ເລືອກມາຕການ “ປິດເມືອງ ຫຼື ຢູ່ກັບມັນ”

ຈະເລືອກເອົາ ມາຕການປິດເມືອງ ເຮັດໃຫ້ທຸກຂແນງການ ໄດ້ຮັບຜົລກະທົບ ຫຼື ຈະຢູ່ກັບ ໂຄວິດ-19 ຢ່າງເຂົ້າໃຈ ກໍໃຫ້ເລືອກເອົາ ອັນໃດນຶ່ງ ເພາະຕອນນີ້ ເຣີ່ມບໍ່ໄຫວແລ້ວ ຫາກິນ ລຳບາກຫຼາຍ.

ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ.

ມາຕການປິດເມືອງ ເຮັດໃຫ້ທຸກຂແນງການ ໄດ້ຮັບຜົລກະທົບ ແລະ ຄາດວ່າ ຈະແກ່ຍາວອອກໄປ, ດ້ວຍເຫດນີ້ ປະຊາຊົນ ຮຽກຮ້ອງໃຫ້ ພາກຣັຖ ຈະປິດເມືອງ ເພື່ອຄວບຄຸມ ໂຄວິດ-19 ໃຫ້ເປັນສູນ ແລະ ຈະຢູ່ກັບມັນ ຢ່າງເຂົ້າໃຈ ກໍໃຫ້ເລືອກເອົາ ອັນໃດນຶ່ງ ເພາະຕອນນີ້ ເຣີ່ມບໍ່ໄຫວແລ້ວ ຫາກິນ ລຳບາກຫຼາຍ.

ໄມ​ຊູ​ລີ: ສະບາຍດີ ທ່ານຜູ້ຟັງ ຍິນດີຕ້ອນຮັບເຂົ້າສູ່ ຣາຍການ ມາຟັງນຳກັນ”, ຣາຍການພວກເຮົາກະຈາຍອອກ ທາງສື່ສັງຄົມ ອອນລາຍ ແລະ ພ້ອມເປັນສຽງ ໃຫ້ກັບທຸກທ່ານ. ທ່ານໃດທີ່ຕ້ອງການ ນຳສເນີ ບັນຫາ ດ້ວຍຮູບແບບ ສັມພາດ ກະຣຸນາ ສົ່ງເບີ ໂທຣະສັບ ເຂົ້າອິນ ບອກເພສອາຣາເອຟເອ ແລ້ວພວກເຮົາ ຈະໂທຫາ ເພື່ອສອບຖາມ ຂໍ້ມູນ ມາອອກຣາຍການ.

ສຳລັບມື້ນີ້ ຫົວຂໍ້ ຣາຍການ ຂອງພວກເຮົາ ຈະສເນີແມ່ນ ເລືອກມາຕການ “ປິດເມືອງ ຫຼື ຢູ່ກັບມັນ. ຫົວຂໍ້ນີ້ ຜູ້ຟັງທາງບ້ານ ໄດ້ສເນີ ມາຍັງພວກເຮົາ ເພື່ອເອົາບັນຫາ ສະ​ທ້ອນ ໄປເຖິງ ພາກສ່ວນກ່ຽວຂ້ອງໃຫ້ແກ້ໄຂໂດຍໄວ ເພາະຕອນນີ້ ເດືອດຮ້ອນຫຼາຍ. ຮັບໜ້າທີ່ ດຳເນີນ ຣາຍການ ໂດຍ ໄມຊູລີ ແລະໄຊຍາ.

ໄຊ​ຍາ: ກໍຂໍ ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະ ນັບຖືຢ່າງສູງ. ມື້ນີ້ ຣາຍການ ຂອງພວກເຮົາຍັງເກາະຕິດ ປະເດັນ ຂອງໂຄວິດ-19. ທີ່ປະຊາຊົນ ຕອນນີ້ ໄດ້ຮັບ ຄວາມເດືອດຮ້ອນຫຼາຍ ການທຳມາຫາກິນ ກໍລຳບາກ. ເວົ້າງ່າຍໆວ່າ ເຮັດຫຍັງ ມັນກໍຕິດຂັດ ໄປໝົດ. ຫົວຂໍ້ໃນມື້ນີ້ ພວກເຮົາ ກໍໂທຣະສັບສັມພາດ ຜູ້ຟັງທາງບ້ານ ແຕ່ພວກເຮົາ ຈະເອົາຄຳເວົ້າ ພຽງບາງສ່ວນ ມາອອກ ເພາະເພິ່ນຂໍສງວນ.

ທ່ານຜູ້ຟັງ ມີຄວາມຄິດເຫັນແນວໃດ ກັບຫົວຂໍ້ ໃນມື້ນີ້ ເລືອກມາຕການ “ປິດເມືອງ ຫຼື ຢູ່ກັບມັນ ກະຣຸນາ ຊ່ອຍອອກຄວາມເຫັນ ກັບພວກເຮົາ ເພື່ອຈະໄດ້ ຫຼາຍຄຳເຫັນ ມາປະກອບ ເຮັດໃຫ້ບັນຫານີ້ ມັນມີທາງອອກ ທີ່ສົມບູນ.

ໄມ​ຊູ​ລີ: ຕອນນີ້ ພວກເຮົາ ເຂົ້າສູ່ ຣາຍການ ຢາກຂໍຖາມວ່າ ເລືອກມາຕການ ປ້ອງກັນ ຫຼື ຢູ່ກັບມັນນັ້ນມັນໝາຍຄວາມວ່າ ແນວໃດໄຊຍາ.

ໄຊ​ຍາ: ຄວາມໝາຍນັ້ນ ແມ່ນວ່າ ຖ້າວ່າ ເລືອກມາຕການປ້ອງກັນ ເຊິ່ງນັ້ນ ຣັຖບານ ຕັ້ງເປົ້າໝາຍ ທີ່ຈະຄວບຄຸມ ໂຄວິດ-19 ໃຫ້ເປັນສູນ ກໍຄືດັ່ງຈີນ ກຳລັງປະຕິບັດ ພາຍໃນ ປະເທດໃນ ຕອນນີ້. ຢູ່ກັບມັນ ກໍໝາຍເຖິງ ເປີດປະເທດ ເປີດທຸກຢ່າງ ໃຊ້ຊີວິດ ແບບປົກກະຕິ ຄືທີ່ຜ່ານມາ ດັ່ງທີ່ ຫຼາຍປະເທດ ເຂົາໃຊ້ມາຕການນີ້ ກັນຢູ່.

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ ທີ່​ໄດ້​ບັນ​ທຶກ​ໄວ້ ຂ້າງ​ເທິງ​ນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org