ທາງການຄວນໃຊ້ສື່ສັງຄົມ ອອນລາຍ
2015.10.28
ປະຊາຊົນ ຊາວລາວ ທີ່ ໃຊ໊ facebook ຢູ່ ສປປ ລາວ ເວົ້າວ່າ ຣັຖບານ ລາວ ຄວນໃຊ້ ສື່ສັງຄົມ ອອນລາຍ, ຕົວຢ່າງ ເຟສບຸຄ ເພື່ອ ສື່ສານ ກັບ ປະຊາຊົນ ໄດ້ດີຂຶ້ນ, ເຊັ່ນ ຕົວຢ່າງ ປະເທດ ວຽດນາມ ກໍມີ ເຟສບຸຄ ເພື່ອ ສື່ສານ ກັບ ປະຊາຊົນ ຢ່າງເປັນ ທາງການ ແລ້ວ, ແລະວ່າ ຖ້າ ເປັນໄປໄດ້ ຢາກ ໃຫ້ ຣັຖບານ ລາວ ສື່ສານ ກັບ ປະຊາຊົນ ໂດຍຜ່ານ ສື່ສັງຄົມ ອອນລາຍ ເຊັ່ນກັນ:
“ດຽວນີ້ ຢູ່ລາວ ເຮົາ ກໍມີ ສາຍດ່ວນ, ຖ້າມີ ເຟສບຸຄ ມັນກໍຈະງ່າຍ ຂຶ້ນ ເພາະວ່າ ໃຜຫຼາຍຄົນ ກໍໃຊ້ ກໍຄິດວ່າ ຄືຈະ ສະດວກຂຶ້ນ ຫັ້ນແຫຼະ. ແຕ່ທີ່ຈິງ ມັນກໍ່ອາດ ຈະມີ ກົດຣະບຽບ ອິຫຍັງ ຕ່າງໆ ອາດຈະຫ້າມ ດ່າ ບໍ ຈັ່ງຊີ້”.
ກ່ຽວກັບ ເຣື້ອງ ນີ້ ວິທຍຸ ເອເຊັຽ ເສຣີ ຂອງ ພວກເຮົາ ໄດ້ ສອບຖາມ ໄປຍັງ ເຈົ້າຫນ້າທີ່ ສູນ ອິນເຕີເນັດ ແຫ່ງຊາດ, ເຈົ້າໜ້າທີ່ ລາວ ທ່ານນຶ່ງ ໃຫ້ ຄຳເຫັນວ່າ ໃນ ອະນາຄົດ ກໍອາດ ເປັນໄປໄດ້ ທີ່ ຣັຖບານ ລາວ ອາດຈະໃຊ້ ສື່ສັງຄົມ ອອນລາຍ ສື່ສານ ກັບ ປະຊາຊົນ ໂດຍຕົງ ຊຶ່ງ ກໍຕ້ອງຄອຍ ຮຽນຮູ້ ບົດຮຽນ ຈາກ ປະເທດ ເພື່ອນບ້ານ ວ່າ ເຣື້ອງນີ້ ຈະເກີດຜົນດີ ແລະ ຜົນເສັຽ ແນວໃດ:
“ຕາມຄວາມຄິດ ສ່ວນຕົວ ອາດ ຈະເປັນໄປ ໄດ້ ໃນ ອະນາຄົດ ແຕ່ວ່າຖ້າ ແມ່ນເຮົາໃຊ້ ເຮົາຕ້ອງ ສາມາດ ຄວບຄຸມ ກັນໄດ້. ຖ້າແມ່ນ ໃຊ້ດີ ມີຜົນປໂຍດ ກໍອາດຈະໄປ ເອົາບົດຮຽນ ນຳ ວຽດນາມ ຫຼື ປະເທດ ໄທ ບໍ່”.
ຢ່າງໃດ ກໍຕາມ ເປັນທີ່ ຮູ້ກັນດີ ວ່າ ຣັຖບານ ວຽດນາມ ຫາກໍ່ເປີດ ເຟສບຸຄ ເປັນເທື່ອ ທຳອິດ ເມື່ອ ຕົ້ນເດືອນ ຜ່ານມາ ໂດຍ ນາຍົກ ຣັຖມົນຕຣີ ວຽດນາມ ທ່ານ (ຫງຽນ ຕັນ ຊຸ່ງ) ກ່າວວ່າ ຣັຖ ບໍ່ສາມາດ ປິດກັ້ນ ສື່ສັງຄົມ ອອນລາຍ ດັ່ງນັ້ນ ຈຶ່ງຄວນໃຊ້ ຊ່ອງທາງ ນີ້ ສື່ສານ ຂໍ້ມູນ ທີ່ ຖືກຕ້ອງ ກັບ ປະຊາຊົນ. ຊຶ່ງຮອດ ປັດຈຸບັນ ມີ ປະຊາຊົນ ວຽດນາມ ເຂົ້າມາ ຕິດຕາມ ຫນ້າ ເຟສບຸຄ ຂອງ ຣັຖບານ ວຽດນາມ ແລ້ວ ກວ່າ 50 ພັນ ຄົນ.