MRC ໄປເບິ່ງເຂດສ້າງ ເຂື່ອນ ປາກແບງ

ມະນີຈັນ
2017.04.09
F-Pakbeng-dam ແຜນທີ່ ບອກທີ່ຕັ້ງຂອງ ເຂື່ອນປາກແບງ ຢູ່ ແຂວງອຸດົມໄຊ
RFA Graphic

ບັນດາຜູ້ຕາງໜ້າ ຄນະກັມມາທິການ ແມ່ນໍ້າຂອງ ຫລື MRC ຈາກ 4 ປະເທດສະມາຊິກ ເດີນທາງໄປຢ້ຽມເຂດ ເຂື່ອນປາກແບງ ເມື່ອ ວັນທີ 5 ເມສາ ນີ້ ໃນຂນະທີ່ເຈົ້າໜ້າທີ່ ກະຕຽມກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສັຽ ຣະດັບພາກພື້ນເປັນຄັ້ງທີ 2 ທີ່ ນະຄອນຫຼວງວຽງຈັນ ໃນເດືອນໜ້ານີ້.

ບົດຄວາມຂອງ Andrew Nachemson ທີ່ອີງຕາມຖແລງຂ່າວ ສະບັບນຶ່ງວ່າ, ໃນກອງປະຊຸມນັ້ນ ຈະມີການສເນີຜົລ ຂອງການທົບທວນ ເບື້ອງຕົ້ນ ທາງດ້ານເທັກນິກ ຂອງໂຄງການເຂື່ອນປາກແບງ ແລະ ຈະຫາຄໍາແນະນໍາ ຈາກບັນດາ ຜູ້ມີສ່ວນໄດ້ສ່ວນເສັຽ ຣະດັບພາກພື້ນ ຄົນອື່ນໆ ນໍາດ້ວຍ.

ເປັນທີ່ຄາດກັນວ່າ MRC ຈະສໍາເຣັດການສຶກສາ ຣາຍງານເພີ່ມຕື່ມ ຂອງສະພາ council study ໃນເດືອນທັນວາ ພາຍຫລັງ ທີ່ໄດ້ມີ ການຮັບຜ່ານ ເຂື່ອນປາກແບງ ຊຶ່ງ Maureen Harris ຈາກອົງການ ແມ່ນໍ້າສາກົລ ເວົ້າວ່າເປັນໂຄງການ ທີ່ມີບັນຫາຫຼາຍ. ນາງເວົ້າວ່າ ເຂື່ອນໃນແມ່ນໍ້າຂອງ ກໍາລັງຖືກ ຜັກດັນ ໃຫ້ກ້າວໄປຢ່າງໄວ ໃນຂນະທີ່ ໃຫ້ຄວາມສໍາຄັນ ໜ້ອຍຕໍ່ຜົລກະທົບ ທີ່ມີເພີ່ມຂຶ້ນ ໃສ່ທົ່ວທັງອ່າງ ແມ່ນໍ້າຂອງ ຈາກການກໍ່ສ້າງ ເຂື່ອນ ໃນຫຼາຍໆ ໂຄງການນັ້ນ.

ໃນຂນະທີ່ນາງ Harris ຮັບຮູ້ວ່າ MRC ເຜີຍແຜ່ ການປະເມີນໂຄງການ ແລະຕິດຕໍ່ປະສານ ກັບຜູ້ມີສ່ວນໄດ້ ສ່ວນເສັຽ ດີຂຶ້ນນັ້ນ, ນາງ ກໍບອກວ່າ ຍັງມີທຸກສິ່ງທຸກຢ່າງ ທີ່ບົ່ງບອກວ່າ ເຂື່ອນປາກແບງ ກໍາລັງເດີນຕາມແບບແຜນ ທີ່ຜິດພາດ ແລະບໍ່ແຈ້ງຂາວ ທີ່ປາກົດມີຢູ່ນໍາ ເຂື່ອນ ໄຊຍະບູລີ ຊຶ່ງມີຂໍ້ຂັດແຍ່ງ ຫຼາຍຄືກັນນັ້ນ.

ຂ່າວເວົ້າອີກວ່າ ກ່ອນໜ້ານີ້ ເລຂາທິການ ຂອງກັມພູຊາ ທ່ານ Te Navut ໄດ້ເວົ້າວ່າ ກັມພູຊາ ຈະສເນີຂໍ້ສລຸບ ແລະທ່າທີ ຂອງຕົນ ຢ່າງເປັນທາງການ ກ່ຽວກັບ ເຂື່ອນນັ້ນ ໃນເດືອນ ພຶສພາ ທີ່ຈະມາເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.