ປະຊາຊົນຮຽກຮ້ອງໃຫ້ ສະພາ ແກ້ບັນຫາ ທີ່ດິນ

ພາຍໃນຫ້ອງປະຊຸມ ສະພາແຫ່ງຊາດ
ພາຍໃນຫ້ອງປະຊຸມ ສະພາແຫ່ງຊາດ (Screen captured LNTV)

0:00 / 0:00

ປະຊາຊົນ ເມືອງມະຫາໄຊ ແຂວງຄຳມ່ວນ ຢາກໃຫ້ສະພາແຫ່ງຊາດ ເຂົ້າມາແກ້ໄຂ ເລື້ອງຄ່າຊົດເຊີຍ ທີ່ດິນ ຂອງຂະເຈົ້າ ໂດຍສະເພາະ ຜູ້ທີ່ເສັຍທີ່ດິນ ໃຫ້ໂຄງການພັທນາ ອຸດສາຫະກັມ. ດັ່ງຊາວເມືອງ ມະຫາໄຊ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີວ່າ:

"ປະຊາຊົນເຂົາເຈົ້າກໍຮ້ອງທຸກຢູ່ແລ້ວ ດິນໜຽວທີ່ຂະເຈົ້າ ເອົາໄປກ່ອນຍັງບໍ່ຊົດເຊີຍ ນີ້ນາກໍປະຊາຊົນຍັງຮັບເອົາ ບໍ່ທັນໄດ້ເນາະ ນາເຮັດ ທົດແທນໃຫ້ນີ້ ກັບໂຮງຮຽນ ທາງຄັນຢາກໄດ້ ໂຮງຮຽນ ກັບທາງນີ້ໄປກ່ອນ ກັບທີ່ນາ ປະຊາຊົນນີ້ ທີ່ທຳຢູ່ ທຳກິນຂະເຈົ້າ`.

ນາງ ກ່າວຕື່ມອີກວ່າ ປະຊາຊົນຈຳນວນນຶ່ງ ຍັງບໍ່ຮູ້ວ່າ ສະພາແຫ່ງຊາດເປີດໃຫ້ ປະຊາຊົນສະເໜີບັນຫາໄດ້ ແລະ ບໍ່ຮູ້ວ່າ ສະພາແຫ່ງຊາດ ມີສາຍດ່ວນ ໃຫ້ປະຊາຊົນ ໂທເຂົ້າໄປສະເໜີບັນຫາ. ກ່ຽວກັບກອງປະຊຸມ ສະພາທຸກໆຄັ້ງ ໄດ້ມີການເປີດສາຍດ່ວນ ໝາຍເລກ 156 ໃຫ້ ປະຊາຊົນ ສາມາດເຂົ້າໄປສະເໜີບັນຫາ, ເຈົ້າໜ້າທີ່ ສະພາແຂວງຄຳມ່ວນ ໄດ້ກ່າວວ່າ:

"ອັນນີ້ກະບໍ່ວ່າ ເຮົາບໍ່ໄດ້ສົ່ງໄປເນາະເຈົ້າ ມີແຕ່ເພິ່ນເປີດສາຍດ່ວນ ໃຫ້ປະຊາຊົນສາມາດໂທໄດ້ທົ່ວປະເທດ ແຕ່ວ່າສະເພາະ ແມ່ນກອງປະ ຊຸມນີ້ເພິ່ນເປີດ ເອກກະພາບໃຫ້ທົ່ວປະເທດເລີຍ ສາມາດໂທເຂົ້າໄດ້ເລີຍ".

ກອງປະຊຸມສະພາແຫ່ງຊາດ ຄັ້ງນີ້ ແມ່ນເລີ້ມແຕ່ວັນທີ 25 ເມສາ ຫາ ວັນທີ 18 ພຶສພາ ໂດຍຈະມີການ ອະພິປາຍກ່ຽວກັບເສຖກິດ, ການເງິນ, ກົດໝາຍ ແລະ ວຽກງານ ຕຸລາການ.