ປະຊາຊົນລາວ ໃຊ້ສື່ສັງຄົມ ອ໋ອນລາຍ໌ ກວດສອບ ຣັຖບານ ຫຼາຍຂຶ້ນ

ຣົຖແກ່ໄມ້ (ຮູບຂວາມື) ແລະ ບ່ອນເກັບໄມ້ (ຮູບຊ້າຍມື) ຢູ່ ແຂວງ ອັດຕະປື, ປີ 2021.
ຣົຖແກ່ໄມ້ (ຮູບຂວາມື) ແລະ ບ່ອນເກັບໄມ້ (ຮູບຊ້າຍມື) ຢູ່ ແຂວງ ອັດຕະປື, ປີ 2021. (ນັກຂ່າວ ພົລເມືອງ)

0:00 / 0:00

ໃນ​ຕົ້ນ​ປີ 2022 ຜູ້​ໃຊ້​ສື່​ສັງ​ຄົມ​ອອນ​ລາຍນ໌ໃນ​ປະ​ເທດ​ລາວເພີ່ມຂຶ້ນ ​ສູງ​ເຖິງ 51 ເປີ​ເຊັນຂອງ​ຈຳ​ນວນ​ພົ​ລ​ເມືອງ​ລາວ​ທັງ​ໝົດ, ປີ 2021 ມີ 49 ເປີ​ເຊັນ ແລະ ປີ 2020 ມີ 43 ເປີ​ເຊັນ ອີ​ງ​ຕາມ​ຂໍ້​ມູນ​ຈາກເວບ​ໄຊທ໌ www.statista.com.

​ພົ​ລ​ເມືອ​ງ​ລາວ​ໃນ​ປັດ​ຈຸ​ບັນ ມີ​ 7 ລ້ານ​​ປາຍຄົນ ເຊິ່ງ​ຈຳ​ນວນປະ​ຊາ​ຊົນ​ຜູ້​ທີ່​ເຂົ້າ​ເຖິງສື່​ສັງ​ຄົມ​ອອນ​ລາຍນ໌​ປະ​ມານ 3,570,000 ຄົນ ຖ້າ​ຄິດ​ໄລ່ຕາມ​ເປີເຊັນ​ໃນ​ສະ​ຖິ​ຕິ.

ປະ​ຊາ​ຊົນ​ຈຳ​ນວນ​​ນຶ່ງ​ຈະ​ໃຊ້ສື່​ສັງ​ຄົມ​ອອນ​ລາຍນ໌ ເພື່ອ​ການ​ບັນ​ເທິງ ແລະ ຈຳ​ນວນ​ນຶ່ງ​ກໍ​ໃຊ້​ສື່​ສັງ​ຄົມ​ອອກນ​ລາຍນ໌​ເພື່ອ​ສະ​ທ້ອນ​ບັນ​ຫາສັງ​ຄົມ ແລະ ເພື່ອກວດ​ສອບ​ເຈົ້າ​ໜ້າ​ທີ່​ຣັ​ຖ​.

ໂຕ​ຢ່າງ: ທີ່​ຜ່ານ​ມາ, ມີ​ການ​ຕັດ​ໄມ້​ສົ່ງ​ອອກໄປ​ຂາຍ​ຕ່າງ​ປະ​ເທດ ຫຼາຍແບບ​ຊະ​ຊາຍ ຈົນ​ມີ​ປະ​ຊາ​ຊົນຖ່າຍ​ຮູບເອົາ​ຣົ​ຖ​ແກ່​ໄມ້​ລົງ​ເຜີຍ​ແຜ່​ ທາງ​ເຟ​ສບຸກຄ໌ກັນ​ຢ່າງ​ກ້ວາງ​ຂວາງ ຈົນຣັ​ຖ​ບານ ຕ້ອງ​ໄດ້​ອອກ​ຄຳ​ສັ່ງ​ເລກ​ທີ 15 ​ວ່າ​ດ້ວຍ​ການ​ຫ້າມ​ການ​ສົ່ງ​ອອກ​ໄມ້​ທ່ອນ.

