ກໍານົດວັນເລືອກຕັ້ງຍັງບໍ່ ທົ່ວເຖິງ

ສົມເນ
2016.02.08
F-Laos ປະເທດລາວ ທີ່ ອຸດົມສົມບູນ
Screen captured from Citizen Journalist video

ປະຊາຊົນ ລາວ ທົ່ວໄປ ບໍ່ທັນຮູ້ ຣາຍລະອຽດ ກ່ຽວກັບ ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນແຂວງ ທີ່ ຈະມີຂຶ້ນ ໃນ ວັນທີ 20 ມິນາ ນີ້. ປະຊາຊົນ ສ່ວນນຶ່ງ ຮູ້ຂ່າວວ່າ ຈະມີ ການເລືອກຕັ້ງ ຄັ້ງໃຫມ່ ແຕ່ບໍ່ຮູ້ ມື້ ທີ່ແນ່ນອນ. ດັ່ງ ຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 5 ກຸມພາ ວ່າ:

“ກໍຍັງບໍ່ຮູ້ ແຕ່ໄດ້ຍິນ ເພີ່ນເວົ້າຢູ່ວ່າ ຈະຕ້ອງມີ ການເລືອກຕັ້ງ ສະມາຊິກ ສະພາ ເພາະວ່າ ມັນຈະຫມົດ ວາຣະ ແລ້ວ, ແມ່ນບໍລະ. ກໍຢາກເລືອກເອົາ ຜູ້ດີ ຜູ້ມີຄວາມຮູ້ ຫັ້ນລະເນາະ”.

ທາງດ້ານ ເຈົ້າຫນ້າທີ່ ແຂວງ ຜົ້ງສາລີ ກ່າວວ່າ ທາງການ ກຳລັງ ກະກຽມ ໂຄສະນາ ການເລືອກຕັ້ງ ເພາະ ປັຈຈຸບັນ ປະຊາຊົນ ທົ່ວໄປ ຍັງບໍ່ທັນຮູ້ ກ່ຽວກັບ ວັນເລືອກຕັ້ງ ວັນທີ 20 ມິນາ ນີ້ ພໍປານໃດ. ນາງກ່າວ ຕອນນຶ່ງ ວ່າ:

“ຍັງໆ ເພິ່ນບໍ່ທັນໄດ້ ແຈ້ງ ອິຫຍັງເທື່ອ, ເພິ່ນກຳລັງ ກະກຽມ ຢູ່ຕິ. ກໍຮູ້ສຶກດີໃຈ ຫັ້ນແຫຼະ ທີ່ວ່າເປັນ ການເລືອກຕັ້ງ ໃຫມ່ ຈະໄດ້ ປະກອບສ່ວນ ຢ່າງເຕັມທີ່”.

ປັຈຈຸບັນ ທາງການ ກຳລັງ ຮິບໂຮມ ຣາຍຊື່ ຜູ້ສະຫມັກ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນແຂວງ ທົ່ວປະເທດ ເພື່ອປະກາດ ຢ່າງ ເປັນທາງການ ໃນວັນທີ 15 ກຸມພາ ນີ້. ສະພາ ແຫ່ງຊາດ ຊຸດທີ 8 ນີ້ ອາດຈະມີ ຈຳນວນ 149 ຄົນ ແລະ ຄາດວ່າ ຈະສາມາດ ເປີດປະຊຸມ ສະພາ ຄັ້ງ ປະຖົມມະລຶກ ເພື່ອຮັບຮອງ ເອົາ ປະທານ ແລະ ຮອງປະທານ ປະເທດ ໄດ້ ໃນເດືອນ ພຶສພາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.