ປະຊາຊົນຄົນທັມດາ ຮ້ອງທຸກ ບໍ່ໄດ້ຮັບການແກ້ໄຂ

ທາງການລາວ ປະກາດໃຊ້ກົດໝາຽ ວ່າດ້ວຍການແກ້ໄຂ ຄຳຮ້ອງທຸກ ສະບັບປັບປຸງ ຕັ້ງແຕ່ປີ 2016 ເປັນຕົ້ນມາ ແຕ່ຄວາມເປັນຈິງແລ້ວ ບັນຫາທີ່ ປະຊາຊົນ ໄດ້ຮ້ອງທຸກ ໄປຍັງໜ່ວຍງານ ທີ່ຂ້ອງ ພັດຍັງບໍ່ໄດ້ຮັບ ການຊ່ອຍເຫຼືອ ເທົ່າທີ່ຄວນ.

ຊາວບ້ານ ທີ່ຢູ່ໃນບ້ານຊົ່ວຄາວ, ເມືອງສນາມໄຊ ແຂວງອັດຕະປື, ວັນທີ 11 ເມສາ 2019. RFA

ເຖິງແມ່ນວ່າທາງການລາວຈະມີການປະກາດໃຊ້ກົດໝາຽວ່າດ້ວຍການແກ້ໄຂຄຳຮ້ອງທຸກສະບັບປັບປຸງຕັ້ງແຕ່ປີ 2016 ເປັນຕົ້ນມາ. ແຕ່ມາຮອດປັດຈຸບັນປະຊາຊົນຈຳນວນຫຼາຍທີ່ມີ ບັນຫາ ແລະໄດ້ຮ້ອງທຸກໄປຍັງໜ່ວຍງານທີ່ກ່ຽວຂ້ອງນັ້ນ ພັດຍັງບໍ່ໄດ້ຮັບການຊ່ອຍເຫຼືອເທົ່າທີ່ຄວນເປັນ ຍ້ອນພວກເຂົາເຈົ້າເປັນບຸກຄົນທັມດາບໍ່ມີເສັ້ນສາຍ.

ອາດີດຄຣູອາສາ ຢູ່ເມືອງເມິງ ແຂວງບໍ່ແກ້ວທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 07 ມົກຣາ 2022 ນີ້ວ່າ:

ເອີເອົາປະສົບການເບິ່ງໂຕຈິງເນາະ ຖ້າເຮົາໄປຮ້ອງຮຽນດ້ວຍໂຕເອງຫັ້ນນ່າຖ້າເຮົາບໍ່ມີຊັບສີນຫຼືວ່າບໍ່ມີສີນນອກກອງຟາງມັນຢາກຍາກທີ່ຈະໄດ້ເທື່ອກ່ອນເປັນຄຣູ ອາສາເພີ່ນກໍຊິຮູ້ຫັ້ນນ່າຜູ້ໃດເຂົ້າປີໃດ ໆ ຄັນເພີ່ນບໍ່ແກ້ໄຂຫັ້ນນ່າ ຂ້ອຍຊິວ່າແນວນັ້ນທໍ້ຫັ້ນນ່າຄືທໍ້ຫັ້ນແຫຼະເຮັດຫຍັງ ກໍບໍ່ໄດ້ຫັ້ນນ່າແລ້ວເຮົາກໍບໍ່ໄດ້ເສັຽເວລາໃນຈຸດນັ້ນຖ້າຫາແນວອື່ນເຮັດມື້ອື່ນປະມານນຶ່ງ.

ປະຊາຊົນຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ເລັ່ງດຳເນີນການແກ້ໄຂຄຳຮ້ອງທຸກໄປແບບຮີບດ່ວນ ແລະບໍ່ເມີນເສີຍຕໍ່ຄວາມທຸກຮ້ອນຂອງຊາວບ້ານ.

