ການກວດກາ ລຳແມ່ນ້ຳຂອງ ຮ່ວມກັນ 4 ປະເທດ ສິ້ນສຸດລົງແລ້ວ

ແມ່ນ້ຳຂອງ ບໍຣິເວນແຂວງສວັນນະເຂດ, ເດືອນພຶສຈິກາ ປີ 2021.
ແມ່ນ້ຳຂອງ ບໍຣິເວນແຂວງສວັນນະເຂດ, ເດືອນພຶສຈິກາ ປີ 2021. (RFA)

0:00 / 0:00

ການລາດຕະເວນ ຕາມລໍາແມ່ນໍ້າຂອງລະຫວ່າງ 4 ປະເທດ ລາວ, ໄທຍ, ພະ ມ້າ ແລະຈີນ ໄດ້ສໍາເລັດລົງແລ້ວໃນມື້ວັນທີ 26 ສິງຫານີ້ ໂດຍໃຊ້ເວລາລາດຕະເວນ ທັງໝົດ 4 ມື້ 3 ຄືນ ຮວມໄລຍະທາງລາດ​ຕະ​ເວນ 600 ກິໂລແມັດ. ການລາດຕະເວນຄັ້ງນີ້ ແມ່ນເນັ້ນໃສ່ ການກວດກາ ຄວາມສງົບຮຽບຮ້ອຍ ແລະອາສຍາກັມຕ່າງໆ ຕາມລໍາແມ່ນໍ້າຂອງ, ອີງຕາມການຣາຍງານ ຂອງວິທຍຸສາກົນ ແຫ່ງປະເທດຈີນ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາ ກະຊວງປ້ອງກັນຄວາມສງົບ ຂອງລາວ ແລະໜ່ວຍເຮືອຮັກສາຄວາມສງົບ ຕາມລໍາແມ່ນໍ້າຂອງ ຂອງໄທຍ ເພື່ອຂໍຮູ້ຣາຍລະອຽດ ກ່ຽວ​ກັບຜົລຂອງການລາດຕະເວນນັ້ນ ແຕ່ເຈົ້າໜ້າທີ່ ທີ່ໄດ້ເຂົ້າຮ່ວມລາດຕະເວນ ເວົ້າວ່າບໍ່ສະດວກ​ທີ່​ຈະໃຫ້​ຄຳ​ເຫັນໄດ້ເທື່ອ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ໄທຍທ່ານນຶ່ງ ທີ່ເຮັດວຽກກ່ຽວກັບ ການກວດກາ ຄວາມສງົບຮຽບຮ້ອຍ ແລະອາສຍາກັມ ຕາມລໍາແມ່ນໍ້າຂອງ ປະຈໍາແຂວງໜອງຄາຍ ປະເທດໄທຍ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ສິງຫານີ້ວ່າ ການລາດຕະເວນ ຕາມລໍາແມ່ນໍ້າຂອງ ລະຫວ່າງ 4 ປະເທດ ໃນເທື່ອນີ້ ຈະເປັນຜົລດີຕໍ່ວຽກງານ ການປາບປາມຢາເສບຕິດ ຕາມລໍາແມ່ນໍ້າຂອງ ເພາະຈະເຮັດໃຫ້ຂະບວນການ ລັກລອບຂົນສົ່ງຢາເສບຕິດ ປະເຊີນກັບຄວາມຫຍຸ້ງຍາກຂຶ້ນ ໃນການຫາຊ່ອງທາງ ຂົນສົ່ງຢາເສບຕິດ ຂ້າມຊາຍແດນ.

ດັ່ງທ່ານ ກ່າວວ່າ:

" ອາຈບໍ່ສະດວກ ອາຈຫຍຸ້ງຍາກຫລາຍຂຶ້ນ ເພາະວ່າທາງການລາວ ກໍເພີ່ມການປ້ອງກັນ ໃນລະດັບນຶ່ງເຊັ່ນດຽວກັນ. ການຂົນສົ່ງຢາເສບຕິດ ກໍຈະບໍ່ສະດວກຄືເກົ່າ. ເວົ້າງ່າຍໆວ່າ ມີການເຂັ້ມງວດຫລາຍກວ່າເກົ່າ ແຕ່ຄັນຖາມວ່າ ຍັງມີການລັກລອບຂົນສົ່ງ ຢາເສບຕິດຢູ່ບໍ ມັນກໍຍັງມີຢູ່ເລື້ອຍໆ. "