ອີກ​ກໍ​ລະ​ນີ ຄົນ​ລາວ ທີ່​ຖືກ​ຕົວະ​ໄປ​ເຮັດ​ວຽກ​ຢູ່ສາມ​ຫຼ່ຽມ​ຄຳ ຂອງ​ນັກ​ລົງ​ທຶນ​ຈີນ ຢູ່​ເມືອງ​ຕົ້ນ​ເຜິ້ງ​ແຂວງບໍ່​ແກ້ວ ກໍ​ຖືກ​ເຜີຍ​ແຜ່​ທາງ​ເຟ​ບຸກຄ໌ ຕັ້ງ​ແຕ່​ຫຼາຍ​ເດືອນ​ຜ່ານ​ມາ ແລະ ຕໍ່​ມາ​ຫຼາຍ​ຄົນກໍ​ໄດ້​ຮັບ​ການ​ຊ່ອຍ​ເຫຼື​ອອກ​ມາ.

ນອກ​ຈາກນີ້ ກໍ​ຍັງ​ມີ ເຈົ້າ​ໜ້າ​ທີ່​ຕຳ​ຣວດ​ຈະ​ຣາ​ຈອນ ໄປ​ນາບ​ຂູ່​ເອົາ​ເງິນ​ນຳ​ຜູ້​ຂັບ​ຂີ່ ແລະ ກໍ​ຣະ​ນີ ສານ​ຕັດ​ສິນບໍ່​ຖືກ​ຕ້ອງ ກໍ​ຖືກ​ນຳ​ມາ​ເຜີຍ​ແຜ່ທາງ​ສື່​ສັງ​ຄົມ​ອອນ​ລາຍນ໌.

ນັກ​ທຸ​ຣະ​ກິ​ຈ​ທ່ານ​ນຶ່ງ ໄດ້ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

" ມີ ​ຄວາມ​ຫາກ​ຫຼາຍ​ຂຶ້ນ​ໃດ ກ້າ​ໂພ​ສກ່ຽວ​ກັບ​ເຈົ້າ​ໜ້າ​ທີ່​ເຮັດ​ບໍ່​ຖືກບໍ່​ຕ້ອງ ສານ​ຕັດ​ສິນບໍ່​ຍຸ​ຕິ​ທັມ ກະ​ເອົາ​ລົງ​ໂພ​ສ ເພື່ອ​ຖາມ​ສັງ​ຄົມ ຕຳ​ຣວດ​ເຮັດ​ບໍ່​ຖືກບໍ່​ຕ້ອງ​ກະ​ເອົາ​ລົງ​ໂພ​ສ ສະ​ທ້ອນ​ຕຳ​ຣວດ​ເຫັນ​ບໍ່ ຕຳ​ຣວດ​ຈະ​ຣາ​ຈອນ ຂີ້ແຕກ​ຂີ້​ແຕນ​ອອກ​ມາ​ແກ້​ໄຂ ຖື​ວ່າ ດີ​ຂຶ້ນ​ຫຼາຍ ແຕ່ກີ້ນີ້​ໂພ​ສ ຫາ​ລາຍ​ເອົາ​ເຣື່ອງ ເຂົາ​ຖ່າຍ​ຄຼິບ​ກະ​ຊີ້​ໜ້າ​ເຂົາ​ວ່າ​ຜິດ​ກົດ​ໝາຍ."

ບັນ​ຫາ​ຫຼາຍ​ຢ່າງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ສັງ​ຄົມ ຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ ແລະ ມັນ​ຖືກ​ປະ​ລະ​ມາ​ດົນ ສະ​ນັ້ນ​ຜູ້​ຄົນ​ ທີ່​ມີ​ສື່​ສັງ​ຄົມ​ອອນ​ລາຍນ໌​ຢູ່​ໃນ​ມື ຈຶ່ງ​ນຳ​ສ​ເນີ​ເອງ ຍ້ອນ​ວ່າ ມັນ​ສະ​ດວກວ່ອງ​ໄວ​ກວ່າ​ແຕ່​ກ່ອນ.

ນັກ​ທຸ​ຣະ​ກິຈທ່ານ​ນີ້ໄດ້​ກ່າວ​ວ່າ:

" ມັນ ​ບັນ​ຫາ​ທີ່​ເຂົ້າ​ສ​ເນີ​ມາ​ຫຼາຍ​ແລ້ວ ມັນ​ກໍ​ເລີຍ​ບັນ​ຫາ​ຍັງ​ຖືກ​ຊ້ອນ​ປົ່ມ ຊຸກ​ເຊື່ອງ​ໄວ້​ເກັບ​ໄວ້​ໃຫ້​ເນົ່າ."