ຊາວນະຄອນຫຼວງວຽງຈັນທີ່ເຄີຍ ໄປຮ້ອງທຸກໄປຍັງສາຍດ່ວນຂອງສະພາ ແຫ່ງຊາດທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ:

ກົດໝາຽຮ້ອງທຸກນີ້ຄັນຖ້າວ່າ ເຈົ້າທຸກຍາກແກ້ໄຂສະພາບຄອບຄົວມີຫຍັງ ທຸກຫຍັງຍາກນີ້ກໍໄປຮ້ອງຫາເຈົ້າເມືອງເລີຍຊິນີ້ກໍຢາກແກ້ໄຂເພາະວ່າໂດຍສະເພາະ ຢູ່ລາວເຮົານີ້ສະພາບບໍ່ທັນວ່ອງໄວຫັ້ນນ່າ. ສເນີໄປຍາມສເນີຫັ້ນນ່າ ສເນີມື້ນີ້ນີ້ແຫຼະກໍພຸ້ນແຫຼະ ເດືອນໜ້າພຸ້ນເຖິງຈະໄດ້ປັບປຸງໂຕນີ້ໃຫ້ມັນໄດ້.

ໃນຂນະທີ່ປະຊາຊົນອີກຈຳນວນນຶ່ງ ທີ່ມີປະສົບການຮ້ອງຮຽນໄປຍັງສາຍດ່ວນ 156 ຂອງສະພາແຫ່ງຊາດພາຍຫຼັງບໍຣິສັດຂຸດຄົ້ນແຮ່ທາດ ໃກ້ບ່ອນອາສັຍຂອງພວກເຂົາເຈົ້າປ່ອຍນໍ້າ ເປື້ອນລົງສູ່ແຫຼ່ງນໍ້າແຕ່ເຣື່ອງກໍມິດໄປໂດຍບໍ່ມີໜ່ວຍງານທີ່ກ່ຽວຂ້ອງ ລົງກວດສອບຫຼືແກ້ໄຂ.

ຊາວບ້ານຢູ່ເມືອງ ວິລະບູລີ ແຂວງສວັນນະເຂດທ່ານນຶ່ງກ່າວວ່າ:

ຄັນເວົ້າໄປໂທໄປແລ້ວ ໃຫ້ມັນມີຜົລຊິຫັ້ນແຫຼະໂທໄປກໍສ່ວນຫຼາຍ ມັນກໍມິດຫັ້ນແຫຼະສ່ວນຫຼາຍມັນກໍມິດຫັ້ນແຫຼະແຕ່ວ່າບາງເທື່ອກໍຮັບໂທຣະສັບແລ້ວ ກໍບໍ່ສົນໃຈເນາະຮັບແລ້ວແລ້ວໄປ.

ກ່ອນໜ້ານີ້ຍານາງປີ່ນຄຳ ລາຊະສີມມາ ເລຂາທິການສະພາແຫ່ງຊາດກ່າວວ່າ ສະເພາະວັນທີ 1-17 ພຶສຈິກາ 2021 ຊຶ່ງເປັນໄລຍະດຳເນີນກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ມີປະຊາຊົນໃນຂົງເຂດທົ່ວປະເທດ ສົ່ງຄຳຄິດຄຳເຫັນຜ່ານໂທຣະສັບສາຍດ່ວນ 156 ຂອງສະພາແຫ່ງຊາດປະມານ 261 ສາຍ. ໃນນັ້ນກວມເອົາບັນຫາທີ່ກ່ຽວຂ້ອງກັບການຄຸ້ມຄອງບໍຣິຫານຣັຖ, ການພັທນາເສຖກິຈ ແລະສັງຄົມ ແລະ ພັທນາທີ່ມີຜົລກະທົບຕໍ່ສັງຄົມ ແລະສິ່ງແວັດລ້ອມ.

