ແມ່ຍິງ ທີ່ເວົ້າຄວາມຈິງ ອີງໃສ່ ຄວາມຖືກຕ້ອງ ແຕ່ຖືກຈໍາຄຸກ ໃນຍຸກ ຜູ້ນໍາເປັນເຈົ້າ

ອຸ່ນແກ້ວ ສຸກສະຫວັນ
2021.03.05
ແມ່ຍິງ ທີ່ເວົ້າຄວາມຈິງ ອີງໃສ່ ຄວາມຖືກຕ້ອງ ແຕ່ຖືກຈໍາຄຸກ ໃນຍຸກ ຜູ້ນໍາເປັນເຈົ້າ ໃນວັນແມ່ຍິງສາກົນ ເພື່ອລໍາລຶກເຖິງຄວາມກ້າຫານ ຂອງຜູ້ທີ່ຕໍ່ສູ້ ເພື່ອ ສິດທິມະນຸດຂັ້ນພື້ນຖານ 1- ນາງ ຫຼອດຄໍາ ທໍາມະວົງ ຈໍາຄຸກ 10 ປິ 2- ນາງ ຮວາຍເຮືອງ ໄຊຍະບູລີ ຈໍາຄຸກ 5 ປີ 3- ນາງ ສີວັນໄຊ ພົມມະລາດ ຈໍາຄຸກ 2 ເດືອນເຄິ່ງ ຂໍ້ຫາຂັດຂວາງ ການພັທນາ ຂອງຣັດ.
ພາບປະກອບ: ນັກຂ່າວພົລເມືອງ

ໃນຂນະທີ່ ແມ່ຍິງກຳລັງກະຕຽມສລອງວັນທີ 8 ເດືອນ 3 ວັນແມ່ຍິງສາກົນ ຊຶ່ງເປັນການລຳລຶກປວັດການຕໍ່ສູ້ ຂອງແມ່ຍິງຢູ່ໃນຫຼາຍ ປະເທດ ແລະ ຫຼາຍເຫດການ ທີ່ແຕກຕ່າງກັນ.

ໃນປີ 1908 ຢູ່ ນິວຢອກ ປະເທດ ສະຫະຣັຖອາເມຣິກາ, ມີແມ່ຍິງຫຼາຍພັນຄົນ ທີ່ເປັນກຳມະກອນ ໂຮງງານຕັດຫຍິບ ໄດ້ພາກັນ ນັດຢຸດງານປະທ້ວງ ທົ່ວເມືອງ ເພື່ອຮຽກຮ້ອງໃຫ້ມີ ການປັບປຸງສວັດດີການ ຂອງແມ່ນຍິງ ທີ່ເຮັດວຽກ ຍ້ອນວ່າເຂົາເຈົ້າ ບໍ່ມີ ຄວາມເທົ່າທຽບກັບຜູ້ຊາຍ ໃນບ່ອນເຮັດວຽກ, ຖານະທີ່ຕໍ່າ, ຄ່າແຮງຖືກກວ່າຜູ້ຊາຍ ແລະ ການຖືກລະເມີດ ທາງເພດ.

ສ່ວນວ່າ ຢູ່ປະເທດລາວ ກໍມີຜູ້ຍິງຄົນນຶ່ງ ທີ່ກ້າອອກມາເວົ້າເລື່ອງ ເຈົ້າໜ້າທີ່ຣັຖ ທີ່ໃຫ້ການຊ່ວຍເຫຼືອ ປະຊາຊົນທີ່ປະສົບນ້ຳຖ້ວມ ມີຄວາມຊັກຊ້າ ໂດຍສະເພາະ ຢູ່ແຂວງຈໍປາສັກ ໃນປີ 2019.

ຜູ້ຍິງທີ່ຖືກຈັບ ແລະ ຖືກສານຕັດສິນຈໍາຄຸກ 5 ປີ ນັ້ນກໍຄື ນາງ ຮວ່າຍເຮືອງ ໄຊຍະບູລີ ຫຼື ນາງໝວຍ ທີ່ກ້າອອກມາວິພາກວິຈານ ເຈົ້າໜ້າທີ່ ແຂວງຈຳປາສັກ ທີ່ບໍ່ສາມາດຊ່ວຍເຫຼືອ ປະຊາຊົນ ທີ່ປະສົບນ້ຳຖ້ວມ ໄດ້ທັນເວລາ ໃນເວລານັ້ນ.

