ຊາວລາວຢາກຮູ້ຄວາມຈິງເຣື້ອງ ຍົນຕົກ ຢູ່ຊຽງຂວາງ

ທາງການລາວ ສັນນິຖານວ່າ ສາເຫດເຮືອບິນຕົກ ຍ້ອນບິນຕ່ຳ ໄປຕໍາງ່າໄມ້
ທາງການລາວ ສັນນິຖານວ່າ ສາເຫດເຮືອບິນຕົກ ຍ້ອນບິນຕ່ຳ ໄປຕໍາງ່າໄມ້ (Citizen Journalist facebook)

0:00 / 0:00

ຍາດຕິ ພີ່ນ້ອງ ຂອງ ຜູ້ເສັຍ ຊີວິດ ແລະ ຊາວລາວ ຮຽກຮ້ອງ ໃຫ້ ທາງການລາວ ເປີດເຜີຍ ສາເຫດ ທີ່ ແທ້ຈິງ ຂອງ ຍົນຕົກ ເມື່ອ ເດືອນ ພຶສພາ ທີ່ ເມືອງແປກ ແຂວງ ຊຽງຂວາງ ຊຶ່ງ ເປັນເຫດ ໃຫ້ ເຈົ້າໜ້າທີ່ ຣະດັບ ຣັຖມົນຕຣີ ເສັຍຊີວິດ ເຖິງ ສີ່ ຄົນ. ຍາດ ພີ່ນ້ອງ ຂອງ ຜູ້ທີ່ເສັຍ ຊີວິດ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ໄດ້ ຮຽກຮ້ອງ ໃຫ້ມີການ ເປີດເຜີຍ ຣາຍຣະອຽດ ກ່ຽວກັບ ເຫດການ ນີ້ວ່າ:

“ຂະເຈົ້າ ໜ້າຈະ ແບບ ຖແລງຂ່າວ ມີການ ຖແລງຂ່າວ ຄືປະເທດ ຄືແຕ່ລະ ປະເທດ ທີ່ວ່າເກີດເຫດ ຈັ່ງຊີ້ແມ່ນບໍ? ຣັຖບານ ເຂົາມີ ການ ຖແລງຂ່າວ ມີມາອອກຂ່າວ ໃຫ້ກັບ ສັງຄົມ ໄດ້ຮັບຮູ້ ຄົນໃນ ປະເທດ ຂະເຈົ້າ ຮັບຮູ້ ເໝິດ ວ່າມັນ ເປັນຫຍັງ ມັນຈັ່ງຕົກ. ເປັນ ຫຍັງມັນ ຈຶ່ງເກີດ ອຸບັດຕິເຫດ ບໍ່ວ່າແຕ່ ຍົນຕົກດອກ, ຣົດຕຳ, ເຮືອຫຼົ້ມ ຄືເກົາຫຼີ ອີ່ຫຍັງຫັ້ນ ເຫັນບໍ່ ມັນກະຍັງ ຖແລງຂ່າວ. ແຕ່ອັນນີ້ ຣະດັບ ການນຳ ເນາະ ລະຍົນ ຕົກຈັ່ງ ຊີ້ນ່ະ ລະມິດ ໄປເລີຍ.”

ໃນຂະນະ ດຽວກັນ ຊາວລາວ ອີກ ຈຳນວນນຶ່ງ ທີ່ ສົນທະນາ ກັນ ຢູ່ໃນ ສື່ສັງຄົມ ອອນລາຍ ໂສກັນວ່າ ເຈົ້າໜ້າທີ່ ສືບສວນ ຄວນຮູ້ ຣາຍລະອຽດ ແລະ ສາເຫດ ແທ້ຈິງ ທີ່ເຮັດໃຫ້ ຍົນຕົກ ນັ້ນແລ້ວ ເພາະຂໍ້ມູນ ທຸກສິ່ງ ທຸກຢ່າງ ກໍຖືກ ບັນທຶກໄວ້ ຢູ່ ໃນກັບດຳ ທັງ ໝົດແລ້ວ. ຄວາມຈິງ ທາງການລາວ ຄວນປະກາດ ແຈ້ງສາເຫດ ອັນແທ້ຈິງ ຢ່າງເປັນ ທາງການ ໃຫ້ ປະຊາຊົນ ຮູ້ແຕ່ ເດືອນແລ້ວ ເດືອນກ່ອນ ພຸ້ນ. ໃນເມື່ອ ບໍ່ຮູ້ ນັກຂ່າວ ຕ່າງປະເທດ ແລະ ຊາວ ລາວ ບາງຄົນ ກໍ ຄາດຄະເນ ຄິດຫາ ສາເຫດ ຕ່າງໆນາໆ ເຊັ່ນ: “ຕັ້ງມີຄົນ ວາງຣະເບີດ ໄວ້ໃນ ຍົນລຳນັ້ນ ຫລື ບາງຄົນ ກໍເວົ້າວ່າ ມີຄົນຍິງ ປືນໃຫຍ່ໃສ່ ຈາກ ພາກພື້ນດິນ ຍົນ ຈຶ່ງ ຕົກ. ຫລັງຈາກ ເຮືອ ບິນຊະນິດ AN 74-300 ຂອງ ທາງການລາວ ຕົກໃໝ່ໆ ຂ່າວກໍ ແຈ້ງ ສາເຫດວ່າ ອາດເປັນ ຍ້ອນດິນຟ້າ ອາກາດ ມືດມົວ, ຫລື ຍົນບິນຕ່ຳ ໂພດ ຈຶ່ງບິນ ໄປຕຳ ຕົ້ນໄມ້.