ກອງທຶນຂອງຜູ້ເສັຽຫາຍ ຍ້ອນເຂື່ອນ

ສຸພັດຕາ
2018.11.28
ເມືອງໄຊທານີ ນະຄອນຫລວງວຽງຈັນ ທີ່ປະຊາຊົນໄດ້ຮັບຜົນກະທົບ ຈາກ ເຂື່ອນປ່ອຍນໍ້າມາຖ້ວມ
RFA LX

ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ແລະເຂື່ອນປ່ອຍນໍ້າລົງ ມາຖ້ວມ ເຮັດໃຫ້ບ້ານເຮືອນ ແລະເນື້ອທີ່ ກະສິກັມໄດ້ຮັບຄວາມເສັຍຫາຍຢ່າງໜັກໜ່ວງ ແຕ່ບໍ່ເຄີຍໄດ້ຮັບການຊົດເຊີຍ ຫຼື ຄ່າຊົດເຊີຍຄວາມເສັຍຫາຍ ທີ່ເກີດຂຶ້ນພໍເທົ່າໃດ. ຊາວບ້ານ ໃນນະຄອນຫຼວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 27 ພຶສຈິກາ ນີ້ວ່າຫາກຣັຖບານສາມາດ ຈັດຕັ້ງກອງທຶນຊ່ອຍເຫຼືອ ປະຊາຊົນ ຜູ້ຖືກຜົນກະທົບ ທີ່ວ່ານັ້ນກໍຈະເປັນເຣື່ອງດີ, ດັ່ງທ່ານກ່າວວ່າ:

“ໃນເມື່ອເພິ່ນປ່ອຍນໍ້ານີ້ອອກມາ ມັນເຮັດໃຫ້ຊັບສົມບັດ ການຜລິດຂອງປະຊາຊົນນີ້ເສັຍຫາຍ ຄວນທີ່ຈະທົດແທນຫັ້ນແຫຼ້ວ ແຕ່ວ່າໃນເມື່ອ ເພິ່ນບໍ່ທົດແທນແນວນີ້ ອະນາຄົດເດ້ ອັນນີ້ກໍຄວນຢູ່ ຄັນຖ້າວ່າເພິ່ນຈັດຕັ້ງກອງທຶນ ສະເພາະພວກທີ່ວ່າເຂື່ອນ ໄຟຟ້າກໍເຫັນດີຢູ່ຖ້າເພິ່ນ ເຮັດໄດ້.”

ທ່ານສາຍທອງ ແກ້ວດວງດີ ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 1 ນະຄອນຫຼວງວຽງຈັນ ກ່າວຕໍ່ກອງປະຊຸມເທື່ອ ທີ 6 ຂອງ ສະພາແຫ່ງຊາດ ຊຸດທີ 8 ໂດຍສເນີໃຫ້ ນາຍຍົກຣັຖມົນຕຣີ ເອົາໃຈໃສ່ປະຊາຊົນ ທີ່ຖືກຜົນກະທົບນໍ້າຖ້ວມ ຈາກການປ່ອຍນໍ້າອອກຈາກ ເຂື່ອນໄຟຟ້າ ລົງມາໃສ່, ດັ່ງທ່ານກ່າວວ່າ:

“ສະເໜີທ່ານນາຍົກ ຕ້ອງມີການບໍຣິຫານຈັດການນໍ້າທີ່ດີ, ສາຍນໍ້ານຶ່ງ ຕ້ອງມີກຸ່ມຜູ້ຜລິດໄຟຟ້າ ມາຮ່ວມເປັນກຸ່ມນຶ່ງ ຕັ້ງກອງທຶນ ເພື່ອ ຮັບຜິດຊອບການສູນເສັຍ ທີ່ປ່ອຍນໍ້າມາຖ້ວມໄຮ່ຖ້ວມນາ ປະຊາຊົນ ບໍ່ແມ່ນສິເອົາເງິນຂອງຣັຖບານໄປຈ່າຍ ຕ້ອງແມ່ນບໍຣິສັດເຂື່ອນ ຈ່າຍທົດແທນ.”

