ປະຊາຊົນ ບໍ່ກ້າຕຳນິ ການເຮັດວຽກ ຂອງຣັຖບານ

ໄຊຍາ
2018.02.15
F-LAO-NA ສະພາແຫ່ງຊາຕ ສປປ ລາວ
Screen captured LNTV video

ປະຊາຊົນລາວ ກັງວົນໃຈ ໃນການສະແດງຄວາມຄິດຄວາມເຫັນ ໃນເຣື່ອງຕ່າງໆ ເຖິງແມ່ນວ່າ ທາງການລາວ ເປີດເບີໂທຣະສັບ ສາຍດ່ວນ 1516 ແລະ ສາຍດ່ວນແຫ່ງຊາດ 156 ໃຫ້ປະຊາຊົນ ຮ້ອງຮຽນ ແລະ ສະແດງຄວາມຄຶດ​ຄວາມເຫັນ ຕໍ່ການເຮັດວຽກ ຂອງ ຣັຖບານ ໄດ້ຢ່າງເສຣີ ກໍຕາມ, ແຕ່ວ່າ ປະຊາຊົນລາວ ກໍຍັງ ບໍ່ກ້າອອກຄວາມຄິດເຫັນ ຍ້ອນຢ້ານ ຖືກຣັຖບານຕໍານິ, ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣິີ ໃນວັນທີ 15 ກຸມພາ ນີ້ວ່າ:

"ຢ່າວ່າແລ້ວ ອັນນີ້ ຄັນຖ້າວ່າ ເພີ່ນຈິງໃຈ ເປີດປະຊາທີປະໄຕ ໄວ້ເນື້ອເຊື່ອໃຈ ນຳປະຊາຊົນແທ້ ດຽວນີ້ມັນ ມັນໃຜ ກໍຢາກເວົ້າຢູ່ ແຕ່ຢ້ານ ​ເຣື້ອງ ນິນະ."

ເມື່ອທ້າຍປີ 2017 ຜ່ານມາ ກໍ່ມີຕົວແທນປະຊາຊົນ ຢູ່ເມືອງວັງວຽງ ໄດ້ຮັບ ຜົລກະທົບ ເຣື່ອງຖນົນຫົນທາງເປ່ເພ ຈາກການຂົນດິນ ຂອງບໍຣິສັດ ຊີມັງ ໄດ້ໂທຣະສັບ ໄປສາຍດ່ວນ ຮ້ອງຮຽນໄປຍັງ ທາງການລາວ ໃຫ້ເຂົ້າມາຊ່ອຍແກ້ໄຂ ບັນຫາດ່ັງກ່າວ ແຕ່ຜ່ານຫຼາຍເດືອນ ຈົນຮອດ ປັດຈຸບັນ ກໍ່ຍັງບໍ່ມີ ໜ່ວຍງານໃດ ລົງມາກວດກາ ບັນຫາດັ່ງກ່າວ. ປະຊາຊົນຜູ້ນີ້ ເວົ້າວ່າ ຕ້ອງການ ໃຫ້ຣັຖບານ ນຳເອົາຂໍ້ຮ້ອງຮຽນ ຂອງປະຊາຊົນ ໃນເຣື່ອງຕ່າງໆ ໄປແກ້ໄຂ ໃຫ້ເປັນຮູບປະທັມ ແລະ ແຈ້ງໃຫ້ປະຊາຊົນ ໄດ້ຮັບຮູ້ ທົ່ວເຖິງກັນ.

ເຖິງແມ່ນວ່າ ທາງການຈະພະ​ຍາຍາມ ເປີດໂອກາດ ໃຫ້ປະຊາຊົນ ແລະ ເຈົ້າໜ້າທີ່ຣັຖ ມີສິດເສຣີພາບ ໃນການອອກຄວາມຄຶດ​ຄວາມເຫັນ ໃນບັນຫາຕ່າງໆ ຜ່ານຊ່ອງທາງ ໂທຣະສັບສາຍດ່ວນ ຫຼື ໜັງສືຮ້ອງຮຽນ ແຕ່ກໍ່ຍັງ ຢູ່ໃນຂອບເຂດຈຳ​ກັດ, ດັ່ງ ອາຈານມະຫາວິທຍາລັຍ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ກຸມພາ ນີ້ວ່າ:

"ແຕ່ດຽວນີ້ ເພິ່ນປັບປ່ຽນ ເພີ່ນໃຫ້ສິດ ຫລາຍແລ້ວເດ ເພີ່ນກໍເປີດ ໂທຣະສັບສາຍດ່ວນ ແລ້ວມີສາມາດຂຽນໜັງສື ຮ້ອງຮຽນ ໄປເວົ້າ ເລື້ອງ ຄວາມທຸກຍາກ ນີ້ແຫລະ ສາມາດເວົ້າໄດ້ ອີກດຽວນີ້ນະ ແຕ່ວ່າ ມັນກໍຍັງມີ ຂອບເຂດ ຢູ່ໃນກົດໝາຍ ຫັ້ນແຫລະ."

ປັດຈຸບັນ ຣັຖບານລາວ ຍັງມີຂໍ້ຈຳກັດ ຫຼາຍຢ່າງ ທີ່ປະຊາຊົນ ຍັງບໍ່ສາມາດ ອອກຄວາມຄິດຄວາມເຫັນໄດ້ ໂດຍສເພາະ ໃນເຣື້ອງ ຂອງສິດເສຣີພາບ ທາງການເມືອງ ເປັນຕົ້ນ ການວິພາກວິຈານ ການເຮັດວຽກ ຂອງເຈົ້າໜ້າທີ່ຣັຖ ຫຼື ຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.