ການພິສູດຊາກສົບມີຄວາມ ຄືບໜ້າ


2013.10.23
F-crash ການພິສູດຊາກສົບ ຜູ້ເຄາະຮ້າຍ ໃນຖ້ຽວບິນ QV301 ຈາກວຽງຈັນ ຫາ ປາກເຊ ມີຄວາມ ຄືບໜ້າ
RFA

 

ເຈົ້າໜ້າທີ່ໜ່ວຍກູ້ພັຍ ສາມາດພິສູດຊາກສົບ ຈາກເຮືອບິນຕົກ ໃນເຂດເມືອງໂພນທອງ ແຂວງຈຳປາສັກ ໄດ້ຕື່ມອີກ 26 ສົບ ໃນມື້ວັນຈັນນີ້ ຊຶ່ງໃນນັ້ນມີ່ 12 ສົບ ທີ່ມີການຢືນຢັນ ວ່າເປັນສົບຂອງຄົນລາວ, ຕາມການຣາຍງານ ຂອງໜັງສືພີມ ວຽງຈັນທາມສ໌ ໃນວັນອັງຄານນີ້.

ທ່ານບົວລີ ເພັດສົງຄາມ ຫົວໜ້າໜ່ວຍກູ້ພັຍ ແລະຊອກຫາຊາກສົບ ໄດ້ແຈ້ງຕໍ່ທາງສື່ມວນຊົນ ວ່າໃນຈຳ ນວນ 26 ສົບທີ່ພົບເຫັນ ແລະໄດ້ ພິສູດແລ້ວນັ້ນ ໄດ້ມອບໃຫ້ຍາດພີ່ນ້ອງ ເປັນທີ່ຮຽບຮ້ອຍແລ້ວ 19 ສົບ ໃນນັ້ນເປັນຄົນລາວ 9 ສົບ. ພ້ອມດຽວກັນນັ້ນ ທ່ານກໍວ່າ ສະເພາະ ສົບຂອງຊາວຕ່າງປະເທດ ທີ່ຜ່ານການພິສູດແລ້ວນັ້ນ ທາງການກໍໄດ້ຈັດສົ່ງຄືນ ປະເທດນັ້ນໆໄປແລ້ວຈໍານວນ 10 ສົບ ໃນນັ້ນກໍມີຄົນໄທ 3 ສົບ, ວຽດນາມ 2 ສົບ ແລະອີກ 5 ສົບ ໄດ້ສົ່ງໄປ ມາເລເຊັຽ, ຈີນ, ກັມພູຊາ, ສະຫະຣັຖ ແລະໃຕ້ຫວັນ.

ທ່ານບົວລີ ໄດ້ແຈ້ງເພີ່ມວ່າ ສະເພາະສົບທີ່ພົບເຫັນ ແລະບໍ່ທັນຜ່ານການພິສູດເທື່ອນັ້ນ ໄດ້ສົ່ງໄປກວດວິຈັຍ DNA ຢູ່ປະເທດໄທເພື່ອຄວາມ ແນ່ໃຈວ່າ ເປັນຂອງຜູ້ໃດ ຊື່ງຈະຕ້ອງໃຊ້ເວລາປະມານໜຶ່ງສັປດາ ແຕ່ສະເພາະສົບ ຄົນລາວ ທີ່ ຜ່ານການພິສູດແລ້ວນັ້ນ ທາງຍາດພີ່ນ້ອງ ຂອງຜູ້ຕາຍ ກໍໄດ້ມາຮັບເອົາ ແລະ ນໍາໄປປະກອບພິທີ ຊາປານະກິດສົບ ຢູ່ວັດທາດຝຸ່ນ ນະຄອນຫລວງວຽງຈັນ ເປັນທີ່ຮຽບຮ້ອຍແລ້ວ 3 ສົບ ໃນມື້ວັນ ທີ່ 21 ຕຸລານີ້.

ອຸບັດຕິເຫຕເຮືອບິນຕົກ ຢູ່ທາງພາກໃຕ້ຂອງລາວ ມີຜູ້ໂດຽສານ ແລະພະນັກງານເຮືອບິນ ເສັຍຊີວີດທັງໝົດ 49 ຄົນນັ້ນ ເປັນອຸບັດຕິເຫດທີ່ ສ້າງຄວາມເສັຍຫາຍຢ່າງຫລວງຫລາຍ ເປັນປວັດການ ໃຫ້ສປປລາວ ຊຶ່ງພະນັກງານ ເຮືອບິນ ແລະ ຜູ້ໂດຽສານທັງໝົດນັ້ນ ປະປົນດ້ວຍ ຊາວຕ່າງຊາດ ຈາກຫລາຍປະເທດເຊັ່ນ: ຝຣັ່ງ, ອອສເຕຣເລັຽ, ໄທ, ເກົາຫລີໃຕ້, ວຽດນາມ, ສະຫະຣັຖ, ກັມພູຊາ, ຈີນ, ມາເລເຊັຽ ແລະ ໃຕ້ຫວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.