ກ່ຽວກັບຄຳຮ້ອງທຸກ ຂອງຊາວບ້ານໜ່ວຍງານທີ່ກ່ຽວຂ້ອງ ຈຳເປັນຕ້ອງໃຊ້ໄລຍະເວລາໃນການແກ້ໄຂ ຫາກເປັນກໍຣະນີທີ່ມີຄວາມເລັ່ງດ່ວນ ດ້ວຍກໍຈະຖືກພິຈາຣະນາກ່ອນແຕ່ຖ້າເປັນກໍຣະນີ ທີ່ມີຄວາມຊັບຊ້ອນກໍຈະຕ້ອງໄດ້ໃຊ້ເວລາໄລຍະນຶ່ງ ໃນການພິຈາຣະນາໂດຍສະເພາະ ເຣື່ອງບັນຫາຂໍ້ຂັດແຍ່ງທີ່ດິນ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງຍານາງນຶ່ງກ່າວວ່າ:

ແຕ່ກໍຣະນີມັນກໍຈະມີຄວາມຊັບຊ້ອນ ຕ່າງກັນໄປບໍ່ສາມາດໃຫ້ໂຕເລກທີ່ ຖືກຕ້ອງໄດ້ວ່າມັນຈະເປັນ 3 ວັນ 5 ວັນ 7 ວັນ ມັນຂື້ນກັບຄວາມດ່ວນໂຕນັ້ນ ມັນດ່ວນແບບໃດໂຕຢ່າງວ່າເປັນເຫດ ທີ່ສຸກເສີນເນາະມັນກໍຈະຖືກແກ້ໄຂໃນທັນທີທັນໃດ. ແຕ່ບາງເຣື່ອງມັນມີຫຼາຍພາກສ່ວນກ່ຽວຂ້ອງ ມັນຕ້ອງໄດ້ມີການພິຈາຣະນາມັນກໍອາດຈະຕ້ອງໃຊ້ເວລາ.

ປັດຈຸບັນປະເທດລາວ ມີກົດໝາຽຫຼາຍກວ່າ 200 ສະບັບໃນນັ້ນກວມເອົາກົດໝາຽ ວ່າດ້ວຍການແກ້ໄຂຄຳຮ້ອງທຸກສະບັບປັບປຸງໃນປີ 2016 ທີ່ມີຈຸດປະສົງເພື່ອສນັບສນູນ ໃຫ້ໜ່ວຍງານທີ່ກ່ຽວຂ້ອງເລັ່ງດຳເນີນການແກ້ໄຂຄຳຮ້ອງທຸກຂອງຊາວບ້ານ ໃຫ້ຖືກຕ້ອງຕາມຣະ ບຽບກົດໝາຽແຕ່ຢ່າງໃດກໍຕາມກໍຍັງມີຊາວບ້ານຈຳນວນນຶ່ງ ຍັງບໍ່ສາມາດເຂົ້າເຖິງການຮ້ອງທຸກ ໂດຍສະເພາະຜູ້ທີ່ອາສັຍຢູ່ໃນພື້ນທີ່ ຫ່າງໄກສອກຫຼີກ ແລະບັນດາເຜົ່າຜູ້ບໍ່ຮູ້ພາສາລາວ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງອີກຍານາງນຶ່ງກ່າວວ່າ:

ອໍແມ່ນຄົນສ່ວນຫຼາຍເປັນຄົນ ທີ່ວ່າຢູ່ຊົນນະບົດຢູ່ທາງພູທາງຜາແລ້ວກໍຊົນເຜົ່າ ທີ່ບໍ່ເຂົ້າໃຈພາສາລາວເພາະວ່າກົດໝາຽເປັນພາສາລາວເນາະ ມີກົດໝາຽຫຼາຍເນາະ 200 ກວ່າສະບັບຍ້ອນວ່າເຮົາມີງົບປະມານຈຳກັດເພີ່ນມີຈຳນວນຈຳກັດ ກໍເລີຍເຮັດໃຫ້ການໂຄສະນາກົດໝາຽມັນບໍ່ໄດ້ທົ່ວເຖິງ.

