ເຈົ້າແຂວງຫຼວງພຣະບາງ ຄົນໃໝ່
2015.08.07
ກອງປະຊຸມໃຫຽ່ ຄັ້ງທີ 7 ຂອງ ອົງ ຄນະພັກ ແຂວງ ຫຼວງພຣະບາງ ສໍາເຣັດລົງ ໃນ ວັນທີ 6 ສິງຫາ ທີ່ ຜ່ານມາ, ແລະ ມີການ ປະກາດ ຊື່ ເຈົ້າແຂວງ ຄົນໃໝ່ ຄື ທ່ານ ຄໍາຂັນ ຈັນທະວີສຸກ ແທນ ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງ ຄົນເກົ່າ ທີ່ ຖືກຍ້າຍ ໄປຮັບ ຕໍາແໜ່ງ ຣັຖມົນຕຣີ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ.
ເຈົ້າໜ້າທີ່ ທີ່ ເຂົ້າຮ່ວມ ກອງປະຊຸມ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ, ກອງປະຊຸມ ດັ່ງກ່າວ ດໍາເນີນໄປ ແບບ ພິທີການ ເທົ່ານັ້ນ ແລະ ບໍ່ໄດ້ມີ ການຍົກ ບັນຫາ ທີ່ ພົ້ນເດັ່ນ ຫຍັງຂຶ້ນມາ ປຶກສາ ຫາລື ກັນ, ສ່ວນຫຼາຍ ຈະແມ່ນ ມີພຽງ ການ ຣາຍງານ ຈຸດດີ ແລະ ຈຸດອ່ອນ. ຄື ດັ່ງທີ່ ປະຕິບັດ ກັນມາ.
ນອກຈາກນີ້ ທີ່ ປະຊຸມ ຍັງຣະດົມ ໃຫ້ ພະນັກງານ ສະມາຊິກ ພັກ ເປັນ ແບບຢ່າງ, ເອົາໃຈໃສ່ ສະກັດກັ້ນ ການສໍ້ຣາສ ບັງຫລວງ, ເຣື້ອງການ ສໍາປະທານ ບໍຣິເວນ ອ້ອມຮອບ ຕາດ ກວາງຊີ ທີ່ ປະຊຸມ ເວົ້າວ່າ, ບໍ່ມີຄວາມ ເປັນຈິງ ເປັນ ພຽງ ແຜນງານ ເທົ່ານັ້ນ.
ກອງປະຊຸມ ດໍາເນີນ ໄປແຕ່ ວັນທີ 4-6 ສິງຫາ ນັ້ນ ຍັງໄດ້ ແຕ່ງຕັ້ງ ຮອງ ເຈົ້າແຂວງ ຊຸດໃໝ່ ຄື ທ່ານ ສາຍສະໝອນ ຄົມທະວົງ ເປັນຮອງ ຜູ້ທີ 1, ແລະ ທ່ານ ບົວຄົງ ນາມມະວົງ ເປັນຮອງ ຜູ້ທີ 2.
ກ່ອນໜ້ານີ້ ກອງປະຊຸມ ໃຫຽ່ ຂອງ ອົງຄນະ ພັກ ແຂວງ ຫຼວງພຣະບາງ ມີກໍານົດ ຈະຈັດຂຶ້ນ ໃນ ເດືອນ ມິຖຸນາ ແຕ່ກໍຖືກ ເລື່ອນມາ ຈັດ ໃນເດືອນ ສິງຫາ ຍ້ອນມີ ບັນຫາ ຫຼາຍ ຢ່າງຢູ່ ພາຍ ຄນະນໍາ ຂອງແຂວງ ຮວມທັງ ເຣື້ອງການ ໃຫ້ ສໍາປະທານ ທີ່ດິນ ແກ່ ນັກລົງທຶນ ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ຜູ້ທີ່ເຂົ້າ ຮ່ວມ ກອງ ປະຊຸມ.
ບັນຫາ ທີ່ ພົ້ນເດັ່ນ ຢູ່ແຂວງ ຫຼວງພຣະບາງ ກໍມີ ຮວມທັງ ບັນຫາ ສໍາປະທານ ບໍລິເວນ ອ້ອມຮອບ ຕາດ ກວາງຊີ ແກ່ນັກ ລົງທຶນ ຈີນ ແລະ ການຈັບ ນາງ ຈັນທະພອນ ຜູ້ທີ່ເອົາ ຂໍ້ຕົກລົງ ຂອງ ເຈົ້າແຂວງ ໄປເຜີຍແພ່ ຢູ່ ທາງ ເຟສບຸກ.