ມາຟັງນໍາກັນ 03/21/21

0:00 / 0:00

ປ່າສງວນແຫ່ງຊາດ ເຊປຽນ ແລະ ດົງຫົວສາວ ຂອງແຂວງຈຳປາສັກ. ຜ່ານມາ, ໄດ້ຖືກປະຊາຊົນ ບຸກລຸກໄປຫຼາຍພັນເຮັກຕ້າຣ ເພື່ອປູກມັນຕົ້ນ. ເຖິງວ່າທາງເຈົ້າໜ້າທີ່ ຈະລົງໂທສ ຜູ້ບຸກລຸກ, ແຕ່ກໍຍັງມີການບຸກລຸກ ຫຼາຍຂຶ້ນ. ສ່ວນປະຊາຊົນ ໃຫ້ເຫດຜົລວ່າ ດິນເດີມບາງບ້ານ ກໍຖືກນາຍທຶນ ມາສັມປະທານ ແລະ ດິນບາງບ່ອນ ກໍເຮັດໄດ້ແຕ່ນາ. ເພາະສະນັ້ນ, ການບຸກລຸກ ດິນປ່າສງວນ ຈຶ່ງຫຼີກລ້ຽງບໍ່ໄດ້.