ບັນດາເຄືອຍາດ ອະດີດຜູ້ນຳພັກ ຮ່ວມຄະນະຣັຖບານ ຊຸດໃໝ່
2021.03.24

ຄະນະຣັຖບານລາວຊຸດໃໝ່ ທີ່ຫາກໍ່ຮັບຮອງ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ 9 ໃນມື້ວັນທີ 22 ມີນາ ທີ່ຜ່ານມານີ້, ປະກົດວ່າ ຫຼາຍຄົນຍັງເປັນລູກ ຫຼືເຄືອຍາດ ທີ່ສືບເຊື້ອສາຍ ມາຈາກອະດີດນັກການເມືອງ ແລະ ຜູ້ນຳ ຂອງພັກປະຊາຊົນປະຕິວັດລາວ ໃນສມັຍກ່ອນ ທີ່ເຄີຍມີບົດບາດ ໃນການບໍຣິຫານປະເທດ.
ຣັຖມົນຕຣີບາງຄົນ ທີ່ຢູ່ໃນຣັຖບານຊຸດໃໝ່ ທີ່ສືບເຊື້ອສາຍ ມາຈາກອະດີດນັກການເມືອງຮຸ່ນເກົ່າ ແລະ ຜູ້ນຳ ຂອງພັກ ມີຫຼາຍທ່ານ ເຊັ່ນ:
ທ່ານ ສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີກະຊວງແຜນການ ແລະ ການລົງທຶນ; ທ່ານ ວຽງສະຫວັດ ສີພັນດອນ, ຣັຖມົນຕຣີກະຊວງໂຍທາທິການ ແລະ ຂົນສົ່ງ; ຍານາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ທີ່ເປັນລູກ ຂອງທ່ານ ຄຳໄຕ ສີພັນດອນ, ອະດີດປະທານປະເທດ ຄົນທີ 4; ແລະ ທ່ານ ຄຳແພງ ໄຊສົມແພງ, ຣັຖມົນຕຣີກະຊວງອຸດສາຫະກັມ ແລະ ການຄ້າ, ເຊິ່ງເປັນລູກຊາຍ ຂອງທ່ານ ໄມສຸກ ໄຊສົມແພງ, ອະດີດຣັຖມົນຕຣີກະຊວງອຸດສາຫະກັມ, ການຄ້າ, ປ່າໄມ້ ແລະ ຫັຖກັມ ແລະ ປະທານສູນກາງ ແນວລາວສ້າງຊາດ ແລະ ທັງເປັນລູກເຂີຍ ຂອງທ່ານ ຄຳໄຕ ສີພັນດອນ ນຳດ້ວຍ.
ນອກຈາກນັ້ນ, ຍັງມີທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແລະ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງ ແຂວງສວັນນະເຂດ ທັງເປັນລູກເຂີຍ ຂອງທ່ານ ຄຳໄຕ ສີພັນດອນ ແລະ ລູກຊາຍ ຂອງທ່ານ ໄກສອນ ພົມວິຫານ, ອະດີດປະທານປະເທດລາວ ຄົນທີ 2.
ມີຍານາງ ໃບຄຳ ຂັດຕິຍະ, ຣັຖມົນຕຣີກະຊວງແຮງງານ ແລະ ສວັດດີການສັງຄົມ, ເຊິ່ງເປັນລູກສາວ ຂອງທ່ານ ອຸດົມ ຂັດຕິຍະ, ອະດີດຮອງປະທານປະເທດ.
ຍານາງ ສວນສະຫວັນ ວິຍະເກດ, ຣັຖມົນຕຣີກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ, ເຊິ່ງເປັນລູກສາວ ຂອງທ່ານ ພົລໂທ ສະໝານ ວິຍະເກດ, ອະດີດປະທານສະພາປະຊາຊົນສູງສຸດ ແລະ ສະພາແຫ່ງຊາດລາວ.
ຍານາງ ບຸນຄຳ ວິລະຈິດ, ຣັຖມົນຕຣີກະຊວງຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ທີ່ເປັນລູກສາວ ຂອງທ່ານ ບຸນຍັງ ວໍລະຈິດ, ອະດີດປະທານປະເທດ ທີ່ຫາກໍ່ອຳລາຕຳແໜ່ງໄປ.
ຍານາງ ປານີ ຢ່າທໍ່ຕູ້, ຮອງປະທານປະເທດ ເປັນລູກສາວ ຂອງທ່ານ ທໍ່ຕູ້ ຢ່າໄຊຈູ, ຜູ້ທີ່ຖືກຂນານນາມວ່າ ເປັນວິຣະຊົນ ຍ້ອນວ່າ ເສັຽຊີວິຕໃນເວລາສູ້ຣົບ.