ເຈົ້າໜ້າທີ່ ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ທ່ານນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ການລາດຕະເວນ ຕາມລໍາແມ່ນໍ້າຂອງ ລະຫວ່າງ 4 ປະ ເທດຄັ້ງທີ 120 ນີ້ ສ່ວນໃຫຍ່ ກໍມີແຕ່ເຈົ້າໜ້າທີ່ລະດັບກະຊວງ ທີ່ກ່ຽວຂ້ອງ ແລະໜ່ວຍເຮືອຮັກສາຄວາມສງົບ ຕາມລໍາແມ່ນໍ້າຂອງເຂົ້າຮ່ວມ. ການລາດ ຕະເວນ ກວດກາຕາມລໍາແມ່ນໍ້າຂອງນີ້ ໄດ້ຈັດຕັ້ງປະຕິບັດມາ ເປັນເວລາດົນເຕີບແລ້ວ ກໍ​ເຮັດ​ບໍ່ໄດ້ຕາມແຜນ​ທີ່​ວາງໄວ້ ຍ້ອນຂາດຄວາມພ້ອມຫລາຍດ້ານ.

ດັ່​ງ​ທີ່​ທ່ານ ​ກ່າວ​ວ່າ:

" ອັນນີ້ເຮົາກໍບໍ່ຮູ້ເດ໋ ສ່ວນຫລາຍມັນ ມີແຕ່ແຜນກັບ ໂຄງການເນາະ ທີ່ວ່າວາງໄວ້ ແຕ່ວ່າໂຕຈິງກະບໍ່ຄ່ອຍໄດ້ໄປ ຖືກຊ່ວງນີ້ແດ່ຫັ້ນນ່າ. "

ກ່ຽວກັບການລາດຕະເວນ ຂອງເຈົ້າໜ້າທີ່ 4 ປະເທດ ທີ່ໄດ້ສໍາເລັດໄປ​ແລ້ວ​ນີ້ ​ປະ​ຊາ​ຊົນລາວ ທີ່ຕິດຕາມຂ່າວດັ່ງກ່າວ ກໍຍິນດີນໍາ ແຕ່ກໍເຫັນວ່າ ຍັງຕ້ອງໄດ້ ເພີ່ມຄວາມເຂັ້ມງວດຕື່ມ ໃນການປາບປາມຢາເສບຕິດ ຕາມລໍາແມ່ນໍ້າຂອງ ແລະກໍຢາກສເນີໃຫ້ ເພີ່ມມາດຕະການລົງໂທດ ຜູ້ກະທໍາຜິດໜັກຂຶ້ນ.

" ໂອ໋ ກະຢາກໃຫ້ເຂັ້ມງວດຕື່ມ. ຢາກໃຫ້ມັນລຶບລ້າງ ບໍ່ໃຫ້ມັນມີຫັ້ນນ່າ. ຢາເສບຕິດນີ້ນ່າ ຢາກໃຫ້ມີການລົງໂທດໜັກ ຈຸໃດຫລາຍແນວນີ້ ເປັນພັນເປັນລ້ານແນວນີ້ ກະຢາກໃຫ້ປະຫານຊີວິຕໆ ໄປເລີຍ. ເອົາໄວ້ແລ້ວເຂົາອອກມາ ແລ້ວເຂົາມີສາຂາເຂົາເນາະ ອອກມາເຂົາກະມີແກ້ງເຂົາເດ໋ເນາະ. "

ຊາວບ້ານ ຢູ່ແຂວງບໍ່ແກ້ວນາງນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ໃນໄລຍະຜ່ານມາ ກໍເຫັນຂ່າວເຈົ້າໜ້າທີ່ຕໍາຣວດ ຈັບພໍ່ຄ້າຢາເສບຕິດ ລາຍໃຫຍ່ໄດ້ຢູ່ເລື້ອຍໆ ​ແລະ​ກໍຍຶດຢາເສບຕິດໄດ້ ຄັ້ງລະຫລາຍລ້ານເມັດ ຊຶ່ງເຊື່ອວ່າ ນຳ​ມາ​ຈາກເຂດ ສາມຫລ່ຽມຄໍາ ເຮັດໃຫ້ມີການກວດກາ ຢາເສບຕິດຢ່າງເຂັ້ມງວດ ຫລາຍຂຶ້ນ.