ນາງໝວຍ ອາຍຸ 30 ປາຍປີ ປະຊາຊົນ ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈຳປາສັກ ຖືກເຈົ້າໜ້າທີ່ຕຳຫຼວດ ແຂວງຈຳປາສັກ ຈັບກຸມໃນວັນທີ 12 ກັນຍາ 2019 ໃນຂໍ້ຫາໂຄສະນາ ໃສ່ຮ້າຍ ສປປ ລາວ ຜ່ານເຟສບຸກ.

ແຕ່ນັກກົດໝາຍຂອງລາວ ເຫັນວ່າຂໍ້ຫາດັ່ງກ່າວ ມັນບໍ່ສົມເຫດສົມຜົນ ແລະ ມັນເປັນການໃຊ້ອຳນາດຈົນເກີນໄປ ແຕ່ກົງກັນຂ້າມສິ່ງ ທີ່ນາງໝວຍເວົ້ານັ້ນ ຍິ່ງເປັນການດີ ແລະ ສະທ້ອນບັນຫາ ຂໍ້ບົກຜ່ອງຂອງເຈົ້າໜ້າທີ່ ໃນການຊ່ວຍເຫຼືອ ຜູ້ປະສົບພັຍນ້ຳຖ້ວມ.

ນາງໝວຍ ເວົ້າຜ່ານເຟສບຸກ ໃນວັນທີ 5 ກັນຍາ 2019 ຕອນນຶ່ງວ່າ:

ລອງເບິ່ງຫັ້ນຈັກ 10 ຄອບຄົວ ທີ່ວ່າເຟື້ອງຟູ ລ້ຳລວຍ ເປັນເຈົ້າເປັນນາຍແລ້ວ ລະກະເຟື້ອງຟູລ້ຳລວຍແລ້ວນີ້ ຈຽດເງິນອອກມາຊາ ຄອບຄົວລະຈັກ 1 ຕື້ ນີ້ຂ້ອຍຢ້ານບໍ່ຢາກຈຽດຊ້ຳ ບໍ່ຢາກຈົກຊໍ້າ ມີແຕ່ຢາກເອົາ.

ນາງ ໝວຍ ຍັງໄດ້ກ່າວ ກ່ຽວກັບການທີ່ ປະເທດລາວ ມີເຮືອບິນລຳເກົ່າ ແລະ ສ່ຽງທີ່ຈະເກີດອຸບັດຕິເຫດ ໃນເວລາປະຕິບັດໜ້າທີ່:

ເຈົ້າໜ້າທີ່ຄວນຊ່ວຍເຫຼືອ ປະຊາຊົນ ຜູ້ທີ່ປະສົບພັຍນ້ຳຖ້ວມກ່ອນ ແຕ່ເຈົ້ານາຍຜູ້ທີ່ມີຖານະຕຳແໜ່ງ ພັດໃຫ້ລູກນ້ອງໄປຊ່ວຍ ຂົນເຄື່ອງກ່ອນ ໃນເວລານ້ຳຖ້ວມ.

ນາງໝວຍ ເວົ້າໃນວັນທີ 4 ກັນຍາ 2019 ວ່າ:

ທັງໆທີ່ໜ່ວຍງານຂອງຣັຖ ນີ້ເບາະ ເວົ້າແທ້ເດີ ລົງໄປກວດລົງໄປເບິ່ງໃຫ້ມັນທົ່ວເຖິງແນ່ ອຸປກອນການຊ່ວຍເຫຼືອ ອີ່ຫຍັງກະບໍ່ມີ ປະຊາຊົນຫອບເຄື່ອງຫອບຂອງ ໜີເອົາໂຕລອດເອງ ຊໍ້າມະວ່າ ບາດພຸ່ນເຮືອນເຈົ້າ ເຮືອນນາຍຫັ້ນ ໄປມ້ຽນແລ້ວ ກະວ່າຊິ ຖ້ວມເຮືອນເຈົ້າເຮືອນນາຍ ຂົນເອົາລູກນ້ອງໄປມ້ຽນກ່ອນ ເວົ້າມາມັນກະໝຶນໄດ໋ ບາດປະຊາຊົນຄືພວກເຮົາ ຫອບເຄື່ອງຫອບຂອງ ໜີເອົາເອງ.