ທ່ານ ສະເຫຼີມໄຊ ກົມມະສິດ, ຣັຖມົນຕຣີກະຊວງການຕ່າງປະເທດ ແລະ ທ່ານ ມະໄລທອງ ກົມມະສິດ, ປະທານອົງການກວດສອບແຫ່ງຣັຖ ເປັນລູກ ຂອງທ່ານນາຍພົລ ທອງໄຫຼ ກົມມະສິດ, ອະດີດເຈົ້າໜ້າທີ່ທະຫານຣະດັບສູງ ຂອງກະຊວງປ້ອງກັນປະເທດ. ນອກຈາກນີ້, ທ່ານ ມະໄລທອງ ກົມມະສິດ, ກໍຍັງເປັນລູກເຂີຍ ຂອງທ່ານ ຄຳໄຕ ສີພັນດອນ, ອະດີດປະທານປະເທດລາວ.
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ສະແດງຄວາມເຫັນວ່າ ການສືບທອດອຳນາດທາງການເມືອງ ຜ່ານເຄືອຍາດນັ້ນ, ກໍເປັນເຣື່ອງປົກກະຕິ ຂອງຣັຖບານແຕ່ລະຊຸດ, ເຊິ່ງທີ່ຜ່ານມາ ກໍມັກມີຜູ້ສືບເຊື້ອສາຍ ຂອງອະດີດຜູ້ນຳ ແລະ ນັກການເມືອງຮຸ່ນເກົ່າ. ດັ່ງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ມີນາ ນີ້ວ່າ:
“ຢູ່ໃນພັກ ທີ່ມີຄວາມເຊື່ອມຊຶມ ມີຄວາມເຈົ້າໃຈ ຕໍ່ພັກຫັ້ນແຫຼະ ກະເອົາຕາມຫັ້ນ. ກະມີສ່ວນຫຼາຍ ກະມີຢູ່ໃນຫັ້ນແຫຼະ. ມີທ່ານ ຄຳໄຕ ແນ່, ລູກທ່ານ ໄກສອນ, ລູກທ່ານ ສະໝານ ວິຍະເກດ, ຮັກສາມູນເຊື້ອຂອງພໍ່ ທີ່ເຮັດມາ.”
ທ່ານກ່າວຕື່ມວ່າ ການສືບທອດເຊື້ອສາຍ ທາງການເມືອງນີ້, ຄັນຄະນະຣັຖບານຮຸ່ນລູກ ສືບຕໍ່ສ້າງສັນຜົລງານທີ່ດີ ແບບທີ່ຮຸ່ນພໍ່ເຄີຍເຮັດໄວ້ ກໍຈະສົ່ງຜົລດີ ຕໍ່ການພັທນາ ຂອງປະເທດ, ແຕ່ໃນທາງກົງກັນຂ້າມ ຫາກມີແນວຄິດທີ່ບໍ່ດີ ກໍຈະບໍ່ມີຫຍັງປ່ຽນແປງຫຼາຍ.
“ລູກຜູ້ນຳເກົ່ານີ້, ມັນຈະມີຜົລດີ ຖ້າເຮົາເຮັດໄປຕາມຣະບຽບ ເຮັດໄປຕາມກົດໝາຍຫັ້ນນ່າ. ກະຕັນຍູ ຕໍ່ພໍ່ຕໍ່ແມ່, ພໍ່ແມ່ສ້າງຄຸນງາມຄວາມດີມາແລ້ວ ລູກເປັນຜູ້ສືບທອດ ມັນກະໄດ້ດີ, ແຕ່ວ່າ ຖ້າຫາກລູກຂຶ້ນມາ ແລ້ວຄິດຕ່າງພໍ່ຕ່າງແມ່ນີ້, ແຜນມັນກະຊິບໍ່ສຳເຣັດຫັ້ນແລ້ວ.”
ນັກວິຊາການລາວ ທ່ານນຶ່ງ ສະແດງຄວາມເຫັນຕໍ່ເຣື່ອງນີ້ຕື່ມວ່າ ການສືບທອດເຊື້ອສາຍທາງການເມືອງ ເປັນສິ່ງທີ່ເຮັດມາຕັ້ງແຕ່ດົນແລ້ວ.
“ກະຄືເຮົາຮູ້ກັນຫັ້ນແຫຼະ ເສັ້ນສາຍເຊື້ອສາຍ. ຖ້າເປັນການແຂ່ງຂັນກັນ ເອົາຜົລງານກັນແທ້ໆ ມີການສອບຜ່ານກັນທຸກຄັ້ງ ເຮົາກະຈັ່ງວ່າກັນອີກ. ຂອງອົງການຈັດຕັ້ງພັກ-ຣັຖ ເຮົາ ມັນຕ້ອງມີເສັ້ນມີສາຍ ວ່າຊັ້ນໄປ. ຄວາມສາມາດ ມີຈິງບໍ່ ຫຼືບໍ່ ເຮົາກະບໍ່ຮູ້.”