ປະ​ຊາ​ຊົນທີ່​ອາ​ຍຸສູງ​ແດ່​ ຈຳ​ນວນ​ນຶ່ງ ກໍ​ຍັງ​ເບິ່ງ​ໂທ​ຣະ​ທັສ ແລະ ຟັງ​ວິ​ທິ​ຍຸ​ລາວ ສ່ວນ​ວ່າ ໄວ​ໜຸ່ມ​ທົ່ວ​ໄປສ່ວນ​ຫຼາຍ​ຈະ​ເບິ່ງ​ຂ່າວ ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍນ໌ ອີງ​ຕາມ​ຂໍ້​ມູນ​ຈາກ​ບຸກຄົນທີ່ວິທຍຸ​ເອ​ເຊັຽ​ເສ​ຣີ ໄດ້​ໄປ​ສັມພາດ.

ຜູ້​ຄົນ​ບໍ່​ໄດ້​ອາ​ໃສ​ຂໍ້​ມູນ​ຈາກ​ສື່​ກະ​ແສ​ຫຼັກ​ອີກ​ຕໍ່ ແຕ່ເຂົ້າ​ເຈົ້າ​ຈະ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍນ໌ທີ່​ຕົນ​ເອງ​ມີ​ຢູ່.

ນັກ​ທຸ​ຣະ​ກິຈ ທ່ານນີ້ ກ່າວ​ຕືີ່ມ​ວ່າ:

" ສື່ມວ ​ນ​ຊົນ​ກະ​ແສ​ຫຼັກ​ມີ​ຢູ່​ສອງ​ປະ​ເດັນ ປະ​ເດັນ​ນ​ທີ​ນຶ່ງ​ກະ​ຄື​ເພິ່ງ​ພາບໍ່​ໄດ້ ປະ​ເດັນ​ທີ​ສອງ​ຄື ບໍ່​ມີ​ໃຜ​ຕິດ​ຕາມ ຄົນ​ຕິດ​ຕາມ​ມີ​ແຕ່​ອາ​ຍຸ 55 ຂຶ້ນ​ເມືອ ຕ່ຳ​ກວ່າ 45 ປີ ແລ້ວ​ວັບ​ ເຂົາ​ບໍ່​ໃສ່​ໃຈ​ແຫຼະ ເຂົາ​ຕາມ​ແຕ່​ສື່​ໄທ​ຍ ເບິ່ງ​ຂ່າວ​ໄທ​ຍ ມັນ​ຈັບ​ໃຈ​ກວ່າ ມັນ​ດຶງ​ດູດ​ໃຈ​ກວ່າ ດຽວນີ້ ທົ່ວ​ປະ​ເທດນີ້ ໄປ​ເວົ້າ​ແມ້ ເຣື່ອງ​ຄ່າ​ນ້ຳ​ມັນ​ແພງ ພວກ​ຂັບ​ຣົ​ຖ ພວກ​ເຂົາ​ເປັນ​ຊ່າງ​ເຫຼັກ​ຊ່າງ​ປູນ ຢູ່​ໃສ​ເຂົາ​ກະ​ເວົ້າ."

ອີກ​ຢ່າງ​ນຶ່ງ ​ກໍ​ຄື ປະ​ຊາ​ຊົນ​ທົ່ວ​ໄປ​ ຫັນ​ມາ​ເບິ່ງ​ຂ່າວ​ຈາກ​ສື່​ສັງ​ຄົມ​ອອນ​ລາຍນ໌​ຫຼາຍ​ຂຶ້ນ​ກໍ​ຄື ສື່​ກະ​ແສ​ຫຼັກ​ມີ​ຄວາມ​ຊັກ​ຊ້າ ​ໃນ​ຂະ​ນະ​ທີ່ ສື່​ສັງ​ຄົມ​ອອນ​ລາຍນ໌ມີ​ຄວາມ​ວ່ອງ​ໄວ​.

