ຂ.ຫົວພັນໂຮງຮຽນປະຖົມ ໜ້ອຍລົງ
2014.09.01
ເຈົ້າຫນ້າທີ່ ການສຶກສາ ແຂວງ ຫົວພັນ ເປີດເຜີຍວ່າ ໃນສົກ ສຶກສາ ປີ 2014-15 ນີ້ ແຂວງ ຫົວພັນ ຈະມີຈຳນວນ ໂຮງຮຽນ ໜ້ອຍລົງ ຍ້ອນ ນະໂຍບາຍ ທ້ອນໂຮມ ບ້ານນ້ອຍ ເຂົ້າໃນ ບ້ານໃຫຽ່ ຂອງ ຣັຖບານ. ບັນຫາ ດັ່ງກ່າວ ຈະເຮັດໃຫ້ ນັກຮຽນ ຕ້ອງໄດ້ ຍ້າຍໄປເຂົ້າ ໂຮງຮຽນ ຢູ່ບ້ານອື່ນ. ດັ່ງ ທ່ານກ່າວວ່າ:
"ປະຖົມນີ້ 756 ສົມທຽບ ກັບ ປີແລ້ວ ມັນລົດລົງ ຍ້ອນວ່າ ຂະເຈົ້າໄດ້ ໂຮມເຂົ້າຂອງ ປະຊາຊົນ ນັ້ນ ໂຮງຮຽນ ຈື່ງ ຫຍຸບໄປ ເນາະ ເພາະວ່າ ໂຮງຮຽນ ບ້ານນ້ອຍ ເປັນ ບ້ານໃຫຽ່ ເພາະວ່າ ບ້ານນີ້ ໂຮມ ເຂົ້າກັນ ແຕ່ວ່າເຂົາ ບໍ່ຍ້າຍ ຕັ້ງແປະກັນ ນະເຮືອນ".
ທ່ານ ກ່າວຕື່ມວ່າ ໃນສົກ ການສຶກສາ ທີ່ ຜ່ານມາ ຈຳນວນ ໂຮງຮຽນ ປະຖົມ ໃນທົ່ວແຂວງ ຫົວພັນ ມີ 764 ແຫ່ງ ແຕ່ໃນສົກ ການຮຽນ ປີນີ້ ໄດ້ຍຸບໄປ 8 ແຫ່ງ ໂດຍໃຫ້ຮວມ ເຂົ້າກັບ ໂຮງຮຽນ ໃນບ້ານໃຫຽ່ ເຮັດໃຫ້ ນັກຮຽນ ໃນບາງບ້ານ ທີ່ ເຂົາບໍ່ຍ້າຍ ຕ້ອງໄດ້ ເດີນທາງ ໄກ ເພື່ອໄປເຂົ້າ ໂຮງຮຽນ ບ່ອນ ທີ່ທາງການ ກຳນົດໃຫ້ ໃນ ສົກປີນີ້. ເຮັດໃຫ້ ນັກຮຽນ ຫລາຍຄົນ ຕ້ອງໄດ້ອອກ ໂຮງຮຽນ.
ແຂວງຫົວພັນ ມີ ທັງຫມົດ 756 ບ້ານ ເທົ່າກັບ ຈຳນວນ ໂຮງຮຽນ ປະຖົມ ໂດຍ ມີນັກຮຽນ ຂັ້ນປະຖົມ ທັງຫມົດ ປະມານ 54 ພັນຄົນ ແຕ່ກ່ອນ ມີບາງບ້ານ ມີໂຮງຮຽນ ສອງແຫ່ງ ຍ້ອນ ເປັນ ບ້ານໃຫຍ່ ແລະ ເຮືອນຊານ ຂອງ ປະຊາຊົນ ກໍປຸກ ຢູ່ໄກກັນ ທາງການ ຈື່ງ ຕັ້ງໂຮງຮຽນ ເພື່ອ ຕອບສນອງ ຄວາມຕ້ອງການ ຂອງ ປະຊາຊົນ. ນອກຈາກ ຈຳນວນ ໂຮງຮຽນ ໄດ້ຫລຸດລົງ ແລ້ວ ແຂວງ ຫົວພັນ ກໍ ຍັງຕ້ອງການ ນາຍຄຣູ ນຳອີກ.