ທາງດ້ານທ່ານ ອະດິສອນ ເສມແຍ້ມ, ນັກຊ່ຽວຊານ ດ້ານປະເທດລາວ ປະຈຳສະຖາບັນເອເຊັຽສຶກສາ ທີ່ຂຶ້ນກັບຈຸລາລົງກອນ ມະຫາວິທຍາລັຍ ປະເທດໄທຍ ກ່າວວ່າ ການສືບທອດເຊື້ອສາຍທາງການເມືອງໃນລາວ ເປັນສິ່ງທີ່ເຮັດມາຕັ້ງແຕ່ສມັຍຣາຊອານາຈັກລາວແລ້ວ, ເຊິ່ງອາສັຍຣະບົບເຄືອຍາດ ພີ່ນ້ອງ ຂອງສະມາຊິກພັກ ທີ່ມີຄວາມສາມາດ ຈຶ່ງເປັນສິ່ງທີ່ບໍ່ໜ້າແປກໃຈຫຼາຍ.
ທ່ານວ່າ: “ຂອງລາວນີ້ ມັນມີລັກສະນະເຄືອຍາດ ຫຼືເຣື່ອງການສືບ ທາງດ້ານສາຍເລືອດ ຂ້ອນຂ້າງຈະແຈ້ງກວ່າ ວຽດນາມ ຫຼື ຈີນ. ສ່ວນໃຫຍ່ແລ້ວ, ຈະເປັນການສືບທອດຈາກສະມາຊິກພັກ ທີ່ມີຄວາມສາມາດ, ເຊິ່ງເປັນມາຕັ້ງແຕ່ສມັຍຣາຊອານາຈັກ. ມັນຈະມີເຣື່ອງເຄືອຍາດ ຫຼືພີ່ນ້ອງ, ເຊິ່ງເປັນເຣື່ອງວັທນະທັມ ຂອງລາວ.”
ພາຍຫຼັງຈາກມີການຮັບຮອງຕຳແໜ່ງຕ່າງໆ ຂອງຄະນະຣັຖບານຊຸດໃໝ່, ຊາວລາວທ່ານນຶ່ງ ຄາດຫວັງວ່າ ທ່ານ ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີຜູ້ໃໝ່ ຈະປາບປາມຫຼາຍບັນຫາ ໃນປະເທດ, ໂດຍສະເພາະການສໍ້ຣາສບັງຫຼວງ ແລະ ການລັກລອບ ຕັດໄມ້ທຳລາຍປ່າ ຕາມທີ່ທ່ານເຄີຍໄດ້ສເນີ ໃຫ້ແກ້ບັນຫາດັ່ງກ່າວ ໃນແຕ່ກ່ອນ.
“ເຣື່ອງການປາບປາມຢາເສບຕິດບໍ່, ສໍ້ຣາສບັງຫຼວງບໍ່, ຕັດໝອກຕັດໄມ້ບໍ່ ອັນນີ້ກະເຫັນວ່າຊິເປັນໄປໄດ້ຢູ່ອັນນີ້ ເພາະວ່າຄື ພັນຄຳ ນີ້ ລາວກະເຄີຍເວົ້າເດ. ເມື່ອມາເປັນນາຍົກນີ້ ບໍ່ປະຕິບັດນີ້ ມັນບໍ່ເປັນໄດ໋, ຫັ້ນນ່າ. ນີ້ກໍຈະເປັນໄປຕາມເພິ່ນເວົ້າຫັ້ນແຫຼະ, ອັນນີ້.”
ສຳລັບ 5 ໜ້າວຽກຫຼັກ ທີ່ທ່ານ ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີຄົນໃໝ່ ໄດ້ກຳນົດຢູ່ໃນກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ 9 ເມື່ອວັນທີ 22 ມີນາ ທີ່ຜ່ານມາ ໄດ້ແກ່: 1, ຮັກສາສະຖຽນລະພາບ ທາງການເມືອງ ແລະ ຮັກສາຄວາມສງົບປອດພັຍ 2, ສືບຕໍ່ເພີ່ມທະວີ ຄຸ້ມຄອງເສຖກິຈມະຫາພາກ ລວມທັງປະຕິຮູບ ຣະບົບການເງິນ ແລະ ງົບປະມານ ຂອງຣັຖ 3, ສືບຕໍ່ປັບປຸງກົລໄກຄຸ້ມຄອງ ຂອງຣັຖ 4, ສືບຕໍ່ເອົາໃຈໃສ່ ບັນດາປັດຈັຍ ເພື່ອບັນລຸເປົ້າໝາຍພັທນາແບບຍືນຍົງ ແລະ 5, ສືບຕໍ່ຍຶດໝັ້ນ ແລະ ປະຕິບັດແນວທາງ ການຕ່າງປະເທດ, ສັນຕິພາບ, ມິຕພາບ ຂອງພັກ.