ເຈົ້າ​ໜ້າ​ທີ່​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ເຫດ ​ຜົ​ລ​ຫຼັກ​ທີ່​ຄົນ​ສ່ວນ​ຫຼາຍ​ຫັນ​ມາ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ ອັນ​ທີ​ນຶ່ງ​ກໍ​ຄື ມັນ​ວ່ອງ​ໄວ ທັນ​ໃຈ ທັນ​ເຫດ​ການ ສື່​ສັງ​ຄົມ​ອອນ​ລາຍ​ມີ​ຫຼາຍ​ປະ​ການ​ທີ່​ໃຊ້​ຢູ່ ຢູ່​ທັງ ວອດ​ແອບບໍ່ ເຟ​ສ​ບຸກບໍ່ ພວກນີ້​ມັນ​ເປັນ​ສື່​ທີ່​ທັນ​ເຫດ​ການ​ວ່ອງ​ໄວ​ກວ່າ​ສື່​ຫຼັກ."

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ຕື່ມ​ອີກວ່າ:

“ບາດນີ້ ເຫດ​ຜົ​ລ​ທີ່​ຄົນ​ບໍ່​ໃຊ້ ບໍ່​ນິ​ຍົມ ບໍ່​ບໍ​ລິ​ໂພກ​ຂ່າ​ວ​ຜ່ານ​ສື່ກະ​ແສ​ຫຼັກ​ ຢ່າງເຊັ່ນ ໜັງ​ສື​ພິມ ວິ​ທະ​ຍຸ ຫຼື ໂທ​ລະ​ພາບຣັ​ຖ​ບານ ກະ​ຄື​ເຮົາ​ຮູ້​ກັນ​ໂດຍ​ທົ່ວໆ​ໄປ​ວ່າ ສື່​ເຫຼົ່າ​ນີ້ ມັນ​ບໍ່​ທັນ​ການ ມັນ​ບໍ່​ທັນ​ຍຸກ​ ທັນ​ສ​ມັຍ ແລະ ກະ​ຊັກ​ຊ້າ.”

ປະ​ຊາ​ຊົນ​ຢູ່​ຕ່າງ​ແຂວງ​ຈຳ​ນວນ​ນຶ່ງ ກໍ​ບໍ່​ໄດ້​ເບິ່ງ​ໂທ​ຣະ​ທັສ​ ແລະ ຟັງວິ​ທະ​ຍຸ​ລາວ. ປະ​ຊາ​ຊົນຢູ່​ແຂວງ​ພາກ​ໃຕ້​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ກະ ​ບໍ່​ໄດ້​ສູ້​ໄດ້​ຟັງ​ຫຍັງ​ນ່າ ມີ​ແຕ່​ຫຼິ້ນ​ເຟ​ສ​ຫຼິ້ນ​ຫຍັງ​ລະ​ກະ​ເລື່ອນ​ເບິ່ງ​ອັນ​ນັ້ນ​ອັນ​ນີ້ ຈັກ​ເລັກ​ຈັກ​ໜ້ອຍ​ລະ​ກະ​ແລ້ວ ສ່ວນ​ຫຼາຍ ລະ​ກະ​ລົມ​ແຕ່​ນຳ​ວຽກ."

ຜູ້​ທີ່​ເບິ່ງ​ໂທ​ຣະ​ທັສ ແລະ ຟັງ​ວິ​ທະ​ຍຸລາວ ຈະ​ເປັນ​ກຸ່ມ​ທີ່​ເຮັດ​ວຽກ​ເປັນ​ຣັ​ຖ​ຖະ​ກອນ ເຊິ່ງ​ສ່ວນ​ຫຼາຍ​ເຂົາ​ເຈົ້າ​ຈະ​ຟັງ​ວິ​ທະ​ຍຸ​ໃນ​ເວ​ລາ​ຢູ່​ໃນ​ຣົ​ຖ ຫຼື ໃນ​ເວ​ລາ​ທີ່ຂັບຣົ​ຖ​ໄປ​ເຮັດ​ວຽກ.