ນາງໝວຍ ຖືກຈັບ ຜ່ານໄປເປັນເວລາປະມານ 1 ປີ ແຕ່ກໍມີຄົນເວົ້າເຖິງວ່າ ນາງເປັນຄົນກ້າເວົ້າ ກ້າວ່າ ເຖິງວ່າ ພັກ-ຣັຖ ຈະເຫັນວ່າ ນາງໝວຍ ມີພຶດຕິກັມ ຕໍ່ຕ້ານພັກ ຕ້ານຣັຖ.

ປະຊາຊົນລາວ ທ່ານນຶ່ງ ໄດ້ກ່າວວ່າ ຕໍ່ເອເຊັຽເສຣີ ວ່າ:

ທີ່ແມ່ຍິງ ທີ່ກ້າອອກມາເວົ້າ ອອກມາວິຈານນີ້ເນາະ ກະດີຫຼາຍເນາະ ກະດີຫຼາຍເນາະ ແຕ່ກ່ອນບໍ່ເຄີຍທີ່ວ່າ ຜູ້ຍິງຊິອອກມາເວົ້າ ອອກມາວິຈານ ເລື່ອງການບ້ານການເມືອງ ຫຼື ອີ່ຫຍັງຕ່າງໆ ໃນສິ່ງແວດລ້ອມ ຫຼືວ່າ ໃນບ້ານໃນເມືອງເນາະ ມັນເປັນສິ່ງທີ່ ແບບກ້າຫານ ກ້າຫານອີ່ຫຼີ ຄັນຊິເວົ້າລະກ້າຫານ ກວ່າຜູ້ຊາຍບາງຄົນອີກ.

ປະຊາຊົນ ອີກທ່ານນຶ່ງກ່າວວ່າ ໃຫ້ທຸກຄົນຜູ້ທີ່ຮັກປະຊາທິປະໄຕ ຈັບມືກັນ ກະຂໍໃຫ້ທຸກຄົນໄດ້ເຮັດພາລະກິດ ຂອງໃຜຂອງມັນ ຈົນສຳເລັດ ແລະ ມື້ນຶ່ງພວກເຮົາຈະຕ້ອງໄດ້ ຈັບມືກັນຍ່າງຄຽງຂ້າງກັນເນາະ ບໍ່ວ່າ ຈະເປັນນ້ອງໝວຍ ນ້ອງຫຍັງກໍແລ້ວແຕ່ ໝົດທຸກຄົນຫັ້ນແຫຼະເນາະ ທີ່ເປັນແນວຄິດ ປະຊາທິປະໄຕ ແຕ່ວ່າ ທັງນີ້ ທັງນີ້ ລະບົບ ຍຸຕິທັມ ຂອງພວກເຮົາ ຖ້າຫາກມັນ ຂາດວຄາມຍຸຕິທັມ ແລ້ວປະຊາຊົນ ກໍຈະບໍ່ນັບຖື.

ປະຊາຊົນທ່ານນີ້ ຍັງກ່າວຕື່ມອີກວ່າ ເຮົາເອງຫັ້ນເນາະ ເຮົາຢາກວິງວອນໃຫ້ຊາວລາວ ທີ່ເປັນນັກເຂື່ອນໄຫວ ປະຊາທິປະໄຕໃນລາວ ຂໍ້ໃຫ້ຮ່ວມແຮງຮ່ວມໃຈ ທຸກຄົນ.

ນັກກົດໝາຍທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ນາງໝວຍ ຖືກລະເມີດສິດທິ ຂັ້ນພື້ນຖານ ທາງດ້ານພົລເມືອງ ລາວມີສິດເວົ້າ ວິພາກວິຈານ ສິ່ງທີ່ມີປໂຍດ ຂ້າພະເຈົ້າຄິດວ່າ ຂໍ້ກ່າວຫາ ນາງໝວຍ ເຂົ້າຕັ້ງໄດ້ແນວໃດ ຄຳພິພາກສາ ກະເວົ້າລວມໆ ພໍເປັນບ່ອນອີງໃນການຕັດສິນ.

ນັກກົດໝາຍທ່ານນີ້ ກ່າວຕື່ມອີກວ່າ:

ມາຕຖານກ່າວຫາ ການຈັບກຸມ ຄຳວ່າໃສ່ຮ່າຍປ້າຍສີ ຄຳວ່າທຳລາຍ ມັນທຳລາຍຫຍັງ ໃນບັນດານັກກົດໝາຍກໍຍັງງົງຕໍ່ຂໍ້ກ່າວຫາ ດັ່ງກ່າວ ເວົ້າໄປເວົ້າມາກໍຄົງຈະກັບໄປ ທີ່ຜູ້ພິພາກສາ.

ສ່ວນວ່າ ເຈົ້າໜ້າທີ່ຕຳຣວດ ພັດເຫັນວ່າ ປະຊາຊົນທີ່ວິພາກພັກ-ຣັຖ ເປັນກຸ່ມຄົນບໍ່ດີ ແລະ ຈະຖືກຈັບມາດຳເນີນຄະດີ.

ເຈົ້າໜ້າທີ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວຖແລງ ທີ່ຜ່ານມາວ່າ:

ຂ້າພະເຈົ້າຂໍເຕືອນ ເປັນຕົ້ນແມ່ນ ຊາວໜຸ່ມ ຍິງໜຸ່ມ ແລະ ແຮງງານລາວຢູ່ຕ່າງປະເທດ ໃນການຫຼິ້ນເຟສ ຫຼິ້ນລາຍນ໌ ຫຼິ້ນຫຍັງ ໃນການທີ່ພວກທ່ານໄປກົດໄລກ໌ ກົດແຊຣ໌ ຫຼື ເປັນ ເພື່ອນນັ້ນ ກໍຂໍໃຫ້ກວດກາເນື້ອໃນລະອຽດ ຖ້າບໍ່ດັ່ງນັ້ນ ຈະເປັນເຄື່ອງມື ຜູ້ບໍ່ຫວັງດີ ໂດຍບໍ່ຮູ້ສຶກຕົວ ໃນກໍຣະນີບຸກຄົນໃດ ຫາກໄປກົດໄລກ໌ ກົດແຊຣ໌ ເປັນເພື່ອນໂດຍເຈດຕະນາ ສ້າງຄວາມເຊື່ອມເສັຽ ບິດເບືອນຕໍ່ແນວທາງ ນະໂຍບາຍຂອງພັກຂອງຣັຖນັ້ນ ກໍຈະຖືກຈັບດຳເນີນຄະດີ ໃນກໍຣະນີດຽວກັນ.

ນອກຈາກນີ້ ນາງ ໝວຍ ກໍອອກມາວິພາກວິຈານ ເລື່ອງການຈ້າງເຂົ້າເຮັດວຽກ ໂດຍທີ່ ມີພະນັກງານຕຳຣວດຂັ້ນສູງທ່ານນຶ່ງໄດ້ ເອົາເງິນນຳປະຊາຊົນ ເພື່ອຈະເອົາຍາດພີ່ນ້ອງ ເຂົາເຈົ້າເຂົ້າເຮັດວຽກ ເປັນຕຳຣວດ, ແຕ່ຫຼັງຈາກທີ່ໄດ້ເງິນໄປແລ້ວ ເຈົ້າໜ້າທີ່ ຕຳຣວດຄົນດັ່ງກ່າວ ກໍບໍ່ເອົາລູກຫຼານເຂົາເຈົ້າເຂົ້າເຮັດວຽກ.