ເມື່ອໄລຍະທ້າຍເດືອນພຶສຈິກາ 2021 ທີ່ຜ່ານມານີ້ຊາວບ້ານຢູ່ບ້ານໜອງກະແດ້ງ ເມືອງວິລະບູຣີ ແຂວງສວັນນະເຂດ ຜູ້ນຶ່ງໄດ້ຮັບຜົລກະທົບຈາກໂຄງການຂຸດຄົ້ນ ແຮ່ປູນຂອງບໍຣິສັດເອກະຊົນ ຊຶ່ງເປັນເຄືອຂ່າຍຂອງບໍຣິສັດ ລ້ານຊ້າງ ມີເນໂຣ ລີມີຕິທ ທີ່ເປີດດຳເນີນການມາແລ້ວຕັ້ງແຕ່ປີ 2017 ເຮັດໃຫ້ດິນນາຂອງເຂົາເຈົ້າຫຍຸບຫຼາຍກວ່າ 10 ຂຸມ ຈົນບໍ່ສາມາດເຮັດນາໄດ້. ເຖິງແມ່ນວ່າເຂົາເຈົ້າຈະໄດ້ຂຽນໜັງສືຟ້ອງຮ້ອງໄປຍັງຜແນກສິ່ງແວັດລ້ອມເມືອງ ຫຼາຍເທື່ອແລະມີເຈົ້າໜ້າທີ່ທີ່ກ່ຽວຂ້ອງ ລົງມາກວດສອບແຕ່ມາຮອດປັດຈຸບັນ ບັນຫາດັ່ງກ່າວນີ້ກໍຍັງບໍ່ທັນໄດ້ຮັບການແກ້ໄຂແນວໃດເທື່ອ. ຊຶ່ງຜູ້ຖືກຜົລກະທົບເອງກໍເຊື່ອ ວ່າ ເປັນຍ້ອນເຂົາເຈົ້າເປັນບຸກຄົນທັມດາ ແລະບໍ່ມີເສັ້ນສາຍ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງຈື່ງບໍ່ເລັ່ງ ແກ້ໄຂບັນຫາຕາມທີ່ຮ້ອງທຸກໄປຢ່າງຈິງຈັງ.

ຫຼ້າສຸດນີ້ ເມື່ອວັນທີ 6 ມົກຣາ ທີ່ຜ່ານມາ ກັມມາທິການຍຸຕິທັມ ຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມທາງໄກເພື່ອທາບທາມຄວາມເຫັນ ຈາກບັນດາສະມາຊິກສະພາແຫ່ງຊາດ ແລະພາກສ່ວນທີ່ກ່ຽວຂ້ອງສຳລັບນຳໃຊ້ການປັບປຸງກົດໝາຽ ວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປີ 2016 ເພື່ອປັບປຸງການຮັບແລະການພິຈາຣະນາຄຳຮ້ອງ ຂອງປະຊາຊົນໃຫ້ສອດຄ່ອງຕາມມະຕິ ຂອງກອງປະຊຸມຄົບຄນະບໍຣິຫານງານສູນກາງພັກສະບັບເລກທີ 037/ຄບສພ ລົງວັນທີ 18 ມິຖຸນາ 2018 ແລະ ມະຕິສະບັບເລກທີ 112/ກມສພ ລົງວັນທີ 2 ມິຖຸນາ 2020.

ໃນໄລຍະ 5 ປີຜ່ານມາຄືແຕ່ປີ 2016-2020 ສະພາແຫ່ງຊາດໄດ້ຮັບຄຳຮ້ອງຮຽນ ຈາກປະຊາຊົນຜ່ານສາຍດ່ວນ 156 ແລະ ໜັງສືຮ້ອງຮຽນປະມານ 2,300 ກໍຣະນີໃນນັ້ນສາມາດແກ້ໄຂໄດ້ 1,917 ກໍຣະນີຊຶ່ງຄິດເປັນປະມານ 82% ຂອງຄຳຮ້ອງຮຽນທັງໝົດ. ໂດຍສ່ວນຫຼາຍແມ່ນເປັນປະເດັນຂັດແຍ່ງເຣື່ອງທີ່ດິນ, ຮອງລົງມາເປັນເຣື່ອງເສຖກິຈ, ປາກທ້ອງ ແລະ ຜົລກະທົບທີ່ເກີດຈາກໂຄງການ ພັທນາພື້ນຖານໂຄງຮ່າງ. ອີງຕາມຄຳກ່າວ ຂອງ ຍານາງ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໃນກອງປະຊຸມສະພາແຫ່ງຊາດຊຸດທີ 9 ເມື່ອວັນທີ 25 ມີນາ 2021.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org