ເຈົ້າ​ໜ້າ​ທີ່​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ອີກ​ທ່ານ​ນຶ່ງ ໄດ້​​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ​ວ່າ:

" ກະ ​ຖື​ວ່າ​ຫຼາຍ​ຄັນ​ທຽບ​ໃສ່​ເມື່ອ​ກ່ອນ ທຽບ​ໃສ່​ເມື່ອ​ກ່ອນ​ກະ​ຫຼາຍ​ກະ​ຖື​ວ່າ ມັນ​ກະ​ເປັນ​ຂໍ້​ມູນ​ທີ່​ດີ​ລະ​ກະ ກະ​ດີ​ທີ່​ວ່າ ພາກ​ຣັ​ຖ​ເພິ່ນ​ກະ​ຮັບ​ຟັງ​ຫັ້ນ​ນ່າ ກະ​ດີ​ເນາະ."

ສິ່ງ​ທີ່​ຫຼໍ້​ແຫຼມ​ຈາກ​ການ​ໃຊ້​ສື່​ສັງ​ຄົມ​ອອນລາຍນ໌ ກໍ​ຄື ບາງ​ຄົນ​ກໍ​ສະ​ແດງ​ຄຳ​ຄິດ ຄຳ​ເຫັນ​ທີ່​ໄປ​ຣະ​ເມີດ​ສິດ​ທິ​ຂອງ​ຄົນ​ອື່ນ ເຊິ່ງ​ສິ່ງ​ດັ່ງ​ກ່າວມັນ​ກໍ​ເປັນ​ຜົ​ລ​ສະ​ທ້ອນ​ ໃຫ້​ແກ່​ຜູ້​ທີ່​ສະ​ແດງ​ຄຳ​ຄິດ​ເຫັນ.

ເຈົ້າ​ໜ້າ​ທີ່​ອົງ​ການ​ຈັດ​ຕັ້ງ ​ພາກ​ປະ​ຊາ​ສັງ​ຄົມ​ທ່ານ​ນີ້ ໄດ້​ກ່າວ​​ວ່າ:

“ເວ​ລາ​ຂະ​ເຈົ້າ ຄອມ​ເມັ້ນເຂົາ​ເຈົ້າ​ຄອມ​ເມັ້ນ​ແນວ​ໃດ ຄື​ເຮົາ​ຮູ້​ຫັ້​ນ​ເນາະ​ວ່າ ເຮົາ​ຢາກ​ຈະ ​ພັ​ທ​ນາ​ແນວ​ໃດ ຄື​ເຮົາ​ຮູ້​ຫັ້ນ​ລະ​ເນາະ ຄັນ​ເຮົາ​ຢາກ​ພັ​ທ​ນາ ຫຼືວ່າ ຢາກ​ປ່ຽນ​ແປງ ຮ້ວມ​ກັນ​ໄປ​ໃນ​ທາງ​ທີ່​ດີ ຫຼື​ວ່າ ມັນ​ສ້າງ​ສັນ​ຫັ້ນ​ນ່າ ກະ​ຖື​ວ່າ ໃຫ້​ມັນ​ຕອບ​ກົງ​ໄປ​ກົງ​ມາ​ກໍ​ດີ ແຕ່​ວ່າ ຢ່າ​ໃຫ້​ມັນ​ໄປ​ມີ​ຜົ​ລ​ກະ​ທົບ​ໄປ​ຣະ​ເມີດ​ສິ​ດ​ທິ​ຂອງ​ຜູ້​ອື່ນອີກ ຕົວ​ຢ່າງວ່າ ຄັນ​ເຈົ້າ​ບໍ່​ມີ​ຂໍ້​ມູນ​ອ້າງ​ອີງ ສົມ​ມຸດ​ວ່າ ຊິ​ໄປ​ກ່າວ​ຫາ​ຄົນ​ໃດ​ນຶ່ງ ຫຼື​ອົງ​ການ​ຈັດ​ຕັ້ງ​ໃດ​ນຶ່ງ​ແບບ​ລອຍໆເບາະ ເຮົາ​ຕ້ອງ​ມັນ​ເປັນ​ລັກ​ສະ​ນະ​ສ້າງ​ສັນ.”

