ຄົນລາວຕ້ອງກັບບ້ານປ່ອນບັດ

ສົມເນ
2016.02.26
F-Election ການເລືອກຕັ້ງສະມາຊິກສະພາ ຊຸດທີ 6 ຂອງ ສປປ ລາວ
RFA

ຄົນລາວ ເຮັດວຽກ ຢູ່ ຕ່າງປະເທດ ທີ່ມີສິດ ປ່ອນບັດ ເລືອກຕັ້ງ ຕ້ອງໄດ້ ເດີນທາງ ກັບຄືນ ປະເທດ ທຸກຄົນ ເພື່ອ ປ່ອນບັດ ເລືອກເອົາ ສະມາຊິກ ສະພາ ແຫ່ງຊາຕ ຊຸດທີ່ 8 ແລະ ສະມາຊິກ ສະພາ ແຂວງ ຊຸດທໍາອິດ ທີ່ ກໍານົດຂຶ້ນ ໃນ ວັນທີ່ 20 ມີນາ ນີ້ ໂດຍບໍ່ມີ ຂໍ້ອ້າງໃດໆ ຍົກເວັ້ນ ຜູ້ທີ່ ບໍ່ສາມາດ ຕິດຕໍ່ ໄດ້ ຫລື ຫາຍສາບສູນ. ດັ່ງ ເຈົ້າໜ້າທີ່ ການເລືອກຕັ້ງ ໄດ້ກ່າວ ເມື່ອ ວັນທີ 25 ກຸມພາ ນີ້ວ່າ:

"ກ່າຈໍາເປັນ ໄດ້ໃຫ້ເຂົາ ກັບເຂົ້າມາໝົດ ຜູ້ທີ່ມີ ຄວາມສາມາດ ຕິດຕໍ່ໄດ້ ຖືວ່າຕ້ອງ ເຂົ້າມາ ໃຫ້ໝົດ ລົງທະບຽນ ແລະ ກໍປ່ອນບັດ ໃຫ້ໝົດ. ຄັນພໍ່ແມ່ ຕິດຕໍ່ ບໍ່ໄດ້ ກ່າຈໍາເປັນ ເຮົາກ່າຕັດ ຟາວໄປເລີຽ ຕິດຕໍ່ ບໍ່ໄດ້ ທາງພີ້ ກ່າຕັດສິດ ໄປເລີຍ ພວກນັ້ນ ຖືວ່າ ຫາຍສາບສູນ ໄປແລ້ວ".

ທ່ານກ່າວ ຕື່ມວ່າ ສໍາລັບ ຄົນງານ ທີ່ ທາງຄອບຄົວ ຍາຕພີ່ນ້ອງ ຕິດຕໍ່ໄດ້ ແລ້ວນັ້ນ ຖ້າວ່າ ບໍ່ກັບຄືນມາ ປ່ອນບັດ ກໍຖືວ່າ ມີຄວາມຜິດ ໃນຖານ ຂາດຄວາມ ຮັບຜິດຊອບ ຕໍ່ໜ້າທີ່ ພົລເມືອງ, ແລະ ຜູ້ນັ້ນ ຈະຕ້ອງຖືກ ນໍາຕົວມາ ສຶກສາ ອົບຮົມ ແລະ ໃຫ້ອໍານາດ ການປົກຄອງ ທ້ອງຖິ່ນ ເປັນຜູ້ ຕັດສິນໂທດ ຕາມ ຄວາມເໝາະສົມ.

ສໍາລັບ ພະນັກງານ ຫລື ເຈົ້າໜ້າທີ່ ຂອງຣັຖ ທີ່ ປະຈໍາການ ຢູ່ ຕ່າງປະເທດ ຈະສາມາດ ລົງທະບຽນ ປ່ອນບັດ ຢູ່ ສະຖານທູດ ລາວ ປະຈໍາ ປະເທດ ນັ້ນໆໄດ້, ແຕ່ ສໍາລັບ ຄົນງານ ທົ່ວໆໄປ ຈະເຮັດ ແບບນັ້ນ ບໍ່ໄດ້:

"ໄປໃນນາມ ຣັຖການ ແລ້ວຈຶ່ງໄປຜ່ານ ກົງສູນ ຖືວ່າໄປ ລົງທະບຽນ ຢູ່ ກົງສູນ ແລ້ວສາມາດ ປ່ອນບັດ ຢູ່ ກົງສູນ ໄດ້ ແຕ່ວ່າພວກທີ່ ໄປອອກ ແຮງງານ ຈະ ບໍ່ສາມາດ ຂຶ້ນທະບຽນ ຢູ່ ສະຖານທູດ, ບໍ່ໄດ້ຂຶ້ນ ກັບ ກົງສູນ ໂຕນີ້ໄດ້".

ກ່ຽວກັບ ເຣື້ອງນີ້ ເອເຊັຽເສຣີ ໄດ້ ຕິດຕໍ່ໄປຍັງ ສະຖານທູດ ລາວ ທີ່ບາງກອກ ເພື່ອ ສອບຖາມ ຣາຍລະອຽດ ແຕ່ບໍ່ມີ ຜູ້ຮັບສາຍ. ເມື່ອ ປະມານ 10 ປີ ຜ່ານມາ ທາງການລາວ ເຄີຍ ປະຕິບັດ ມາຕການ ດັ່ງກ່າວ ສັ່ງໃຫ້ ຄົນລາວ ທີ່ ເຮັດວຽກຢູ່ ຕ່າງປະເທດ ກັບຄືນ ປະເທດ ເພື່ອປ່ອນບັດ ແຕ່ ບໍ່ໄດ້ຜົນ ພໍເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.