ເຂື່ອນແມ່ນໍ້າຂອງສ້າງຄວາມ ກັງວົນ
2019.05.21

ກອງປະຊຸມ ຜູ້ທີ່ມີ ສ່ວນໄດ້-ສ່ວນເສັຽ ຂອງຄນະກັມມາທິການ ແມ່ນໍ້າຂອງສາກົນ ຄັ້ງທີ 7 ລວມມີ ລາວ, ໄທ, ພະມ້າ ແລະ ກໍາພູຊາ ທີ່ຈັດຂຶ້ນ ຢູ່ບາງກອກ ປະເທດໄທ ໃນວັນທີ 20-21 ພືສພາ ໄດ້ເລັງໃສ່ເລື້ອງການ ບໍຣິຫານ ນໍ້າຮ່ວມກັນ.
ແຕ່ ປະເດັນນຶ່ງ ທີ່ຜູ້ເຂົ້າຮ່ວມກອງປະຊຸມ ໃຫ້ຄວາມສົນໃຈ ກໍຄື: ຜົນກະທົບ ຂ້າມຊາຍແດນ ຈາກການສ້າງເຂື່ອນ ຢູ່ແມ່ນໍ້າຂອງ, ອາຈານ ໄຊຍຸດ ສຸກສີ ຫົວໜ້າ ພາກ ວິຊາວິສະວະກອນນໍ້າ ຈາກ ຈຸລາລົງກອນ ມະຫາວິທະຍາໄລ ໄດ້ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 20 ພຶສພາ ວ່າ:
"ຄໍາວ່າ ຜົນກະທົບ ຂ້າມຊາຍແດນແທ້ນີ້ ມັນບໍ່ຈໍາເປັນຕ້ອງເປັນລະຫວ່າງ ປະເທດດອກ ມັນເກີດຂຶ້ນແນ່ນອນ ຢູ່ແລ້ວ ເພາະວ່າ ນໍ້າ ມັນເປັນຕົວການຂອງເລື້ອງ ທີ່ເຮັດຢູ່ ນໍ້າ ມັນເຄື່ອນທີ່ໄປ ນໍ້າໜ້ອຍ ນໍ້າຫລາຍ ນໍ້າສະອາດ ນໍ້າບໍ່ສະອາດ ມີຜົນກະທົບໃນ ສິ່ງທີ່ບໍ່ແມ່ນ ຕົວນໍ້າ ໂດຍກົງ ຍົກຕົວຢ່າງ ເຂື່ອນໄຟຟ້າ ມັນສົ່ງຜົນກະທົບ ຂ້າມປະເທດຢູ່ແລ້ວ ທຸກຢ່າງໃນເວລານີ້ ມັນເກີດຂຶ້ນ ແລ້ວ ຂ້າມໄປແລ້ວ ແລ້ວມັນຈະຫລາຍຂຶ້ນ."
ອາຈານ ໄຊຍຸດ ສີສຸກ ກ່າວຕຶ່ມວ່າ ຖ້າສ້າງອີກສອງເຂື່ອນ ເຮົາຈະເຮັດແນວໃດ? ສະນັ້ນ ເຮົາຕ້ອງຖອດຖອນບົດຮຽນ ແລະ 4 ປະເທດ ແມ່ນໍ້າຂອງ ຈະຕ້ອງຖອດຖອນບົດຮຽນນໍາກັນ ຖ້າບໍ່ຖອດຖອນບົດຮຽນ ອະນາຄົດ ກໍຍິ່ງມືດມົນ ຖ້າມັນມີຜົນກະທົບທາງລົບ ແຕ່ຖ້າມັນບວກ ກໍແລ້ວໄປ ຄໍາຖາມກໍຄືວ່າ ເຮົາ ຊິຍອມສ່ຽງກັບສິ່ງ ທີ່ຈະເກີດຂຶ້ນ ໃນອະນາຄົດ ຊຶ່ງຈະມີ ຜົນຕໍ່ລູກຫລານເຮົາ ໂດຍທີ່ເຮົາຊິບໍ່ກຽມຕົວ ບໍ່ເຮັດຫຍັງເລີຍບໍ.
ໃນເວລາດຽວກັນ ຄນະກັມມາທິການ ແມ່ນໍ້າຂອງສາກົນ ໄດ້ມີການເປີດເວທີ ໃຫ້ບັນດາປະເທດ ທີ່ເປັນສະມາຊິກ ໄດ້ມີການແລກປ່ຽນຂໍ້ມູນ ຕິດຕາມເລື້ອງຜົນກະທົບ ໃນການສ້າງເຂື່ອນ.
ທ່ານ ອະນຸລັກ ກິຕິຄູນ Anoulak Kittikhoun ຫົວໜ້າເຈົ້າໜ້າທີ່ ຝ່າຍຍຸທສາດ ແລະ ການເປັນຄູ່ຮ່ວມງານ ຈາກ ກອງເລຂາ ຄນະ ກັມມາທິການ ແມ່ນໍ້າຂອງສາກົນ, ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ບົດບາດຂອງ MRC ກະມີແຕ່ມາຕິດຕາມເຂົາເອີ້ນວ່າ Joint Environment Monitoring Program ທີ່ທັງສອງປະເທດ ແລະ ທັງສີ່ ປະເທດຕົກລົງວ່າໃຫ້ MRC ມາເປັນຜູ້ຕິດຕາມ ກວດກາ ຖ້າວ່າມີຜົນກະທົບ ທາງດ້ານລົບເນາະ ເຮົາກະສາມາດສະເໜີ ໃຫ້ປັບແນວໃດ ເພື່ອວ່າ ຊິໃຫ້ມັນຜົນກະທົບ ມັນໜ້ອຍລົງ.
ທ່ານ ອະນຸລັກ ຍັງກ່າວຕື່ມອີກວ່າ:
"ຕາມເຮົາໄດ້ຍິນ ຣັຖບານ ເພິ່ນ ກະມີຈິດໃຈຢາກສ້າງ ແຕ່ວ່າ ຊິ ສ້າງແນວໃດ ຊິປັບປຸງແນວໃດ ເຮົາກະຕ້ອງໄດ້ ຕິດຕາມ ຕໍ່ໄປ ຢູ່ໃນເອກກະສານ ທີ່ເພິ່ນນໍາສະເໜີ ຄືວ່າ ປີ 2022 ຈະມີການ ເລີ້ມການກໍ່ສ້າງ ເຂື່ອນ ປາກລາຍ ແລະ ເຂື່ອນປາກແບງ."
ປະເທດລາວ ມີແຜນການຈະສ້າງ ເຂື່ອນໃສ່ແມ່ນໍ້າຂອງ 9 ແຫ່ງ ໃນນັ້ນ ມີເຂື່ອນໄຊຍະບູລີ ແລະ ເຂື່ອນດອນສະໂຮງ ກໍາລັງກໍ່ສ້າງ, ສ່ວນວ່າ ອີກສອງເຂື່ອນ ຄື ເຂື່ອນປາກແບງ ແລະ ເຂື່ອນປາກລາຍ ກໍາລັງຢູ່ໃນ ແຜນການສ້າງ ຂອງຣັຖບານລາວ.