ເຈົ້າ​ໜ້າ​ທີ່​ທ່ານນີ້ ຍັງ​ກ່າວ​ຕື່ມ​ອີກວ່າ:

“ການ​ເຮັດ​ຂ່າວໃຫ້​ດຶງ​ດູດ​ຄົນ​ອ່ານ​ ບໍ່​ແມ່ນ​ຊິ​ໄປ​ຂຽນ 5 ໜ້າ ລະ​ໃຫ້​ຂະ​ເຈົ້າ​ໄປ​ອ່ານ​ແບບນີ້​ ໄວ​ລຸ້ນບອກວ່າ​ຕົກ​ເທຼນ​ໄປ​ແລ້ວ ຄື​ເຮົາ​ບໍ່​ໄດ້​ອ່ານ​ໜັງ​ສື​ພິມ ໃຫ້​ຂ່າວ​ຫັ້ນ​ຊິ​ໃຫ້​ແນວ​ໃດ ໃຫ້​ປະ​ຊາ​ຊົນ​ມີ​ປະ​ໂຫຍດ ບໍ່​ແມ່​ນ​ໃຫ້​ຂ່າວ​ວ່າ ​ຜູ້ນີ້​ເລື່ອນ​ຊັ້ນ​ຫັ້ນ​ນ່າ ອອກ​ເບັ້ຽບຳ​ນານ​ເບາະ ແບບ​ຕ່າງໆ​ແບບນີ້ ສຳ​ຄັນ​ວ່າ ຄົນ​ຢາກ​ຮູ້​ເຣື່ອງ ຈຸດ​ໃດ​ແດ່​ມັນ​ມີ​ຄວາມ​ອັນ​ຕ​ລາຍ ບ່ອນ​ໃດ​ແດ່​ເຂົາ​ເຈົ້າ​ດຶງ​ກະ​ເປົ໋າ​ກັນ ຈຸດ​ໃດ​ແດ່​ມັນ​ມີ​ຄົນ​ຂີ້​ລັກ ມີ​ບັນ​ຫາ​ຄະ​ດີຫຍັງ​ຫຼາຍ.”

ແຕ່​ໃນ​ແງ່​ມຸມ​ຂອງ​ຜູ້​ທີ່​ເຮັດ​ວຽກ​ຢູ່​ໃນ​ສື່​ກະ​ແສ​ຫຼັກ ກໍ​ຄືວ່າ ຈະ​ຕ້ອງ​ມີ​ການກວດ​ສອບ ​ແຫຼ່ງ​ທີ່​ມາ​ຂອງ​ຂໍ້​ມູນ​ໃຫ້​ຖືກ​ຕ້ອງ​ ກ່ອນ​ທີ່​ຈະ​ມີ​ການ​ເຜີຍ​ແຜ່​ອອກ​ມາ ເພື່ອ​ປ້ອງ​ກັນ​ຄວາ​ຜິດ​ພາດ.

ປັດ​ຈຸ​ບັນ ເຈົ້າ​ໜ້າ​ທີ່​ພາກ​ຣັ​ຖ​ ກໍ​ເຣີ່ມ​ຮັບ​ຟັງ​ຈາກ​ຜູ້​ທີ່​ສະ​ແດງ​ຄຳ​ຄິດ​ເຫັນ​ ຢູ່​ໃນ​ສື່​ສັງ​ຄົມ​ອອນລາຍນ໌ຫຼາຍ​ຂຶ້ນ ແຕ່ ມັນ​ກໍ​ຂຶ້ນ​ກັບຜູ້​ສະ​ແດງ​ຄຳ​ຄິດ ກໍ​ຕ້ອງ​ມີ​ຂໍ້​ມູນ​ໃຫ້​ໜັກ​ແໜ້ນ​ກ່ອນ ​ທີ່​ຈະ​ໄປ​ກ່າວ​ຫາ​ບຸກ​ຄົນ​ໃດ​ນຶ່ງ.

ນັກ​ຂ່າວ​​ລາວ ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ​ວ່າ:

" ປັດ ​ຈຸ​ບັນຣັ​ຖ​ບານ​ໃຫ້​ຄວາມ​ສຳ​ຄັນ​ກ່ຽວ​ກັບການ​ໃຫ້​ຂໍ້​ມູນ​ຂ່າວ​ສານ ຍ້ອນ​ວ່າ ວ່າ ມີ​ຂ່າວ​ປອມ​ຫຼາຍ. ສ່ວນ​ວ່າ ການ​ຂຽນ​ຂ່າວ​ແບບ​ວິ​ພາກວິ​ຈານ ກໍ​ຕ້ອງ​ເປັນ​ແບບ​ສ້າງ​ສັນ ແລະ ໃຫ້​ເປັນ​ສິ່ງ​ທີ່ຍອມ​ຮັບ​ໄດ້."