" ເຂົາເຈົ້າກະຈັບກັນຫລາຍຢູ່. ຂ້າມມາແຕ່ໃນເຂດພຸ້ນລະມາ, ເພິ່ນກໍເຂັ້ມງວດ ກວດຕາມໜ້າທີ່ ກວດຕາມເວນຍາມ ຂອງເພິ່ນແຫລະ ຜູ້ໃດຊິໄປຊິມາ ເພິ່ນກໍເບິ່ງບັດເບິ່ງໜ້າແລ້ວກໍ໋. "

ໃນຂະນະດຽວກັນ ປະ​ຊາ​ຊົນຜູ້ນຶ່ງ ທີ່ມັກຂັບຣົຖເຂົ້າ-ອອກ ແຂວງບໍ່ແກ້ວ ກໍເວົ້າ ຕໍ່ວິທຍຸເອເຊັຽເສຣີ​ໃນື້​ວັນ​ທີ 30 ສິງ​ຫາ​ນີ້ວ່າ ທາງເຈົ້າໜ້າທີ່ ປ້ອງກັນຄວາມສງົບ ໄດ້ຕັ້ງດ່ານກວດກາ ຢູ່ຕາມເສັ້ນທາງສາຍຫລັກໃນແຂວງບໍ່ແກ້ວ ເພື່ອສະ ກັດກັ້ນຂະບວນການຂົນສົ່ງ ຢາເສບຕິດ, ກວດກາຣົຖ ທີ່ແລ່ນຜ່ານໄປ-ມາ ເພື່ອຊອກຄົ້ນຫາ ຢາເສບຕິດ ຊຶ່ງສະແດງໃຫ້ເຫັນວ່າ ຢູ່ພາຍໃນແຂວງບໍ່ແກ້ວນີ້ ມີການກວດກາ ຢາເສບຕິດ ເຂັ້ມງວດຂຶ້ນ.

" ໂອ໋ ມີຫລາຍໆ ກໍມີ ປະມານ 2 ດ່ານ 3 ດ່ານ ແລ້ວເຂົາ ກະກວດທຸກບ່ອນ ກະມີດ່ານນຶ່ງເຂົາຈະເຊັກຣົຖເຮົາທຸກຖ້ຽວ ທຸກມື້ເຂົາກໍຈະກວດທຸກບ່ອນ ຖືວ່າເອົາມາ ຖືວ່າບໍ່ໄດ້ເລີຍ. "

ສໍາລັບການລາດຕະເວນ ຕາມລໍາແມ່ນໍ້າຂອງ ລະຫວ່າງ 4 ປະເທດທີ່​ວ່າ​ນັ້ນ ມີກໍາປັ່ນ 5 ລໍາ. ໃນນັ້ນເປັນຂອງຈີນ 3 ລໍາ. ​ແຕ່​ຕົ້ນເດືອນສິງຫາມານີ້ ສາມາດຈັບຂະ​ບວນຄ້າຢາເສບຕິດ ຢູ່ຕາມລໍາແມ່ນໍ້າຂອງໄດ້ 33 ​ກໍ​ຣະ​ນີ ແລະ ຍຶດຢາເສບຕິດ ປະເພດຕ່າງໆ ໄດ້ທັງໝົດ 6.75 ຕັນ, ອີງຕາມການຣາຍງານ ຂອງວິທຍຸສາກົນ ແຫ່ງປະເທດຈີນ.

ກ່ອນໜ້ານີ້ ຄືໃນມື້ວັນທີ 4 ກຸມພາ​ທີ່​ຜ່ານ​ມາ ກອງບັນຊາການ ປ້ອງກັນປະເທດ ແຂວງບໍ່ແກ້ວ ແລະກອງກໍາລັງຜາເມືອງ ແຂວງຊຽງຮາຍ ທີ່ຂຶ້ນກັບໜ່ວຍງານ ຮັກສາຄວາມໝັ້ນຄົງ ຂອງໄທຍ ກໍໄດ້ຮ່ວມກັນລາດຕະເວນ ຕາມລໍາແມ່ນໍ້າຂອງ ຊຶ້ງເປັນການລາດຕະເວນ ຮ່ວມກັນຄັ້ງທໍາອິດ ລະຫວ່າງແຂວງບໍ່ແກ້ວ ແລະ ແຂວງຊຽງຮາຍ ແລະຈະສືບຕໍ່ລາດຕະເວນ ຮ່ວມກັນໄປອີກເລື້ອຍໆ.