ທ່ານສາຍທອງ ກ່າວວ່າ ກຸ່ມຜູ້ສ້າງເຂື່ອນໄຟຟ້າໃນແຕ່ລະສາຍນໍ້າ ຄວນຕັ້ງກອງທຶນຊ່ອຍເຫຼືອປະຊາຊົນ ເພື່ອນຳເງິນກອງທຶນດັ່ງກ່າວ ມາຊ່ອຍເຫຼືອຜູ້ຖືກຜົນກະທົບ ແລະເປັນການຫຼຸດຜ່ອນ ການນຳໃຊ້ງົບປະມານຂອງຣັຖ ເນື່ອງຈາກທຸກປີ ເຂື່ອນໄຟຟ້າ ທຸກແຫ່ງປ່ອຍນໍ້າ ໃນປະຣິມານທີ່ຫຼາຍ ເຮັດໃຫ້ນໍ້າຖ້ວມບ້ານເຮືອນ ຂອງປະຊາຊົນ.

ພ້ອມກັນນັ້ນ ຣັຖບານລາວກໍຄວນເອົາໃຈໃສ່ການບໍຣິຫານຈັດການນໍ້າ ໃຫ້ມີປະສິດທິພາບຫຼາຍຂຶ້ນ ໃນຂນະທີ່ ຕັ້ງເປົ້າໝາຍທີ່ຈະກໍ່ສ້າງ ເຂື່ອນໄຟຟ້າ ຫຼາຍຂຶ້ນຕື່ມ. ດັ່ງທີ່ທ່ານກ່າວ ຕື່ມວ່າ:

“ໃນປີ 2018 ຣາຍງານຜ່ານມາ ເພີ້ມອີກ 10 ເຂຶື່ອນ ຮວມແລ້ວກໍ່ເປັນ 60 ປາຍເຂື່ອນຮັບນໍ້າຝົນ ຖ້າພວກເຮົາບໍ່ມີການບໍຣິຫານຈັດການ ນໍ້າທີ່ດີ ຍິ່ງຈະຮຸນແຮງກວ່ານີ້ ປີໜ້ານີ້ຖ້າມັນແຮງຄືແນວນີ້ ເຮົາຊິເຮັດແນວໃດ ໃນສະພາບເສຖກິດເຮົາແນວນີ້.”

ເມື່ອເດືອນກໍຣະກະດາ ຜ່ານມາ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ສ້າງຜົນກະທົບອັນໜັກໜ່ວງ ໃຫ້ປະຊາຊົນແຂວງອັດຕະປື ແລະ ຕໍ່ມາໃນເດືອນສິງຫາ ເຂື່ອນໄຟຟ້ານໍ້າງື່ມ 1 ຢູ່ ແຂວງວຽງຈັນ ໄດ້ປ່ອຍນໍ້າອອກຈາກເຂື່ອນ ໃນປະຣິມານທີ່ ມະຫາສານ ຍ້ອນຝົນຕົກໜັກ ເຮັດໃຫ້ປະຊາຊົນ 13 ພັນປາຍ ຄອບຄົວ ທີ່ອາສັຍຢູ່ບ້ານໃຕ້ເຂື່ອນນັ້ນ ໄດ້ຮັບຜົນກະທົບຈາກນໍ້າຖ້ວມດົນກວ່າ 1 ເດືອນ ເນື້ອທີ່ກະສິກັມ ຖືກທຳລາຍ, ໜອງປາເສັຍຫາຍ, ສັດລ້ຽງຕາຍ ເປັນຈຳນວນຫຼວງຫຼາຍ ໂດຍບໍ່ມີ ໜ່ວຍງານໃດໆຂອງທາງການ ຮັບຜິດຊອບ ແລະໃຫ້ຄ່າ ຊົດເຊີຍ ຄວາມເສັຍຫາຍທີ່ເກີດຂຶ້ນນັ້ນພໍເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.