ນັກ​ຂ່າວ​ລາວ​ອີກ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸເອ​ເຊັຽເສ​ຣີ ວ່າ:

" Social Media ເວົ້າ​ບັນ​ຫາ​ທີ່​ໃກ້​ຕົວ ແລະ ເປັນ​ສິ່ງ​ທີ່​ຄົນ​ລາວ​ຢາກ​ຮູ້ ໂດຍບໍ່​ຄຳ​ນຶ່ງ​ຂໍ້​ມູນ​ທີ່​ເປັນ​ຈິງ​ແທ້ບໍ ສື່​ຫຼັກ​ມີ​ເນື້ອ​ໃນແຂງ​ກະ​ດ້າງບໍ່​ດຶງ​ດູດ ແລະ ກ່ຽວ​ພັນ​ກັບ​ຊີ​ວິດ​ຂອງ​ເຂົາ​ເຈົ້າ [ໝາຍ​ເຖິງ​ປະ​ຊາ​ຊົນ] ແລະ ເນື້ອ​ຫາ​ສ່ວນ​ຫຼາຍເປັນ​ຂ່າວ​ພິ​ທີ​ການ."

ນັກ​ຂ່າວ​ທ່ານນີ້ ຍັງ​ກ່າວ​ຕື່ມ​ອີກວ່າ:

" ແນວ ​ໂນມ​ຂອງ​ຜູ້​ບໍ​ລິ​ໂພກຂ່າວ​ແມ່ນ​ຜ່ານ​ມື​ຖື ຂະ​ນະ​ດຽວ​ກັນ​ສື່ມວນ​ຊົນ​ຫຼັກ ບໍ່​ສາ​ມາດ​ປັບ​ໂຕ​ໄປ​ຕາມ​ການ​ປ່ຽນ​ແປງ​ຂອງ​ Technology ຈຶ່ງ​ເຮັດ​ໃຫ້ມີ​ຜູ້​ບໍ​ລິ​ໂພກ​ຂ່າວ​ສານຜ່ານ​ມາ Social Media."

ຣັ​ຖ​ບານ​ລາວ ໄດ້​ອອກ​ດຳ​ລັດ​ວ່າ​ດ້ວຍ ການ​ຄຸ້ມ​ຄອງຂໍ້​ມູນ​ຂ່າວ​ສານ​ຜ່ານ​ອິນເຕີ້ຣ໌​ເນັດ 2 ຄັ້ງ ຄື ໃນ​ປີ 2014 ແລະ ປີ 2016. ດຳ​ຣັຖ​ດັ່ງ​ກ່າວ ໄດ້​ຣະ​ບຸ​ຂໍ້​ຫ້າມ​ກ່ຽວ​ຜູ້​ທີ່​ນຳ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍນ໌ ແລະ ລະ​ບຸ​ບົດ​ລົງ​ໂທດ.

ໃນປີ 2017, ສານປະຊາຊົນ ນະຄອນຫລວງວຽງຈັນ ຕັດສິນຈຳຄຸກ ນາງ ຫລອດຄຳ ທັມມະວົງ, ທ້າວ ສຸການ ໃຈທັດ, ແລະ ທ້າວ ສົມພອນ ພິມມະສອນ ເປັນເວລາ 12 ປີ, 16 ປີ, ແລະ 20 ປີ ຕາມລຳດັບໃນ​ຂໍ້​ຫາ​ວິ​ຈານ ​ຣັ​ຖ​ບານ​.

ໃນເດືອນພຶ​ສ​ຈິ​ກາ 2019 ທີ່​ຜ່ານ​ມາ, ສານ​ປະ​ຊາ​ຊົນແຂວງຈຳ​ປາ​ສັກ ໄດ້​ສັ່ງ​ຕັດ​ສິນ​ຈຳ​ຄຸກ ນາງ ຮວາຍເຮືອງ ໄຊຍະບູລີ ຫຼື ຍານາງ ໝວຍ ເປັນ​ເວ​ລາ 5 ປີ ໃນຂໍ້ຫາ ໂຄສະນາຕ້ານ ສປປ ລາວ.