ຄໍາຮຽກຮ້ອງຈາກຊາວລາວ ໃນ ວັນຊາດ

ສິດນີ
2015.10.29
f-flag ສປປລາວ
LPDR

ໃນ ໂອກາດ ວັນ ຄອບຮອບ 40 ປີ ຂອງການ ສ້າງຕັ້ງ ສປປລາວ ວັນທີ 2 ທັນວາ ປີ ນີ້, ປະຊາຊົນ ລາວ ໃນທົ່ວ ປະເທດ ຢາກ ຮຽກຮ້ອງ ໃຫ້ ຣັຖບານ ເລັ່ງ ແກ້ໄຂ ບັນຫາ ຄວາມ ທຸກຍາກ, ການສຶກສາ, ສາທາຣະນະສຸກ, ແລະ ປາບປາມ ການ ສໍ້ຣາສ ບັງຫລວງ ໃນລາວ. ດັ່ງ ຄົນລາວ ທ່ານນຶ່ງ ຢູ່ແຂວງ ຄຳມ່ວນ ເວົ້າວ່າ:

"ກໍຢາກໃຫ້ ຣັຖບານ ເບີ່ງເຣື້ອງ ປັບປຸງ ສະພາບ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໃຫ້ດີຂຶ້ນ ຫັ້ນແຫລ້ວ ທຸກຢ່າງ ທີ່ ນີ້ມັນ ຈະແພງ ຫມົດ ເປັນຊີ້ນ ເປັນປາ ຄືກັນ ເນາະ ຢາກໃຫ້ ເບິ່ງ ໃນຈຸດນີ້ ແລ້ວເບິ່ງ ເຣື້ອງ ວິຊາການ, ສາສນາ, ການ ສໍ້ຣາສ ບັງຫລວງ ຕ່າງໆ ໃຫ້ເງິນເຂົ້າ ເຖິງ ປະຊາຊົນ ຢ່າງ ແທ້ຈີງ ໃຫ້ ເບິ່ງເຣື້ອງ ສາທາ ຣະນະສຸກ ໃຫ້ ປະຊາຊົນ ເມືອງລາວ ຍັງບໍ່ທັນ ໄດ້ ພັທນາ ເດ ເຮັດຈັ່ງໃດ ຈະ ພັທນາ ໃຫ້ ທັນເຂົາ".

ສ່ວນ ເຈົ້າຫນ້າທີ່ ໂຮງຫມໍ ທີ່ ແຂວງ ຊຽງຂວາງ ຊຶ່ງ ເປັນພື້ນທີ່ ເຕັມໄປ ດ້ວຍ ຣະເບີດ ທີ່ ບໍ່ທັນແຕກ ຕົກຄ້າງ ຢູ່ ກໍຢາກໃຫ້ ຣັຖບານ ເລັ່ງລັດ ໃນ ການເກັບກູ້ ຣະເບີດ ໃຫ້ຫມົດ ເພື່ອ ຄວາມປອດພັຍ ຂອງ ປະຊາຊົນ. ດັ່ງທ່ານ ກ່າວວ່າ:

"ບັນຫານີ້ ຍັງ ແກ້ໄຂບໍ່ໄດ້ ເນາະ ເພາະວ່າ ກໍຕ້ອງໄດ້ ໄປກວດ ຖ້າວ່າເຮົາ ຈະທຳການ ຜລິດຫຍັງ ເຮົາຕ້ອງໄດ້ ໃຫ້ ທາງນັ້ນ ໄປ ກວດກ່ອນ ດົນໆ ກໍຈະມີ ຄັ້ງນຶ່ງ, ແຕ່ວ່າ ຜູ້ທີ່ເຈັບ ຜ່ານມາ ຂະເຈົ້າ ກໍເຂົ້າມາ ປີ່ນປົວ ຢູ່ ມີ ເຖິງ ພິການ".

ໃນວັນ ຄົບຮອບ 40 ປີ ວັນຊາດ ວັນທີ 2 ທັນວາ ປີ ນີ້ ທາງການ ລາວ ຈະມີການ ສລອງ ຢ່າງໃຫຍ່ ທີ່ ປະກອບ ດ້ວຍ ການເດີນ ສວນສນາມ ການ ສະແດງ ສິລປະ ວັທນະທັມ ແລະ ວັນນະຄະດີ ປະເພດ ຕ່າງໆ ໂດຍ ໄດ້ຮັບ ການ ຊ່ອຍເຫຼືອ ຈາກ ຈີນ ແລະ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.