ການຈັບໂຕ ນາງໝວຍ ກາຍເປັນບັນຫາ ລະດັບພາກພື້ນ ທີ່ບັນດາອົງການສິດທິມະນຸດ ອອກມາຕໍານິເຈົ້າໜ້າທີ່ທາງການລາວ.

ຍານາງ ແດັບບີ ສະຕັອດຮາດ ເລຂາທິການ ສະຫະພັນສາກົນ ດ້ານສິດທິມະນຸດ ຫລື FIDH ກ່າວເຖິງກໍຣະນີການຈັບນາງໝວຍ ວ່າ:

ເປັນເຣື່ອງທີ່ຫນ້າຕົກໃຈທີ່ສຸດ ແລະຮັບບໍ່ໄດ້ ທີ່ ເຈົ້າໜ້າທີ່ລາວ ຈັບແມ່ຍິງຄົນນີ້ ຍ້ອນນາງພຽງແຕ່ ຮຽກຮ້ອງໃຫ້ຜູ້ຖືກຜົນກະທົບ ຈາກພັຍພິບັດ ໄດ້ຮັບການຊ່ອຍເຫຼືອ ທີ່ຈຳເປັນ, ນາງພຽງແຕ່ພຍາຍາມ ຢາກໄດ້ການຊ່ອຍເຫຼືອ ໃຫ້ແກ່ຊຸມຊົນຂອງນາງ. ມັນເປັນເຣື່ອງ ທີ່ໜ້າຢ້ານກົວ ແລະ ໜ້າອັບອາຍທີ່ສຸດ ທີ່ຣັຖບານລາວ ເຮັດແນວນີ້ກັບນາງ.

ເມື່ອວັນທີ 22 ພຶສຈິກາ 2019 ຜ່ານມາ, ສານຊັ້ນຕົ້ນແຂວງຈຳປາສັກ ຕັດສິນລົງໂທສ ຈຳຄຸກ ນາງຮວາຍເຮືອງ ໄຊຍະບູລີ ຫຼື ນາງໝວຍ ເປັນເວລາ 5 ປີ ພ້ອມທັງປັບໄໝເງິນ 20 ລ້ານກີບ ໃນຄວາມຜິດຖານຂໍ້ຫາຕໍ່ຕ້ານ ສປປ ລາວ ແລະ ການໂຄສະນາ ໃສ່ຮ້າຍປ້າຍສີ ຣັຖບານລາວ.

ເຈົ້າໜ້າທີ່ສານ ທ່ານນຶ່ງ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວເອເຊັຽເສຣີ ວ່າ:

ການຕັດສິນໄປຕາມປະມວນ ກົດໝາຍອາຍາ ກໍວ່າຜິດຫັ້ນແຫຼະ ການໂຄສະນາ ໃສ່ຮ້າຍປ້າຍສີ.

ຕໍ່ກັບການຕັດສິນ ດັ່ງກ່າວ ທ່ານ Adrea Giorgetta, ຜູ້ອຳນວຍການອົງການ ສະຫະພັນສາກົລ ເພື່ອສິດທິມະນຸດ ໄດ້ໃຫ້ສຳພາດຕໍ່ ເອເຊັຽເສຣີວ່າ:

ພວກເຮົາຄິດວ່າ ຄົງເປັນໄປຕາມນັ້ນ ທີ່ນາງໝວຍ ຖືກຕັດສິນລົງໂທດ ຢ່າງໜັກ ເພາະວ່າເຮົາເຫັນຄົນອື່ນໆໃນລາວ ກໍຖືກຕັດສິນຂັງຄຸກ ເປັນເວລາຫຼາຍປີ, ພຽງແຕ່ເຂົາສະແດງ ອອກເຖິງສິດທິໃນການເວົ້າ ແລະ ຄຳເຫັນເທົ່ານັ້ນ.

ນອກຈາກນີ້ ນັກປົກປ້ອງ ສິດທິມະນຸດ ໃນໄທ ໄດ້ຮຽກຮ້ອງ ໃຫ້ທາງການລາວ ປ່ອຍຕົວນາງໝວຍ ທີ່ຖືກເຈົ້າໜ້າທີ່ ຕຳຣວດ ແຂວງ ຈຳປາສັກ ຈັບຂັງໃນຂໍ້ຫາ ໂຄສະນາຕ້ານ ສປປ ລາວ ແລະຮຽກຮ້ອງໃຫ້ຣັຖບານລາວ ໃຊ້ມາຕການອື່ນແທນ ການຂັງຄຸກ.

