່ປຸ່ນສ້າງໃຫ້ ຊຶ່ງບໍ່ສາມາດ ຮອງຮັບນັກຮຽນ ຜູ້ຢາກຮຽນ ຕໍ່ຊັ້ນ ມໍ5 ຮອດ ມໍ7 ໄດ້ຫມົດ. ດັ່ງທ່ານກ່າວວ່າ:

"ໃນປັດຈຸບັນນີ້ ມີໂຮງຮຽນ ແບບປະຖົມ ມີສອງຫລັງເນາະ ແລ້ວ ຖ້າເປັນໄດ້ເພີ່ນຢາກຂໍຕື່ມອີກຫລັງນື່ງເນາະ ແລະຍີ່ປຸ່ນເພີ່ນຕອບວ່າ ມັນມັທຍົມ ປາຍ ເພີ່ນບໍ່ຊ່ອຍ".

ທ່ານເວົ້າຕໍ່ໄປວ່າ ນັກຮຽນທີ່ຢາກຮຽນ ຕໍ່ຊັ້ນ ມໍ5 ຮອດ ມໍ7 ນັ້ນມີ ຫລາຍກວ່າ 400 ຄົນ ໃນເມື່ອໂຮງຮຽນທີ່ມີຢູ່ຮອງຮັບບໍ່ໄດ້ເຮັດໃຫ້ ນັກຮຽນ ບາງຄົນ ຕ້ອງໄດ້ຍ້າຍ ໄປຫາບ່ອນຮຽນ ຢູ່ເມືອງອື່ນ ຫລື ຢູ່ຕ່າງແຂວງ ແລະຫລາຍຄົນ ຜູ້ທີ່ທຸກຍາກກໍບໍ່ໄດ້ຮຽນຕໍ່. ເຖິງແມ່ນວ່າ ຣັຖບານຍີ່ປຸ່ນ ໄດ້ສ້າງໂຮງຮຽນ 4 ຫລັງ ເພີ້ມໃຫ້ ແກ່ເມືອງໄຊ ຢູ່ທີ່ບ້ານ ຈຸດສຸມໂພນໂຮມ ກໍຕາມ ແຕ່ກໍເປັນພຽງ ແຕ່ໂຮງຮຽນຊັ້ນ ມໍ1 ຮອດແຕ່ ມໍ4 ເທົ່ານັ້ນ ແລະໂຮງຮຽນ ຈຳນວນດັ່ງກ່າວ ກໍສາມາດຮອງຮັບ ນັກຮຽນໄດ້ແຫ່ງລະ 160 ຄົນ ເທົ່ານັ້ນ.

ເຈົ້າຫນ້າທີ່ ທ່ານດຽວກັນນັ້ນ ກ່າວເພີ້ມວ່າ ຫ້ອງການສຶກສາ ພຍາຍາມ ຂໍຄວາມ ຊ່ອຍເຫລືອ ຈາກແຂວງເພື່ອ ສເນີບັນຫາດັ່ງກ່າວໄປຍັງ ກະຊວງ ຫລື ອົງການ ຊ່ອຍເຫລືອສາກົນ ເທົ່າເຖິງ ປັດຈຸບັນ ບັນຫາດັ່ງກ່າວ ກໍຍັງບໍ່ຖືກ ແກ້ໄຂເທື່ອ. ວິທຍຸ ເອເຊັຽເສຣີ ໄດ້ສອບຖາມ ກ່ຽວກັບເຣື້ອງນີ້ ໄປຍັງຫ້ອງການ ສຶກສາ ທີ່ແຂວງ ອຸດົມໄຊ ເຈົ້າຫນ້າທີ່ ກ່ຽວຂ້ອງ ບໍ່ສາມາດ ໃຫ້ຄຳຕອບ ກ່ຽວກັບເຣື້ອງນີ້ ແຕ່ຢ່າງໃດ.