ຣັຖມົນຕຣີຍຸຕິທັມຖືກຍ້າຍ ໜ້າທີ່
2014.08.22
ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ຍຸຕິທັມ ຂອງລາວ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ເມື່ອ ບໍ່ດົນມານີ້ ວ່າ ທ່ານ ຈະເລີນ ເຢັຽເປົາເຮີ ຣັຖມົນຕຣີ ກະຊວງ ຍຸຕິທັມ ຖືກຍ້າຍ ໄປ ເປັນ ຫົວໜ້າ ສະຖາບັນ ວິທຍາສາດ ສັງຄົມ ແຫ່ງຊາດ ແລ້ວ.
ເຈົ້າໜ້າທີ່ ກ່າວ ຕື່ມອີກວ່າ ສາເຫດ ຂອງ ການສັ່ງຍ້າຍ ນັ້ນ ຍັງບໍ່ທັນຮູ້ ເທື່ອວ່າ ເປັນຍ້ອນຫຍັງ ແທ້. ທ່ານ ຈະເລີນ ເລີ່ມໄປ ປະຈຳ ການ ຢູ່ ສະຖາບັນ ວິທຍາສາດ ສັງຄົມ ແຫ່ງຊາດ ຕັ້ງແຕ່ ຕົ້ນອາທິດ ນີ້ມາ.
ສ່ວນຜູ້ ທີ່ຈະມາ ຮັບຕໍາແຫ່ງ ຣັຖມົນຕຼີ ກະຊວງ ຍຸຕິທັມ ຄົນໃໝ່ນັ້ນ ແມ່ນທ່ານ ບຸນເກີດ ສັງສົມສັກ ຊຶ່ງ ປັດຈຸບັນ ເປັນຮອງ ຣັຖມົນຕຣີ ກະຊວງ ການ ຕ່າງປະເທດ ອີງຕາມ ການບອກ ເລົ່າ ຂອງ ເຈົ້າໜ້າທີ່. ຂ່າວທີ່ວ່ານີ້ ເປັນຂ່າວທີ່ ຍັງບໍ່ເປັນ ທາງການ ຊຶ່ງ ທາງການລາວ ຍັງບໍ່ໄດ້ ປະກາດ ການມອບຮັບ ຕໍາແໜ່ງກັນ ຢ່າງເປັນ ທາງການ ເທື່ອ.
ເຖິງຢ່າງໃດ ກໍຕາມ ໃນຕົ້ນປີ ທີ່ ຜ່ານມາ ກໍມີການ ຍ້າຍ ທ່ານ ພູເພັດ ຄຳພູນວົງ ຣັຖມົນຕຣີ ກະຊວງ ການເງິນ ເຂົ້າໄປຢູ່ ຫ້ອງວ່າການ ຣັຖບານ, ທ່ານ ສົມມາດ ພົນເສນາ ຣັຖມົນຕຣີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນ ຣັຖມົນຕຣີ ປະຈຳຢູ່ ຫ້ອງວ່າການ ຣັຖບານ ແລະ ທ່ານ ນາມ ວິຍະເກດ ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າ ໃຫ້ໄປເປັນ ເຈົ້າແຂວງ ອັດຕະປື.