ຍານາງ ອັງຄະນາ ນິຣະໄພຈິດ ອະດີດ ຄະນະກັມມະການສິດທິນຸດໄຊຍະຊົນ ແຫ່ງຊາດ ປະຈຳປະເທດໄທຍ ໄດ້ກ່າວຕໍ່ເອເຊັຽ ເສຣີ ວ່າ:

ຂໍຮຽກຮ້ອງໃຫ້ຣັຖບານລາວ ເຄົາຣົບເສຣີພາບ ໃນການສະແດງ ຄວາມຄິດເຫັນແທ້ຈິງ ນາງໝວຍ ບໍ່ແມ່ນກໍ່ອາຊຍາກັມຮ້າຍແຮງ ຣັຖບານ ກໍຄວນພິຈາຣະນາ ມີມາຕການອື່ນໆ ແທນການລົງໂທດຈຳຄຸກ.

ໃນຂນະດຽວກັນ ເຈົ້າໜ້າທີ່ຫ້ອງການຕຳຣວດ ແຂວງຈຳປາສັກ ທ່ານນຶ່ງ ໄດ້ກ່າວວ່າ ປັດຈຸບັນ ນາງໝວຍ ໄດ້ປະຕິບັດຕົວດີ ໃນເວລາ ທີ່ ຖືກຄຸມຂັງ ແລະຄ້າຍຄຸມຂັງ ກໍອະນຸຍາດ ໃຫ້ຄອບຄົວ ເຂົ້າມາຢ້ຽມ ໄດ້ປົກກະຕິ ຄືກັບນັກໂທດຄົນອື່ນໆ.

ນອກຈາກນີ້ ທີ່ຜ່ານມາ ມີກໍຣະນີຜູ້ຍິງ ທີ່ຖືກຈັບດັ່ງນີ້:

• ໃນປີ 2014, ເຈົ້າໜ້າທີ່ທາງການແຂວງ ຄຳມ່ວນ ໄດ້ຈັບໂຕ ນາງ ສີວັນໄຊ ຍົມມະລາດ ຍ້ອນວ່າ ລາວບໍ່ຍອມຍົກດິນ ຂອງລາວໃຫ້ ເຈົ້າໜ້າທີ່ແຂວງ.

• ໃນປີ 2015, ເຈົ້າໜ້າທີ່ ຕຳຫຼວດ ແຂວງໄຊຍະບູລີ ໄດ້ຈັບໂຕ ນາງ ຄຳພຸດ ທີ່ຖ່າຍຮູບ ເຈົ້າໜ້າທີ່ຕຳຣວດ ຈະຣາຈອນ ທີ່ຮັບເງິນຈາກ ຜູ້ຂັບຂີ່.

• ໃນປີ 2015, ເຈົ້າໜ້າທີ່ ຕຳຣວດແຂວງຫລວງພຣະບາງ ຈັບກຸມ ນາງ ຈັນທະພອນ ໃນຂໍ້ຫາ ເອົາຄຳສັ່ງຂອງເຈົ້າແຂວງ ຫຼວງພຣະບາງ ກ່ຽວກັບການໃຫ້ສຳປະທານຕາດກວາງຊີ ອອກເຜີຍແຜ່ ທາງເຟສບຸກ

• ໃນປີ 2016, ນາງ ຫລອດຄຳ ທຳມະວົງ ຖືກເຈົ້າໜ້າທີ່ ທາງການລາວຈັບ ແລະ ຕັດສິນຈຳຄຸກ ປະມານ 10 ປີ ໃນຂໍ້ຫາ ຕ້ານພັກຕ້ານຣັຖ ແລະ ປັດຈຸບັນ ລາວຍັງຖືກຂັງຢູ່ຄຸກຊຳເຄ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.